ໃນກອງປະຊຸມໂຕະມົນກ່ຽວກັບຄວາມຮ່ວມມືດ້ານການລົງທຶນຂອງ ຈີນ-ອາຊຽນ ທີ່ຈັດຂຶ້ນໃນວັນທີ 25 ກັນຍາ 2024. ທ່ານນາງ ສຸພາພອນ ໄຊຍະເລີດ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ໄດ້ກ່າວໃຫ້ຂໍ້ມູນຕໍ່ກອງປະຊຸມວ່າ: 5 ເຫດຜົນທີ່ນັກລົງທຶນຄວນມາລົງທຶນຢູ່ ສປປ ລາວ ຄື: 1. ເສດຖະກິດຂອງ ສປປ ລາວ ກຳລັງຂະ ຫຍາຍໂຕຢ່າງວ່ອງໄວເຊິ່ງເປັນກາລະໂອກາດອັນດີທີ່ລົງທຶນຈະມາລົງທຶນ. 2. ລາວ ມີຊັບພະຍາກອນທີ່ອຸດົມສົມບູນເໝາະແກ່ການພັດທະນາຂະແໜງກະສິກຳ, ບໍ່ເເຮ່ ແລະ ພະລັງງານສະອາດ. 3. ລາວ ມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບ. 4. ເປັນໜຶ່ງໃນປະເທດທີ່ເຂົ້າຮ່ວມນະໂຍບາຍໜຶ່ງແລວທາງ ໜຶ່ງເສັ້ນທາງຂອງ ສປ ຈີນ ເພື່ອຫັນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງ-ເຊື່ອມຈອດທາງບົກ, ສົ່ງເສີມໃຫ້ລາວກາຍເປັນປະຕູ ແລະ ເປັນຂົວຕໍ່ໃຫຍ່ໜຶ່ງທີ່ເຊື່ອມຈີນ ແລະ ອາຊຽນ. 5. ມີນະໂຍ ບາຍສົ່ງເສີມການລົງທຶນ ໂດຍການຍົກເວັ້ນອາກອນຕ່າງໆ.
ກອງປະຊຸມດັ່ງກ່າວນີ້ ຈັດຂຶ້ນພາຍໃຕ້ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນນານນິງ ເຂດກວາງຊີປົກຄອງຕົນເອງຈີນ, ມີຕົວແທນຈາກຝ່າຍການຄ້າ ແລະ ການລົງທຶນຈາກປະເທດອາຊຽນຜັດປ່ຽນກັນນໍາສະເໜີເຫດຜົນແລະເງື່ອນ ໄຂດຶງດູດການລົງທຶນດ້ານຕ່າງໆໃນປະເທດຂອງຕົນ ເພື່ອດຶງດູດຄວາມສົນໃຈຂອງນັກທຸລະກິດໃຫ້ເຂົ້າໄປທໍາການຄ້າ ແລະລົງທຶນ.
ທີ່ມາ: CMG




