ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

5 ສາເຫດ ທີ່ເຮັດໃຫ້ມີການປະລະການຮຽນ ຂອງນັກຮຽນສາຍສາມັນ ຢູ່ແຂວງອັດຕະປື

Jan 24, 2025

ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ເມື່ອວັນທີ 23 ມັງກອນ 2025, ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ຕອບຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການແກ້ໄຂການປະລະການຮຽນຂອງນັກຮຽນໃນສາຍສາມັນ ໃນຊັ້ນຮຽນຕ່າງຢູ່ພາຍໃນແຂວງ, ເຊິ່ງທ່ານ ໄດ້ຕອບວ່າ: ໃນຫຼາຍສົກຮຽນຜ່ານມາ ໄດ້ມີ ການຄົ້ນຄວ້າຫາສາເຫດ ກ່ຽວກັບກະແສການປະລະການຮຽນຂອງນັກຮຽນ ໃນຊັ້ນຮຽນຕ່າງໆໃນສາຍສາມັນຢູ່ພາຍໃນແຂວງອັດຕະປື ສ່ວນຫຼາຍແມ່ນເກີດມີຫຼາຍໃນເຂດຊານເມືອງ ແລະ ເຂດຊົນນະບົດຫ່າງໄກ ແລະ ກະແສການປະລະການຮຽນຂອງນັກຮຽນສ່ວນຫຼາຍ ແມ່ນນັກຮຽນໃນຂົວຕໍ່ການຮຽນ ລະຫວ່າງ ຈົບຊັ້ນຮຽນ ປະຖົມ ປໍ5 ບໍ່ສືບຕໍ່ການຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ນັກຮຽນຈົບຊັ້ນມັດທະຍົມຕອນຕົ້ນ ບໍ່ສືບຕໍ່ການຮຽນໃນຊັ້ນມັດທະມັດທະຍົມຕອນປາຍ ຫຼື ນັກຮຽນທີ່ຮຽນໃນຊັ້ນ ມໍຕົ້ນ ແລະ ມໍປາຍ ອອກຮຽນໃນກາງປີຮຽນ, ເຊິ່ງຜ່ານການຄົ້ນຄວ້າຂອງຄະນະຜູ້ບໍລິຫານການສຶກສາຂອງແຂວງແລ້ວເຫັນວ່າ ມີ 5 ສາເຫດຕົ້ນຕໍ ຄື:
1). ສະຖານການສຶກສາສາ ມໍຕົ້ນ ແລະ ມໍປາຍ ບໍ່ສາມາດຕອບສະໜອງໄດ້ໃນທຸກກຸ່ມບ້ານ ຍ້ອນພື້ນຖານໂຄງລ່າງ ດ້ານການສຶກສາ ມີຈຳກັດ, ຈໍານວນນັກຮຽນໃນເຂດບໍລິການຂອງກຸ່ມບ້ານມີໜ້ອຍ ແລະ ຄູສອນບໍ່ພຽງພໍ ບໍ່ສາ ມາດຈະເປີດການຮຽນ-ການສອນ ໃນຊັ້ນ ມໍຕົ້ນ ແລະ ມໍປາຍໄດ້, ຈິ່ງເຮັດໃຫ້ເກີດຄວາມບໍ່ສະດວກໃນການເຂົ້າຮຽນໃນກຸ່ມບ້ານຂອງນັກຮຽນຈໍານວນໜຶ່ງ.
2). ບ້ານຫ່າງໄກໂຮງຮຽນ ບໍ່ສາມາດທຽວຮຽນ ເຊົ້າ-ແລງໄດ້ ຍ້ອນການຕັ້ງບ້ານເຮືອນຂອງພໍ່ແມ່ແຈກຢາຍຕາມພື້ນທີ່ການຜະລິດ, ການຂາຍແຮງງານເຄື່ອນທີ່ຕາມນິຄົມການຜະລິດຂອງພໍ່ແມ່ ຫຼື ຜູ້ປົກຄອງ ບໍ່ສາມາດສົ່ງລູກເຂົ້າຮຽນໃນໂຮງຮຽນໄດ້ຢ່າງປົກກະຕິ.
3). ເສດຖະກິດບາງຄອບຄົວຂາດເຂີນ ບໍ່ມີເງິນໃຊ້ຈ່າຍພຽງພໍຄ່າຊິ້ນເປືອງໃຫ້ລູກທຽວຮຽນໃນແຕ່ລະວັນ ຈຳເປັນໃຫ້ລູກອອກໂຮງຮຽນໄປຂາຍແຮງງານເພື່ອຫາເງິນລ້ຽງຊີບ.
4). ຄວາມຕັດສິນໃຈຂອງຕົວນັກຮຽນເອງ ສາມາດຊອກທາງເລືອກອອກຂາຍແຮງງານຕາມນິຄົມການຜະລິດຂອງນັກລົງທຶນພາຍໃນ-ຕ່າງປະເທດ ແລະ ອື່ນໆ ເພື່ອລ້ຽງຊີບຕາມຄວາມສະໝັກໃຈຂອງຕົນເອງ.
5). ຂາດແຮງຈູງໃຈໃນການສືບຕໍ່ການຮຽນໃຫ້ຈົບຊັ້ນ ມໍ7 ແລະ ສືບຕໍ່ການຮຽນວິຊາສະເພາະ ຫຼື ວິຊາຊີບ ຍ້ອນວ່າຫຼາຍຄົນທີ່ຮຽນຈົບວິຊາສະເພາະມາແລ້ວ ກໍຍັງບໍ່ທັນມີວຽກເຮັດງານທໍາທີ່ໝັ້ນຄົງ ຍ້ອນຕະຫຼາດແຮງງານມີຈໍາກັດ ຈຶ່ງເຮັດໃຫ້ແຮງຈູງໃຈໃນການຮຽນຂອງລຸ້ນນ້ອງຫຼຸດໜ້ອຍຖອຍລົງ.
ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ຍັງໄດ້ຕອບຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ວ່າ: ສໍາລັບທິດທາງແກ້ໄຂການປະລະການຮຽນຂອງນັກຮຽນໃນສາຍສາມັນ ຢູ່ແຂວງອັດຕະປື ໃນສະເພາະໜ້າ ແລະ ຍາວນານ ທາງຂະແໜງການສຶກສາໄດ້ກໍານົດໄວ້ ຄື:
1). ເພີ່ມທະວີໃນການ ຂະຫຍາຍພື້ນຖານໂຄງລ່າງການສຶກສາ ມໍຕົ້ນ ແລະ ມໍປາຍ ໄປເຂດຊົນນະບົດ-ຫ່າງໄກ ທີ່ ເປັນຈຸດສຸມກຸ່ມບ້ານ ພ້ອມກັບການໃຫ້ສິ່ງອໍານວຍຄວາມສະດວກ ດ້ານການພັກເຊົາຂອງນັກຮຽນບ້ານໄກ ເພື່ອສ້າງຄວາມສະດວກໃຫ້ຜູ້ຮຽນເຂົ້າເຖິງການສຶກສາໄດ້ງ່າຍຂຶ້ນ ເຊັ່ນ: ຂະຫຍາຍໂຮງຮຽນມັດທະຍົມຕົ້ນ ເປັນ ມສ ເຂດສະປວນ ເມືອງ ໄຊເສດຖາ, ເຂດບ້ານແບ່ງ ພູຄໍາ ເມືອງ ສາມັກຄີໄຊ, ເຂດບ້ານ ຈັນຕໍ່ ເມືອງ ສະໜາມໄຊ, ເຂດ ຊຳຫຼວງ ເມືອງ ຊານໄຊ, ແລະ ເຂດສົມບູນ ເມືອງ ພູວົງ.
2). ລະດົມນັກຮຽນຜູ້ທຸກຍາກ-ດ້ອຍໂອກາດ ໃຫ້ເຂົ້າມາຮຽນໃນໂຮງຮຽນ ຊົນເຜົ່າແຂວງ, ໂຮງຮຽນຊົນເຜົ່າເຂດວັງ ຕັດ ເມືອງຊານໄຊ ແລະ ໂຮງຮຽນ ຊົນເຜົ່າເຂດສົມບູນ ເມືອງພູວົງ ໂດຍທີ່ລັດຖະບານ ຫຼື ງົບປະມານຂອງແຂວງ ຊ່ວຍສະໜອງເງິນເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າຜູ້ດ້ອຍໂອກາດ ໄດ້ເຂົ້າຮຽນໃນລະບົບລວມ ຄື: ກິນລວມ-ນອນລວມ ໃນອັດຕາເງິນເບ້ຍລ້ຽງ ທີ່ເໝາະສົມກັບເສດຖະກິດຕະຫຼາດໃນປັດຈຸບັນ.
3). ສົ່ງເສີມໃຫ້ຜູ້ດ້ອຍໂອກາດ ເຂົ້າຮັບການສຶກສາ ໃນລະບົບການສຶກສານອກໂຮງຮຽນ ຂອງບັນດາເມືອງ ທີ່ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ໃນແຕ່ລະສົກປີຮຽນ.
4). ສົ່ງເສີມໃຫ້ນັກຮຽນທີ່ຕົກຄ້າງ ເຂົ້າຮັບການອົບຮົມວິຊາຊີບໃນສູນເຝິກອົບຮົມຂອງພະນກແຮງງານ, ເຂົ້າຮຽນວິຊາຊີບ ທີ່ໂຮງຮຽນເຕັກ ນິກວິຊາຊີບແບບປະສົມຂອງແຂວງ ໂດຍສະເພາະ ນັກຮຽນທີ່ບໍ່ມີຄວາມສາມາດຮຽນຕໍ່ລະດັບ ມໍປາຍ ຫຼື ປະລິນຍາຕີ.
ຂ່າວ: ພອນປະເສີດ
May be an image of 8 people and text