ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີຜ່ານມາ ແຂວງສະຫວັນະເຂດ ສາມາດຂຶ້ນບັນຊີເກັບ ກູ້, ຄຸ້ມຄອງອາວຸດປືນເສິກ, ລ່າເນື້ອ ແລະ ທາດລະເບີດ ໄດ້ຈໍານວນຫລາຍ

Oct 14, 2024

ອີງຕາມຂໍ້ມູນທີ່ ພັນເອກ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນະເຂດ ລາຍງາຍຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 563/ປກສ ວ່າດ້ວຍການຂື້ນບັນຊີເກັບກູ້,ຄຸ້ມຄອງອາວຸດປືນເສິກ, ລ່າເນື້ອ ແລະທາດລະເບີດ ປີ 2019-2023 ແລະ ທິດທາງແຜນການ ປີ 2024-2025 ຈັດຂຶ້ນໃນຕອນບ່າຍວັນທີ 11 ຕຸລາ 2024 ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນະເຂດ ໃຫ້ຮູ້ວ່າ: ການຈັດ ຕັ້ງປະຕິບັດຄຳສັ່ງ ເລກທີ 563/ປກສ ວ່າດ້ຍການຮິບໂຮມ ຂື້ນບັນຊີ ຄຸ້ມຄອງອາວຸດປືນເສີກທຸກຊະນິດ ໃນທົ່ວແຂວງສະຫວັນ ນະເຂດໄລຍະ ປີ 2019 – 2023, ຄະນະຮັບຜິດຊອບລວມ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງ 563/ປກສ ດ້ວຍການ ເປີດກອງປະຊຸມ ຄົ້ນຄວ້າ, ປຶກສາຫາລືເປັນເອກະພາບໃນການ ສ້າງແຜນການຈັດຕັ້ງປະຕິບັດ ແລະ ສ້າງນິກໍາໃນການຮັບໄຊ້ເຄື່ອນໄຫວຄື: ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຄະນະຮັບ ຜິດຊອບແຜນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 563/ ປກສຂັ້ນແຂວງ, ຂັ້ນເມືອງ 14 ຕົວເມືອງ 1 ນະຄອນ ຮອດທ້ອງຖິ່ນຮາກຖານຕ່າງໆ, ອອກຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງກອງເລຂາຄະນະສະເພາະກິດ, ແຕ່ງຕັ້ງຄະນະລົງການເກັບກູ້ ຮີບໂຮມ ຂຶ້ນບັນຊີ ຄຸ້ມຄອງອາວຸດປືນ ເສິກ ໄດ້ສ້າງແຜນປະຕິບັດງານ ແລະ ແຜນການເຄື່ອນໄຫວ ພ້ອມກັນນັ້ນໄດ້ອອກແຈ້ງການຂອງທ່ານ ເຈົ້າແຂວງສະຫວັນນະເຂດສະບັບເລກທີ 3395/ຈຂ, ສຂ ລົງວັນທີ 22 ທັນວາ 2022 ວ່າດ້ວຍການເກັບກຳ ທ້ອນໂຮມ ອາ ວຸດປືນເສິກໃນທົ່ວແຂວງ.
ປະຈຸບັນ ສາມາດຈັດຕັ້ງປະຕິບັດສໍາເລັດ 2 ໄລຍະ ຄື: ໄລຍະລົງກວດກາ, ສົມທຽບອາວຸດປືນເສິກ ແລະ ສາມາດຂື້ນບັນຊີອາວຸດເສິກທັງໝົດໄດ້ 3,140 ກະບອກ, ຊະນິດປືນສັ້ນ 1,870 ກະ ບອກ, ຊະນິດປືນເຫຼັກຍາວ 1,270 ກະບອກ, ການປະຕິບັດເກັບກູ້ອາວຸດປືນເສິກ ໄດ້ 14 ເມືອງ ແລະ 1 ນະຄອນ, ບັນດາພະແນກການ ອົງການບໍລິຫານລັດທຽບເທົ່ານທົ່ວແຂວງ ຕະຫຼດຮອດປະຊາຊົນ ລວມທັງໝົດ 265 ກະບອກ ເປັນຊະນິດປືນສັ້ນ 145 ກະບອກ. ຊະນິດປືນເຫຼັກຍາວ 120 ກະບອກ, ລູກກະ ສູນ 1,113 ລູກ ຍິງປືນ 148 ບັ້ງ.
ນອກຈາກນັ້ນ ຍັງໄດ້ເກັບກູ້ອາວຸດລ່າເນື້ອໃນທົ່ວແຂວງ ລວມທັງໝົດ 848 ກະບອກ ເຊິ່ງລວມມີອາວຸດລ່າເນື້ອປະເພດປືນ ແກັບ, ປືນແວັງເດີລົງ, ປືນລູກຊອງແຊນປັກ, ປືນລູກຊອງແຝດສອງເລົາ, ເກັບກູ້ ແລະ ທຳລາຍບັ້ງໄຟດອກ ຈຳນວນ 50 ແກັດ ເທົ່າ 910 ແກັດ, ນ້ຳໜັກ 1,500 ກິໂລກະລາມ.
ພາບ: ປະກອບ