ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ປີ ເສດຖະກິດເມືອງຈຳປາສັກ ຂະຫຍາຍຕົວສະເລ່ຍ 7,01% ຕໍ່ປີ

Feb 22, 2025

ທ່ານ ສະຫວາດ ແກ້ວບັນດິດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຈຳປາສັກ ໃຫ້ສຳພາດໃນວັນທີ 21 ກຸມພາ 2025 ວ່າ: ການຫ້າງຫາກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງຈຳປາສັກ ດຳເນີນໄປຢ່າງເປັນຂະບວນກ້ວາງຂວາງ ແລະ ຟົດຟື້ນ ນັບແຕ່ການປະດັບປະດາ, ຮັກສາຄວາມສະອາດຈົບງາມ, ຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ. ການສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ສ່ວນອະນຸກຳມະການເນື້ອໃນໄດ້ສຳເລັດການຮ່າງບົດລາຍງານການເມືອງທັງສອງພາກ, ບົດປະກອບຄໍາເຫັນພາກສ່ວນຕ່າງໆປິ່ນອ້ອມກອງປະຊຸມ, ອະນຸກຳການດ້ານບຸກຄະລາກອນໄດ້ສຳເລັດການທາບທາມຮອບທີ 3 ແລ້ວ. ມາຮອດປັດຈຸບັນ, ສາມາດຢືນຢັນໄດ້ວ່າ ເມືອງຈໍາປາສັກມີຄວາມພ້ອມ 100% ໃນການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX
ສະລັບການນຳພາ 5 ປີຜ່ານມາ 2020 – 2024 ຂອງອົງຄະນະພັກເມືອງຈຳປາສັກສະໄໝທີ 8.
ເຈົ້າເມືອງຈຳປາສັກ ໄດ້ໃຫ້ຮູ້ຕື່ມວ່າ: ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຕິດພັນການນຳພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະຂອງແຂວງຕາມເນື້ອໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ, ປັບປຸງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍຖືເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນວຽກຈຸດສຸມ ເຮັດໃຫ້ເສດຖະກິດຂອງເມືອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,01% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 6.604,20 ຕື້ກີບ, ສະເລ່ຍລາຍຮັບພົນລະເມືອງບັນລຸໄດ້ 26,12 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1.774 ໂດລາສະຫະລັດຕໍ່ຄົນຕໍ່ປີ ໂຄງປະກອບເສດຖະກິດ ຂົງເຂດກະສິກໍາ ກວມສະເລ່ຍ 43,99%, ຂົງເຂດອຸດສະຫະກໍາ ກວມສະເລ່ຍ 42,60%, ຂົງເຂດບໍລິການ ກວມສະເລ່ຍ 13,41%.
ສາມາດລະດົມແຫຼ່ງທຶນເຂົ້າໃສ່ແຜນພັດທະນາເສດຖະກິດ – ສັງຄົມ (2020 – 2024) ໄດ້ທັງ ໝົດ 788,99 ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ລື່ນແຜນ 11,04%; ການຈັດຕັ້ງປະຕິບັດບັນດາໂຄງການເຂົ້າໃສ່ແຜນການລົງທຶນ ໄດ້ທັງໝົດ 72 ໂຄງການ ລວມມູນຄ່າ 670,06 ຕື້ກີບ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 94,30%; ການຂຸດຄົ້ນລາຍຮັບເຂົ້າງົບປະມານ ບັນລຸໄດ້ 65,12 ຕື້ກີບ, ທຽບໃສ່ແຜນການ 5 ປີ ລື່ນແຜນ 14,85%; ພູດເມືອງຈັດເກັບ ປະຕິບັດໄດ້ 27,68 ຕື້ກີບ ກວມ 42,50% ຂອງລາຍຮັບທັງໝົດ, ປະຕິບັດລາຍຈ່າຍໄດ້ 56,38 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 100%.
ການຜະລິດເປັນສິນຄ້າ ໄດ້ຮັບການຊຸກຍູ້ສົ່ງເສີມ ໃຫ້ຂະຫຍາຍຕົວ ນໍາໃຊ້ກົນຈັກ ແລະ ເຕັກນິກເຂົ້າໃນການຜະລິດ ຢ່າງເປັນຂະບວນກວ້າງຂວາງ ເຮັດໃຫ້ເມືອງຈຳປາສັກ ສາມາດຄໍ້າປະກັນສະບຽງອາຫານ ຢ່າງພຽງພໍ ແລະ ຂາຍເປັນສິນຄ້າ ເຊິ່ງເປັນລາຍຮັບຕົ້ນຕໍຂອງປະຊາຊົນ, ຜົນຜະລິດເຂົ້າ 5 ປີ ປະຕິບັດໄດ້ 277.808 ໂຕນ ແລະ ມີເຂົ້າຂາຍເປັນສິນຄ້າ 95.661 ໂຕ, ສະໜອງຊີ້ນປາອາຫານໃຫ້ແກ່ສັງຄົມໄດ້ 64,2 ກິໂລຕໍ່ຄົນຕໍ່ປີ. ອັນພົ້ນເດັ່ນ ການນໍາໃຊ້ແຫຼ່ງນໍ້າບາດານ ເຂົ້າໃນການຜະລິດກະສິກໍາລະດູແລ້ງ ຂອງກຸ່ມຜະລິດເຂົ້າເໝົ້າ ແລະຄອບຄົວປູກພຶດຜັກເປັນສີນຄ້າ ກວມ 13 ບ້ານ 253 ຄອບຄົວສະໜອງນໍ້າໄດ້ 155 ເຮັກຕາ ມາຮອດປັດຈຸບັນມີຄອບຄົວຕົວແບບການຜະລິິດ ກະສິກໍາ 154 ຄອບຄົວ; ໃນນັ້ນ: ຄອບຄົວຕົວແບບປູກເຂົ້າ 36 ຄອບຄົວ, ປູກພືດຜັກເປັນສີນຄ້າ 66 ຄອບຄົວ, ຄອບຄົວຕົວແບບລຽ້ງງົວ 29 ຄອບຄົວ, ລຽ້ງໝູ 15 ຄອບຄົວ, ສັດປີກ 8 ຄອບຄົວ, ມີກຸ່ມຜະລິດເຂົ້າເປັນສີນຄ້າ 2 ກຸ່ມຄື : ບ້ານກະຕືບ ມີ 108 ຄອບຄົວ ສ້າງລາຍຮັບໄດ້ 5,8 ຕື້ກີບຕໍ່ປີ ແລະ ກຸ່ມຜະລິດເຂົ້າບ້ານວັດໄຊ 121 ຄອບຄົວ, ສ້າງລາຍຮັບໄດ້ 5,6 ຕື້ກີບ, ທົ່ວເມືອງມີຫົວໜ່ວຍທຸລະກິດ 892 ຫົວໜ່ວຍ, ທຽບໃສ່ປີ 2020 ເພີ່ມຂຶ້ນ 15,1%; ອຸດສະຫະກໍາ-ປຸງແຕ່ງແບບຄອບຄົວ 233 ຫົວໜ່ວຍ, ຕະຫຼາດ 8 ແຫ່ງ; ອັນສຳຄັນ ໄດ້ຮັບການຢັ້ງຢືນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ ( ODOP ) ໄດ້ 4 ກຸ່ມຄື: ກຸ່ມຫັດຖະກໍາຊ່ຽນເຄື່ອງທີ່ລະນຶກ ບ້ານທາງຄົບ 19 ຄອບຄົວ ສ້າງລາຍຮັບໄດ້ 1,08 ຕື້ກີບຕໍ່ປີ, ກຸ່ມຫັດຖະກຳຈັກສານໄມ້ປ່ອງ ບ້ານໜອງຫີນ 30 ຄອບຄົວ ສ້າງລາຍຮັບ 3,37 ຕື້ກີບຕໍ່ປີ, ກຸ່ມຫັດຖະກຳຈັກສານກະບຽນ ບ້ານຂອນແກ່ນ 69 ຄອບຄົວ ສ້າງລາຍຮັບ 1,12 ຕື້ກີບຕໍ່ປີ ແລະ ກຸ່ມຜະລິດເຂົ້າເໝົ້າ ບ້ານໜອງສະໂນ 40 ຄອບຄົວ ສ້າງລາຍຮັບ 3,79 ຕື້ກີບຕໍ່ປີ.
ລະດົມທຸກແຫຼ່ງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ ໂດຍສຸມໃສ່ການກໍ່ສ້າງສ້ອມແປງເສັ້ນທາງ ແລະ ຂົວ ທັງໝົດ 14 ໂຄງການ ມູນຄ່າທັງໝົດ 21,64 ຕື້ກີບ ໃນນັ້ນ: ທຶນລັດ ມູນຄ່າ 11,37 ຕື້ກີບ, ທຶນປະຊາຊົນມູນຄ່າ 10,28 ຕື້ກີບ.
May be an image of 2 people and text