ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

50 ປິ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດສ່ອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

Dec 1, 2025

50 ປິ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດສ່ອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

ໂດຍ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງລະບອບສັກດີນາ, ລັດທິຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ, ກຳເນີດ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ (ສປປ ລາວ) ຂຶ້ນ. ນີ້ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ເປີດສັງກາດໃໝ່ບົນດິນແດນດອກຈຳປາ – ສັງກາດແຫ່ງ ເອກະລາດ, ເສລີພາບ, ສ້າງສັງຄົມທີ່ຍຸຕິທຳ ແລະ ສີວິໄລ, ປະຊາຊົນລາວບັນດາເຜົ່າໄດ້ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.

ນັບຕັ້ງແຕ່ການກຳເນີດຂອງ ພັກກອມມູນິດອິນດູຈີນ ໃນປີ 1930, ດ້ວຍແນວທາງທີ່ຖືກຕ້ອງ, ປະດິດສ້າງ, ປີຊາສາມາດ ແລະ ສະຫຼາດຫຼັກແຫຼມ; ໂດຍເສີມຂະຫຍາຍມູນເຊື້ອການຕໍ່ສູ້ປະຕິວັດ ທີ່ອົງອາດກ້າຫານ ແລະ ທໍລະຫົດອົດທົນຂອງປະຊາຊົນລາວບັນດາເຜົ່າ; ດ້ວຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເພື່ອນມິດສາກົນ ຊຶ່ງໃນນັ້ນມີການສະໜັບສະໜູນ ແລະ ຊ່ວຍເຫຼືອອັນຍິ່ງໃຫຍ່, ໝົດຈິດໝົດໃຈ ແລະ ບໍລິສຸດຜຸດຜ່ອງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາການປະຕິວັດຂອງລາວ ຜ່ານຜ່າພະຍຸລົມແດງນາໆປະການ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ໜັກແໜ້ນ. ພາຍຫຼັງເກືອບ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດຖະກິດກະສິກຳ ທີ່ຖືກປິດລ້ອມ ແລະ ຂວໍ້າບາດ, ສປປ ລາວ ບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ໄດ້ກາຍເປັນປະເທດເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ, ສປປ ລາວ ໄດ້ກາຍເປັນປະເທດສົ່ງອອກສິນຄ້າດ້ານກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເກືອບ 20 ເທົ່າ ທຽບໃສ່ໃນໄລຍະ 40 ປີທີ່ຜ່ານມາ. ມາຮອດປັດຈຸບັນ, ພັກປະຊາຊົນປະຕິວັດລາວ ໄດ້ມີການພົວພັນຮ່ວມມືກັບກວ່າ 150 ພັກການເມືອງໃນໂລກ, ສປປ ລາວ ມີສາຍພົວພັນການທູດກັບກວ່າ 151 ປະເທດໃນໂລກ, ມີສະຖານທູດລາວ ແລະ ສຳນັກງານຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ 41 ແຫ່ງ, ເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນໃນໂລກ. ສປປ ລາວ ສາມາດຈັດກອງປະຊຸມສາກົນທີ່ສຳຄັນຫຼາຍຄັ້ງ ດ້ວຍຜົນສຳເລັດອັນຈົບງາມ, ຊຶ່ງເປັນສິ່ງຢັ້ງຢືນໃຫ້ເຫັນເຖິງການປ່ຽນແປງອັນໃຫຍ່ຫຼວງ ແລະ ໜ້າພາກພູມໃຈຂອງປະເທດລາວທີ່ສວຍງາມ.
ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ເປັນຜູ້ນຳໜ້ານັ້ນ, ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງເດັດດ່ຽວ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະໃນໄລຍະການຟື້ນຟູຫຼັງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໄດ້, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ແລະ ຍົກສູງຖານະບົດບາດຂອງລາວໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ດ້ວຍຄວາມເດັດດ່ຽວໃນການຈັດຕັ້ງຜັນຂະຫຍາຍວິໄສທັດຍຸດທະສາດ, ສ້າງປະເທດໃຫ້ເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດ”, ເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງ ເພື່ອເຊື່ອມຈອດເສັ້ນທາງຄົມມະນາຄົມ, ການພັດທະນາບັນດາແລວເສດຖະກິດ ແລະ ໃນມໍ່ໆມານີ້ ແມ່ນການປັບປຸງກົງຈັກລັດໃນລະບົບການເມືອງຂອງລາວ. ພັກ, ລັດຖະບານ ແລະ ປະຊາຊົນລາວ ກຳລັງສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການເຕີບໂຕ ແລະ ຂະຫຍາຍຂອບເຂດການພັດທະນາ, ຊ່ວຍໃຫ້ລາວເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຢ່າງເລິກເຊິ່ງກ່ວາເກົ່າ, ຢືນຢັນເຖິງຄວາມປີຊາສາມາດໃນການເຊື່ອມໂຍງສາກົນ ຂອງປະເທດທີ່ກຳລັງພັດທະນາຢ່າງເຂັ້ມແຂງ.

ໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ເປັນໄລຍະທາງທີ່ຍາວນານພຽງພໍທີ່ຈະພິສູດໃຫ້ເຫັນເຖິງຄວາມປີຊາສາມາດ, ສະຫຼາດສ່ອງໃສ ຂອງການນຳພາ ຂອງພັກປະຊາຊົນປະຕິວັດລາວ ທີ່ເປັນປັດໄຈຕັດສິນທຸກໆໄຊຊະນະຂອງການປະຕິວັດລາວ, ນຳພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ໄດ້ຈາລຶກບັນດາຂີດໝາຍທີ່ສະຫວ່າງສະໄຫວ ໄວ້ໃນປະຫວັດສາດອັນສະຫງ່າອົງອາດຂອງຊາດ ແລະ ປະຊາຊົນລາວ.

ພຶດຕິກຳຕົວຈິງຂອງປະຫວັດສາດ ໄດ້ສະແດງໃຫ້ເຫັນວ່າ ບັນດາຜົນສຳເລັດຂອງການປະຕິວັດລາວ ແລະ ການປະຕິວັດ ຫວຽດນາມ ລ້ວນແຕ່ສະແດງໃຫ້ເຫັນການປະກອບສ່ວນທີ່ສຳຄັນ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນຂອງແຕ່ລະປະເທດ. ໃນບົດຄຳເຫັນຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IV ຂອງ ພັກແຮງງານຫວຽດນາມ (1976), ປະທານ ໄກສອນ ພົມວິຫານ ໄດ້ຢືນຢັນວ່າ: “ໃນທຸກໆຄວາມສຳເລັດຂອງການປະຕິວັດລາວ ລ້ວນແຕ່ມີການປະກອບ ສ່ວນໂດຍກົງຂອງການປະຕິວັດຫວຽດນາມ”. ໃນຖານະເປັນປະເທດເພື່ອນບ້ານທີ່ໃກ້ຊິດ, ມີສາຍພົວພັນມິດຕະພາບ ແລະ ມູນເຊື້ອແຫ່ງຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ບົນຈິດໃຈ “ເຂົ້າເມັດຫັກ, ຜັກເສັ້ນແບ່ງ”, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ທີ່ມີຕົ້ນກຳເນີດມາຈາກ ພັກກອມມູນິດອິນດູຈີນ, ຊຶ່ງໄດ້ຮັບການກໍ່ຕັ້ງໂດຍ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ນັ້ນ, ໃນຕະຫຼອດໄລຍະປະຫວັດສາດຂອງແຕ່ລະປະເທດ, ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງ, ສອງພັກ ໄດ້ສາມັກຄີກັນຢ່າງແໜ້ນແຟ້ນມາໂດຍຕະຫຼອດ, ນຳພາກອງທັບ ແລະ ປະຊາຊົນສອງປະເທດ “ຄຽງບ່າຄຽງໄຫຼ່ກັນ”, “ແບ່ງສຸກແບ່ງທຸກ”, “ຮ່ວມເປັນຮ່ວມຕາຍນຳກັນ”, ດ້ວຍຄວາມມຸ່ງຫວັງທີ່ວ່າ “ບໍ່ມີຫຍັງປະເສີດກວ່າ ເອກະລາດ ແລະ ເສລີພາບ” ເພື່ອຕີຊະນະສັດຕູໂຕດຽວກັນ, ພ້ອມກັນຍາດໄດ້ໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດຂອງຕົນ; ພ້ອມກັນນັ້ນ, ກໍພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການໃໝ່. ເຫດການທີ່ເປັນບາດລ້ຽວປະຫວັດສາດ ນັ້ນແມ່ນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ໄດ້ມີບົດບາດ ແລະ ການປະກອບສ່ວນອັນສຳຄັນຈາກໄຊຊະນະຢ່າງສົມບູນຂອງການປະຕິວັດຫວຽດນາມ, ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ໃນວັນທີ 30 ເມສາ 1975. ເຊັ່ນດຽວກັນ, ໄຊຊະນະຂອງຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ແມ່ນຕິດພັນຢ່າງສະໜິດແໜ້ນກັບການຊ່ວຍເຫຼືອອັນລໍ້າຄ່າ, ໝົດຈິດໝົດໃຈ ແລະ ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ ລຽບຕາມເສັ້ນທາງ ໂຮ່ຈິມິນ ໃນພາກຕາເວັນຕົກຂອງສາຍພູຫຼວງ ເທິງດິນແດນຂອງລາວ ຢູ່ໃຕ້ຮ່າຝົນຂອງລູກລະເບີດຂອງສັດຕູໂຕດຽວກັນ. ຕາມທັດສະນະ ແລະ ທິດຊີ້ນຳຂອງ ປະທານ ໂຮ່ຈິມິນ ທີ່ວ່າ “ພວກເຮົາຖືວ່າຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງອ້າຍນ້ອງລາວເປັນດັ່ງຂອງພວກເຮົາເອງ” ແລະ “ຊ່ວຍເພື່ອນຄືຊ່ວຍຕົນເອງ” ໄດ້ຮັບການເຊື່ອມຊຶມຈາກບັນດາຜູ້ນໍາ ແລະ ປະຊາຊົນສອງຊາດ ຫວຽດນາມ ແລະ ລາວ, ເປັນແຫຼ່ງກໍາລັງແຮງທີ່ພາໃຫ້ການປະຕິວັດຂອງແຕ່ລະປະເທດ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະໃໝ່.

ສອງປະເທດພວກເຮົາ ກຳລັງກະກຽມຢ່າງຮອບດ້ານ ເພື່ອຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກດ້ວຍຜົນສຳເລັດ ຊຶ່ງເປັນຂີດໝາຍແຫ່ງການກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການພັດທະນາ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງ, ຄຸນນະພາບສູງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທຸກດ້ານ. ໃນສະພາບການຂອງໂລກ ແລະ ພາກພື້ນ ທີ່ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ, ສະພາບແວດລ້ອມຄວາມໝັ້ນຄົງໃນພາກພື້ນ ນັບມື້ນັບມີຄວາມເຄັ່ງຕຶງຂຶ້ນ, ເພື່ອໃຫ້ແຕ່ລະປະເທດສາມາດບັນລຸເປົ້າໝາຍຂອງຕົນໄດ້ຢ່າງມີໄຊ, ການເສີມຂະຫຍາຍສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແມ່ນມີຄວາມສຳຄັນພິເສດ.
ໂດຍເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຄວາມເຂັ້ມແຂງລວມຂອງສອງປະເທດ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ບັນດາບົດຮຽນປະຫວັດສາດຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງ ແລະ ເພີ່ມທະວີຄວາມສາມັກຄີພິເສດ ລະຫວ່າງ ປະຊາຊົນສອງປະເທດຢ່າງໜັກແໜ້ນ. ຈາກນັ້ນ, ເພີ່ມທະວີການໂຄສະນາເຜີຍແຜ່ມູນເຊື້ອດັ່ງກ່າວ ໃຫ້ບັນດາຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ ໃຫ້ຮັບຮູ້, ສືບຕໍ່ຮັກສາ ແລະ ເສີມສ້າງສາຍພົວພັນພິເສດໃຫ້ນັບມື້ນັບກ້າວຂຶ້ນສູ່ລະດັບສູງໃໝ່, ກາຍເປັນກຳລັງແຮງໃໝ່ ແລະ ກຳລັງຂັບເຄື່ອນໃຫ້ສອງປະເທດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ນຳພາປະເທດກ້າວໄປສູ່ການພັດທະນາແບບຍືນຍົງ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ, ສ້າງສັງຄົມນິຍົມໃຫ້ສຳເລັດຜົນຢູ່ແຕ່ລະປະເທດ.

ສືບຕໍ່ກວດກາຄືນ ແລະ ຊຸກຍູ້ການຮ່ວມມືທີ່ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ; ສຸມໃສ່ບັນດາຂົງເຂດທີ່ສາມາດເສີມຂະຫຍາຍທ່າແຂງ ແລະ ເງື່ອນໄຂທີ່ເອື້ອອຳນວຍພື້ນຖານຂອງແຕ່ລະປະເທດ, ສົມທົບຢ່າງສົມເຫດສົມຜົນ ລະຫວ່າງ ລະບຽບ ແລະ ປະເພນີປະຕິບັດຂອງ ສາກົນ ກັບການໃຫ້ບູລິມະສິດສູງຕໍ່ກັນ ແລະ ກັນ, ສອດຄ່ອງກັບລັກສະນະພິເສດຂອງສາຍພົວພັນຫວຽດນາມ – ລາວ.

ສຸມໃສ່ການຮ່ວມມືພັດທະນາເສດຖະກິດ, ເສີມຂະຫຍາຍສຸດກຳລັງທ່າແຮງຂອງແຕ່ລະປະເທດ ໃຫ້ເກີດປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍການເຕີບໂຕ. ປະສານສົມທົບ ເພື່ອເພີ່ມທະວີການຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງໃນແຕ່ລະປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບໃນພາກພື້ນ ແລະ ໃນໂລກ. ຊຸກຍູ້ການຮ່ວມມືດ້ານການເມືອງ, ການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານລັດ, ວັດທະນະທຳ, ສາທາລະນະສຸກ, ການສຶກສາ, ການປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ. ຍົກສູງຄວາມຮັບຜິດຊອບ ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດສັນຍາ ແລະ ຂໍ້ຕົກລົງ ລະຫວ່າງ ສອງພັກ ແລະ ສອງລັດ. ສືບຕໍ່ເພີ່ມທະວີສາຍພົວພັນຮອບດ້ານ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ, ເພີ່ມທະວີການຮ່ວມມືໃນການກໍ່ສ້າງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນ ຊັບພະຍາກອນມະນຸດຄຸນນະພາບສູງ, ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຊາດໃນຍຸກດີຈີຕອນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13/12/1920 – 13/12/2025), ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິຍິນດີ ແລະ ມີຄວາມເບີກບານມ່ວນຊື່ນ ຕໍ່ກັບຜົນສຳເລັດອັນສະຫງ່າລາສີ ທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 50 ປີຜ່ານມາ. ພ້ອມກັນນັ້ນ, ກໍເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ໄດ້ຮັບໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນຳພາປະເທດລາວ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ເອກະພາບ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ໂດຍເສີມຂະຫຍາຍສາຍພົວພັນພິເສດທີ່ເປັນມູນເຊື້້ອ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ – ລາວ ໃຫ້ນັບມື້ນັບຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນ, ໃຫ້ສົມກັບສາຍພົວພັນພິເສດທີ່ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມດ້ວຍປະຊາຊົນສອງຊາດໄດ້ຮ່ວມກັນສ້າງໄວ້.