ທ່ານ ພັນໂທ ສົມພອນ ສີກຸມພົນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຊະນະສົມບູນ, ແຂວງຈໍາປາສັກ ໃຫ້ສໍາພາດ ໃນວັນທີ 11 ກຸມພາ 2025 ນີ້ວ່າ: ໃນ 5 ປີ ຜ່ານມາ ຢູ່ເມືອງຊະນະສົມບູນ ມີອຸບັດເຫດທາງຖະໜົນເກີດຂຶ້ນ 244 ລາຍ, ຄົນໄດ້ຮັບບາດເຈັບ 406 ລາຍ, ເສຍຊີວິດ 40 ຄົນ, ພາຫະນະເປ້ເພ 336 ຄັນ. ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສະຖຽນລະພາບ, ຕໍ່ຄວາມສະຫງົບປອດໄພຂອງສັງຄົມ ແລະ ຕໍ່ການພັດທະນາເສດຖະກິດ – ສັງຄົມ ພາຍໃນເມືອງຊະນະສົມບູນ.

ນອກຈາກນີ້ ຈາກການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງເຮັດໃຫ້ 5 ປີ ຜ່ານມາ ສາມາດແກ້ໄຂຄະດີອາຍາໄດ້ທັງໝົດ 243 ລາຍ, ຈັບຜູ້ຖືກຫາ ໄດ້ 257 ຄົນ, ຍິງ 7 ຄົນ, ແກ້ໄຂຄະດີຢາເສບຕິດໄດ້ 151 ລາຍ, ມີ 328 ຄົນ, ຍິງ 29 ຄົນ, ຢຶດເຄື່ອງຂອງກາງຢາບ້າໄດ້ 186.121 ເມັດ, ຢາໄອ໋ສ໌ 1 ຖົງນ້ອຍ ແລະ 5 ຫໍ່ນ້ອຍ, ໂຄເຄນ 1 ຖົງນ້ອນ, ຢາສູບ ໄຟຟ້າ 5 ຫຼອດ, ປືນ K59 ມີ 1 ກະບອກພ້ອມລູກ 8 ລູກ, ປືນຮັນລີ 2 ກະບອກ ພ້ອມລູກ 12 ລູກ, ປືນ P63 ມີ 2 ກະບອກ ພ້ອມດ້ວຍລູກ 13ລູກ, ຢືນ AK 47 ມີ 1 ກະບອກ ພ້ອມດ້ວຍລູກ 12 ລູກ, ລູກປືນເສິກ 57 ລູກ, ປືນດັດແປງ 5 ກະບອກ, ໂທລະສັບ 38 ໜ່ວຍ, ລົດຈັກ 11 ຄັນ, ລົດໃຫຍ່ 1 ຄັນ, ພ້ອມກັນນັ້ນ ກໍໄດ້ໂຄສະນາສຶກສາອົບຮົມປະຊາຊົນ ໃຫ້ຮັບຮູ້ຜົນຮ້າຍຂອງຢາເສບຕິດ ໄດ້ 47 ຄັ້ງ, ມີຜູ້ເຂົ້າຮ່ວມ 7.479 ຄົນ, ຍິງ 2.395 ຄົນ, ຂຶ້ນບັນຊີເປົ້າໝາຍທີ່ພົວພັນກັບຢາເສບຕິດ 843 ຄົນ, ຍິງ 12 ຄົນ, ສຶກສາອົບຮົມເປົ້າໝາຍເສບຢາບ້າ ໄດ້ 523 ຄົນ, ຍິງ 3 ຄົນ, ສາມາດປະກາດບ້ານປອດສິ່ງເສບຕິດ ໄດ້ 43 ບ້ານ, ໂຮງຮຽນປອສິ່ງເສບຕິດ 60 ແຫ່ງ.
Cr: ທູນທອງໃຈ


