ທ່ານ ພົງສະຫວັດ ສິງຫາລາດ, ຮອງເລຂາພັກ ຮອງເຈົ້າເມືອງທ່າແຕງ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ທິດທາງລວມ ແລະ ຄາດໝາຍການພັດທະນາເສດຖະ ກິດ-ສັງຄົມຂອງ ເມືອງທ່າແຕງ ໃນ 5 ປີ ຕໍ່ໜ້າ (2025-2029) ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5,8% ລວມຍອດມູນຄ່າຜະລິດຕະພັນພາຍໃນ ຫລື GDP ບັນລຸໄດ້ 1,430.96 ຕື້ກີບ/ປີ. ໃນນີ້, ຂະແໜງກະສິກຳ ເພີ່ມຂຶ້ນ 5,10% ກວມເອົາ 40,60%, ຂະແໜງອຸດສະຫະກຳ 7,52% ກວມເອົາ 34,51% ແລະ ຂະ ແໜງບໍລິການເພີ່ມຂຶ້ນ 4,55% ກວມເອົາ 24,89% ຂອງ GDP.
ພ້ອມນີ້ ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ແລະ ຄຸ້ມຄອງລາຍຈ່າຍ, ປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟືອຍຢ່າງຮັດກຸມ. ສູ້ຊົນຜະລິດເຂົ້າໃຫ້ໄດ້ 108,482 ໂຕນ (ສະເລ່ຍປະມານ 21,696 ໂຕນ/ປີ), ພືດສະບຽງອາຫານ 179,062 ໂຕນ, ພືດເປັນສິນຄ້າ 1,322,390 ໂຕນ, ສົ່ງເສີມການລ້ຽງສັດ ເພື່ອເຮັດໃຫ້ອັດຕາການຂະຫຍາຍຕົວຂອງຝູງສັດເພີ່ມຂຶ້ນ 2-3%, ຜະລິດຊີ້ນ, ປາ ແລະ ໄຂ່ ໃຫ້ໄດ້ 13,048 ໂຕນ, ສືບຕໍ່ສຸມທຶນຮອນເຂົ້າໃນການພັດ ທະນາພື້ນຖານໂຄງລ່າງ, ພັັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ໃຫ້ສາມາດແຂ່ງກັບຕະຫຼາດທັງພາຍໃນ ແລະ ພາຍນອກຫຼາຍຂຶ້ນ.
ນອກຈາກນີ້ ຈະເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ, ສ້າງເງື່ອນໄຂການເຂົ້າ ເຖິງການສຶກສາ, ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການໃຫ້ມີຄຸນນະພາບ, ຍົກລະດັບການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບ, ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວກະສິກໍາ ຕິດພັນກັບການທ່ອງທ່ຽວແບບອະນຸລັກ, ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ສົ່ງເສີມ ແລະ ຍູ້ແຮງຂະບວນການຜະລິດເປັນສິນຄ້າ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ອື່ນໆ.
ທ່ານ ພົງສະຫວັດ ສິງຫາລາດ ໃຫ້ຮູ້ຕື່ມວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ ກ່ອນອື່ນໝົດຄະນະພັກ, ອົງການປົກຄອງເມືອງ ກໍຄືຮາກຖານບ້ານ ຕ້ອງໂຄສະນາເຜີຍ ແຜ່-ສຶກສາອົບຮົມໃຫ້ປະຊາຊົນຮັບຮູ້-ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນແນວທາງການປະຕິບັດ ດ້ວຍການຫັນພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດ ໝາຍ ແລະ ປະຕິບັດວຽກງານ 3 ສ້າງ; ສືບຕໍ່ສ້າງເງື່ອນ ໄຂ, ສ້າງສິ່ງອໍານວຍຄວາມສະດວກ, ຍາດແຍ່ງການຊ່ວຍເຫຼືອ, ດຶງດູດການລົງທຶນຈາກທຸກພາກສ່ວນໃນທົ່ວສັງຄົມ ເພື່ອຫັນເອົາແຫຼ່ງທຶນດັ່ງກ່າວ ເຂົ້າໃສ່ການພັດທະນາ.
ຂ່າວ: ສັນຍາ



