5 ປີ ຜ່ານມາ ຢູ່ແຂວງບໍລິຄໍາໄຊ ມີຄະດີເກີດຂຶ້ນ 1.884 ເລື່ອງ, ຫຼາຍກວ່າໝູ່ແມ່ນຄະດີຢາເສບຕິດ

ພັທ ພັດທະນາ ວົງຄຳສີ ເລຂາຄະນະພັກ, ຮາກຖານຫົວໜ້າຫ້ອງຕຳຫຼວດ ຕາງໜ້າໃຫ້ຄະນະພັກຮາກຖານ, ຄະນະຫ້ອງພະນັກງານນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບພາຍໃນຫ້ອງຕຳຫຼວດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມແຂວງບໍລິຄໍາໄຊ ເມື່ອບໍ່ດົນມານີ້ວ່າ: ການຜັນຂະຫຍາຍ ຄຳສັ່ງເລກທີ 27/ນຍ, ເລກທີ 1470/ປກສ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, 09 ຫົວຂໍ້ວິທະຍາສາດ ແລະ ການແກ້ໄຂ 04 ເຖື່ອນຂອງແຂວງ ແລະ ບັນດາວຽກຈຸດສຸມ ໄດ້ມີການປະສານງານກັບ ປກສ ເມືອງ 07 ຕົວເມືອງ, ເລົ່າວິຊາສະເພາະ ພະນັກງານກໍ່ສ້າງຮາກຖານ, ການຈັດຕັ້ງບ້ານ ອອກເຄື່ອນໄຫວສະກັດກັ້ນຕາມຊາຍແດນ, ເສັ້ນທາງ ເຂດຊຸມຊົນ ນອກຈາກນັ້ນກໍ່ຍັງມີການສ້າງເປັນລາຍຄະດີສະເພາະກ່ອນເຫດການ ແລະ ຫຼັງເຫດການ.
ຜ່ານການຈັດຕັ້ງປະຕິບັດໃນໄລຍະ 05 ປີຜ່ານມາ, ທົ່ວແຂວງມີຄະດີເກີດຂຶ້ນ 1.884 ເລື່ອງ, ໃນນັ້ນ ຄະດີຢາເສບຕິດ 1.374 ເລື່ອງ, ເສດຖະກິດ 88 ເລື່ອງ, ສິ່ງ ແວດລ້ອມ 151 ເລື່ອງ, ຄ້າມະນຸດ 46 ເລື່ອງ, ສືບສວນສອບສວນ 227 ເລື່ອງ, ມີຜູ້ຖືກຫາທັງໝົດ 2.090 ຄົນ, ຍິງ 119 ຄົນ, ຕ່າງປະເທດ 103 ຄົນ, ຍິງ 11 ຄົນ; ຢຶດຂອງກາງໄດ້ ຢາບ້າ 16.968.759 ເມັດ, ຢາອີ 71 ກິໂລກຣາມ, ຢາໄອສ 3.085 ກິໂລ ກຣາມ, ເຮໂລອິນ 717 ກິໂລກຣາມ, ກັນຊາ 17.707 ກິໂລກຣາມ.
ນອກຈາກນີ້ ມີປະເພດແຮ່ທາດ 116 ໂຕ່ນ, ປະເພດໄມ້ 540.971 ແມັດກ້ອນ, ເຄື່ອງຂຸດຄົ້ນເງິນຄຣິບໂຕ້ 1.424 ເຄື່ອງ, ຄອມພິວເຕີ່ຕັ້ງໂຕະ 135 ເຄື່ອງ, ພາຫະ ນະລົດໃຫ່ຍ 96 ຄັນ, ລົດຈັກ 235 ຄັນ, ມີອຸປະຕິເຫດເກີດຂຶ້ນທັງໝົດ 1.843 ເລືຶ້ອງ, ເສຍຊີວິດ 296 ຄົນ, ອັກຄີໄພເກີດຂຶ້ນ 94 ເລື່ອງ ມູນຄ່າເສຍຫາຍ ( ສີ່ສິບສາມຕື້, ຫົກຮ້ອຍເກົ້າສິບສອງລ້ານ, ຫົກແສນ, ຫ້າສິບພັນກີບ ). ໃນນັ້ນຄະດີພົ້ນເດັ່ນ ມີຄະດີລັກຊັບຂອງລັດ 02 ເລື່ອງ, ຄະດີຢາເສບຕິດ 01 ເລື່ອງ, ຄະດີລັກຊັບ 01 ເລື່ອງ ຜົນເສຍຫາຍ 570.000.000 ກີບ,100.070.000 ດົງ, ຢຶດຂອງກາງຢາເສບ ຕິດຢາໄອສໄດ້ 1.449 ກິໂລກຣາມ.
ຂໍ້ມູນ: ຮອ ອານຸສົງ ພານຸວົງ




