ໃນໄລຍະ 5 ປີຜ່ານມາ ສະພາບເສດຖະກິດດ້ານມະຫາພາກ ຂອງເມືອງພູຄູນແຂວງຫຼວງພະບາງ ໂດຍລວມ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບດີສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນ ໂດຍລວມມີການຫັນປ່ຽນ ແລະມີການພັດທະນາດີຂຶ້ນເລື້ອຍໆ, ການຈັດຕັ້ງປະຕິບັດບັນດາຄາດໝາຍ ທາງດ້ານເສດຖະກິດມະຫາພາກ, ຄາດໝາຍດ້ານແຫລ່ງທຶນ ແລະການພັດທະນາຂະແໜງເສດຖະກິດ ສາມາດບັນລຸໄດ້ຫຼາຍຄາດໝາຍ; ຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງ ສາມາດເຂົ້າເຖິງແຫລ່ງທຶນຫລາຍຂຶ້ນ ແລະການເຄື່ອນໄຫວຂອງທຸລະກິດເຫລົ່ານັ້ນ ແມ່ນເຂົ້າສູ່ລະບຽບກົດໝາຍ; ໂຄງລ່າງພື້ນຖານໄດ້ຮັບການປັບປຸງຍົກລະດັບດີຂຶ້ນ ເປັນຕົ້ນ: ເສັ້ນທາງຫຼວງຂອງແຂວງ, ເມືອງ ແລະເສັ້ນທາງຊົນນະບົດ; ການຈັດສັນທີ່ດິນທໍາການຜະລິດ, ອອກໃບຕາດິນຖາວອນ ໃຫ້ປະຊາຊົນນັບມື້ນັບຫັນເຂົ້າສູ່ລະບຽບກົດໝາຍ. ການຈັດຕັ້ງປະຕິບັດບັນດາຄາດໝາຍສະຫັດສະວັດ ເພື່ອການພັດທະນາ (SDGs) ຫລາຍຄາດໝາຍມີບາດກ້າວທີ່ດີຂຶ້ນ ແລະຫລາຍຄາດໝາຍ ສາມາດບັນລຸໄດ້ຕາມແຜນ; ການຈັດຕັ້ງສະເຫຼີມສະຫຼອງງານບຸນປະເພນນີຂອງຊາດ-ຂອງເຜົ່າ ແມ່ນມີບັນຍາກາດຟົດຟື້ນ ແລະມີຫຼາຍສີສັນ, ຫລາຍກິດຈະກໍາຢ່າງກວ້າງຂວາງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວໄດ້ດີພໍສົມຄວນ. ໂອກາດຂື້ນຜ່ານບົດລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2025-2029) ຂອງເມືອງພູຄູນ ຕໍ່ກອງປະຊຸມໃຫຍ່ ຜູ້ແທນຄັ້ງທີ V ຂອງອົງຄະນະພັກເມືອງ ໃນວັນທີ 1 ເມສາ 2025. ສະຫາຍ ສົມຫວັງ ພົມມະນີ ກຳມະການພັກເມືອງ ຮອງເຈົ້າເມືອງພູຄູນ ໄດ້ໃຫ້ຮູ້ວ່າ: ການພັດທະນາເສດຖະກິດ-ສັງຄົມຂອງເມືອງພູຄູນ ໃນ 5 ປີຜ່ານມາ ໄດ້ກຳນົດ 6 ເປົ້າໝາຍໃຫຍ່ ໂດຍມີແຜນວຽກຈຸດສຸມທີລະອຽດ ສະເພາະເປົ້າໝາຍທີ່ 1 ຂະຫຍາຍໂຕຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະໝັ້ນທ່ຽງ ໄດ້ກຳນົດແຜນວຽກຈຸດສຸມ ການເຕີບໂຕເສດຖະກິດມີຄຸນນະພາບ ແລະຍືນຍົງ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນພາຍ ໃນ 5 ປີຜ່ານມາ ບັນລຸສະເລ່ຍ 5.13% ຕໍ່ປີ ທຽບໃສ່ແຜນການລື່ນຄາດໝາຍທີ່ວາງໄວ້ ເຊິ່ງຄາດໝາຍ 5 ປີ ແມ່ນ 4.9%; ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫຼື GO ທົ່ວເມືອງແຕ່ປີ 2020-2024 ບັນລຸໄດ້ 2,013 ຕື້ກວ່າກີບ ສະເລ່ຍໄດ້ 402 ຕື້ກີບຕໍ່ປີ, ສະເພາະປີ 2024 ບັນລຸໄດ້ 494 ຕື້ກວ່າກີບ (ຄາດໝາຍໃນປີ 2024 ແມ່ນ 446.8 ຕື້ກີບ), ໃນລວມຍອດຜະລິດຕະພັນປີ 2024 ປະກອບມີ: ຂົງເຂດກະສິກໍາ ແລະ ປ່າໄມ້ ກວມ 71.3%, ຂົງເຂດອຸດສະຫະກໍາ-ຫັດຖະກໍາ ກວມ 15.7% ແລະຂົງເຂດການບໍລິການ ມູນຄ່າ 64.24 ຕື້ກີບ ກວມ 13%; ການປ່ຽນແປງໂຄງປະກອບເສດຖະກິດ ແຕ່ລະຂົງເຂດລ້ວນແຕ່ລື່ນຄາດໝາຍ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍຕໍ່ຫົວຄົນ: ໃນທ້າຍປີ 2024 ບັນລຸໄດ້ 17 ລ້ານ 1 ແສນກວ່າກີບ ຕໍ່ຄົນຕໍ່ປີ ລື່ນຄາດໝາຍເກືອບ 2 ລ້ານກີບ, ເຊິ່ງຄາດໝາຍແມ່ນ 15 ລ້ານ 1 ແສນກວ່າກີບ.
ຂ່າວ-ພາບ: ອາພຸດເດດ ບຸບຜາ







