ປີ 2025 ເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ເປັນພິເສດຕໍ່ປະຊາຊົນຂອງທັງສອງປະເທດ ຫວຽດນາມ ແລະ ລາວ, ເນື່ອງຈາກເປັນປີທີ່ມີການສະເຫຼີມສະຫຼອງວາລະຄົບຮອບວັນສໍາຄັນຕ່າງໆຂອງຊາດ. ສໍາລັບປະເທດລາວ ອ້າຍນ້ອງ, ປີ ນີ້ຈະຄົບຮອບ 70 ປີແຫ່ງການສ້າງຄັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2025), ຄົບຮອບ 50 ປີວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025) ແລະ ຄົບຮອບ 105 ປີວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13 ທັນວາ 1920 – 13 ທັນວາ 2025) ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນບັນດາເຜົ່າຂອງລາວ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ວາລະສໍາຄັນເຫຼົ່ານີ້ເປັນໂອກາດທີ່ດີໃຫ້ປະຊາຊົນຂອງທັງສອງປະເທດ ຫວຽດນາມ – ລາວ ໄດ້ຮ່ວມກັນພາກພູມໃຈທົບທວນ ປະຫວັດສາດອັນສະຫງ່າຜ່າເຜີຍ, ຫວນຄືນຄວາມຊົງຈຳອັນເລິກເຊິ່ງຂອງພັນທະມິດການຕໍ່ສູ້ຄຽງບ່າຄຽງໄຫຼ່ ພ້ອມດ້ວຍຄວາມເຊື່ອໝັ້ນທີ່ຈະຮ່ວມເດີນຄຽງຂ້າງກັນ ສູ່ການພັດທະນາຮຸ່ງເຮືອງໃນຍຸກສະໄໝໃໝ່.
ນັບຕັ້ງແຕ່ການສ້າງຄັ້ງພັກກອມມູນິດອິນດູຈີນ ໃນປີ 1930, ການປະຕິວັດຂອງທັງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ມີສາຍພົວພັນອັນແໜ້ນແຟ້ນຍິ່ງບົນເສັ້ນທາງການຕໍ່ສູ້ເພື່ອປົດປ່ອຍຊາດໃຫ້ພົ້ນຈາກການປົກຄອງຂອງລັດທິລ່າເມືອງຂຶ້ນ. ສໍາລັບຫວຽດນາມ ແລະ ລາວ, ໃນພາລະກິດການຕໍ່ສູ້ອັນຍາກລຳບາກ ແລະ ເຕັມໄປດ້ວຍບົດທົດສອບນັ້ນ, ພາຍໃຕ້ການນຳພາຂອງສອງພັກ ຄື: ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ປະຊາຊົນຂອງທັງສອງປະເທດໄດ້ຢືນຢັດຄຽງຂ້າງກັນສະເໝີຕົ້ນສະເໝີປາຍ, ຮ່ວມສຸກຮ່ວມທຸກ ຮ່ວມສະໜາມຮົບດຽວກັນເພື່ອຕໍ່ສູ້ກັບສັດຕູຮ່ວມ, ນຳພາການປະຕິວັດຂອງທັງສອງຊາດໄປສູ່ໄຊຊະນະຢ່າງສົມບູນ.
ພາຍຫຼັງການເປີດສາກການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮືຂຶ້ນຂອງລະດູໃບໄມ້ປົ່ງ ປີ 1975 ໃນຫວຽດນາມ ທີ່ກອງທັບ ແລະ ປະຊາຊົນຫວຽດນາມປະສົບໄຊຊະນະຢ່າງຍິ່ງໃຫຍ່ແລ້ວ, ທີ່ປະເທດລາວ, ກອງກຳລັງປະເທດລາວ ພ້ອມດ້ວຍການສະໜັບສະໜູນຈາກກອງທະຫານອາສາສະໝັກຫວຽດນາມ ກໍໄດ້ເລັ່ງລັດເຄື່ອນກຳລັງເຂົ້າສູ່ແຂວງ ແລະ ເມືອງຕ່າງໆລຽບຕາມແມ່ນໍ້າຂອງ ເພື່ອປຸກລະດົມມວນຊົນ, ກະກຽມພ້ອມສໍາລັບການລຸກຮືຂຶ້ນຍຶດອຳນາດຄັ້ງໃຫຍ່. ວັນທີ 30 ເມສາ 1975, ບັ້ນຮົບ ໂຮ່ຈິມິນ ໃນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນ. ເມື່ອເຫັນວ່າສະຖານະການການປະຕິວັດສຸກງອມແລ້ວ, ວັນທີ 5 ພຶດສະພາ 1975, ກົມການເມືອງ ແລະ ສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດການປະຊຸມຂະຫຍາຍ ແລະ ມີມະຕິເປັນເອກະພາບເຫັນດີຕໍ່ການປະເມີນຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ທີ່ວ່າ: “ການປະຕິວັດລາວກຳລັງຢູ່ຕໍ່ໜ້າຊ່ວງເວລາທີ່ອຳນວຍຢ່າງຍິ່ງ. ພາລະກິດການຍຶດອຳນາດຄືນສູ່ມືປະຊາຊົນຈຳເປັນຕ້ອງໄດ້ປະຕິບັດໂດຍເລັ່ງດ່ວນ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ພວກເຮົາມີຄວາມສາມາດພຽງພໍທີ່ຈະເຮັດໃຫ້ການປະຕິວັດປະຊາທິປະໄຕປະຊາຊົນສໍາເລັດລຸລ່ວງທົ່ວປະເທດໄດ້ພາຍໃນໄລຍະເວລາອັນສັ້ນ.” ກົມການເມືອງຂອງລາວໄດ້ມີມະຕິເຫັນດີແຜນການຍຶດອຳນາດທົ່ວປະເທດ ແລະ ປະກາດຮຽກຮ້ອງໃຫ້ທັງພັກ, ທັງປະຊາຊົນ ແລະ ທັງກອງທັບໃນທັງສາມເຂດຍຸດທະສາດ, ຍຶດໝັ້ນໃນໂອກາດປະຫວັດສາດທີ່ຫາໄດ້ຍາກຍິ່ງ “ລຸກຮື້ຂຶ້ນພ້ອມກັນ ແລະ ບຸກທະລຸຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ເຂັ້ມແຂງ ເພື່ອຍຶດອຳນາດຄືນສູ່ມືປະຊາຊົນໃນເວລາສັ້ນທີ່ສຸດ ດ້ວຍສາມແນວຮົບຍຸດທະສາດ ແລະ ແນວທາງການຕໍ່ສູ້ທາງການຕ່າງປະເທດ”. ວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳເນີດຂຶ້ນຢ່າງເປັນທາງການ. ການປະຕິວັດປົດປ່ອຍຊາດຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໄດ້ຮັບໄຊຊະນະຢ່າງສົມບູນຕາມຄຳກ່າວທີ່ວ່າ: “ດອກບົວບໍ່ຊໍ້າ, ນໍ້າບໍ່ຂຸ່ນ, ແຕ່ສາມາດຈັບປາໄດ້ທັງໝົດ”. ຜົນສໍາເລັດອັນຍິ່ງໃຫຍ່ນີ້ ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງປະຊາຊົນລາວເທົ່ານັ້ນ ຍັງເປັນຫຼັກຖານອັນມີຊີວິດຊີວາທີ່ສະທ້ອນໃຫ້ເຫັນເຖິງ ຄວາມສາມັກຄີພິເສດອັນລໍ້າຄ່າ ແລະ ຫາໄດ້ຍາກຍິ່ງໃນໂລກ ລະຫວ່າງສອງປະເທດ ແລະ ສອງຊາດເພື່ອນບ້ານ ຫວຽດນາມ – ລາວ.
ເມື່ອກ້າວເຂົ້າສູ່ຍຸກແຫ່ງການປ່ຽນແປງ ແລະ ການເຊື່ອມໂຍງກັບສາກົນ, ສາຍພົວພັນຫວຽດນາມ – ລາວ ຍັງຄົງພັດທະນາຢ່າງເຂັ້ມແຂງ, ເປັນຮູບປະທຳ ແລະ ຮອບດ້ານຍິ່ງກວ່າທີ່ເຄີຍເປັນມາ. ທັງສອງປະເທດໄດ້ຮ່ວມລົງນາມ ແລະ ປະຕິບັດຢ່າງມີປະສິດທິພາບຕາມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ – ລາວ (18 ກໍລະກົດ 1977), ພ້ອມດ້ວຍຂໍ້ຕົກລົງອີກຈຳນວນຫຼວງຫຼາຍດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ – ເຕັກໂນໂລຊີ ແລະ ການປ້ອງກັນຄວາມສະຫງົບ – ປ້ອງກັນຊາດ. ຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນຫວຽດນາມ – ລາວ ໄດ້ພັດທະນາຢ່າງຮອບດ້ານ ແລະ ໄດ້ກາຍເປັນ ແບບຢ່າງອັນໂດດເດັ່ນຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດ.
ສາຍພົວພັນຫວຽດນາມ – ລາວ ໄດ້ກຳນົດໃຫ້ເປັນ ລຳດັບຄວາມສໍາຄັນສູງສຸດ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດມາໂດຍຕະຫຼອດ ເຊິ່ງເປັນສາຍພົວພັນຕົ້ນແບບທີ່ມີຄວາມໝາຍຍຸດທະສາດໃນໄລຍະຍາວ, ເປັນໜຶ່ງໃນປັດໄຈຊີ້ຂາດຄວາມສໍາເລັດຂອງພາລະກິດການປະຕິວັດຂອງແຕ່ລະຊາດ ແລະ ເປັນຊັບສິນອັນລໍ້າຄ່າທີ່ເຮັດໜ້າທີ່ເປັນ ຫຼັກຄ້ຳຈູນຍຸດທະສາດ ຕໍ່ສະຖຽນລະພາບ, ການພັດທະນາ ແລະ ການເຊື່ອມໂຍງກັບສາກົນຂອງແຕ່ລະປະເທດ. ຂະນະດຽວກັນຍັງເປັນກົດແຫ່ງປະຫວັດສາດ, ເປັນແຫຼ່ງພະລັງ ແລະ ເປັນແຮງຂັບເຄື່ອນໃຫ້ທັງສອງປະເທດຮ່ວມກັນປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຮຸ່ນຫຼັງ.
ສາຍພົວພັນທາງດ້ານການເມືອງ ແລະ ການຕ່າງປະເທດລະຫວ່າງຫວຽດນາມ – ລາວ ໄດ້ຖືວ່າເປັນ ແກນກາງ ແລະ ທິດທາງນຳ ຂອງສາຍພົວພັນຂອງສອງຊາດ. ທັງສອງຝ່າຍແລກປ່ຽນຄະນະ ການຕິດຕໍ່ລະດັບສູງ ແລະ ທຸກລະດັບຢ່າງສະໝໍ່າສະເໝີ, ມີການປະສານງານຢ່າງໃກ້ຊິດໃນການກຳນົດນະໂຍບາຍ, ການປົກປ້ອງຊາຍແດນ, ການປ້ອງກັນຄວາມສະຫງົບ – ປອງກັນຊາດ, ການຕ່າງປະເທດ ແລະ ບັນຫາຍຸດທະສາດທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ສາຍພົວພັນທາງດ້ານການເມືອງທີ່ໝັ້ນຄົງແຂງແກ່ນໄດ້ສ້າງຮາກຖານຮອງຮັບການຮ່ວມມືໃນຂະແໜງອື່ນໆ, ພ້ອມທັງເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງທັງສອງປະເທດ.
ການຮ່ວມມືດ້ານການປ້ອງກັນຄວາມສະຫງົບ – ປອງກັນຊາດ ເປັນ 1ໃນ ເສົາຄ້ຳທີ່ສໍາຄັນຍິ່ງ, ຊ່ວຍໃຫ້ທັງສອງຝ່າຍສາມາດຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທັງໃນຮູບແບບດັ້ງເດີມ ແລະ ຮູບແບບໃໝ່ໄດ້ຢ່າງມີປະສິດທິພາບ, ມີສ່ວນສໍາຄັນຕໍ່ການຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍຂອງສັງຄົມ, ການພິທັກອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຕະຫຼອດຈົນການຮັກສາສັນຕິພາບ ແລະ ມິດຕະພາບໃນບໍລິເວນ ຊາຍແດນຮ່ວມກັນ.
ສາຍພົວພັນດ້ານເສດຖະກິດເປັນ 1 ໃນຮາກຖານສໍາຄັນ ຂອງການຮ່ວມມືຫວຽດນາມ – ລາວ ທີ່ເຊື່ອມໂຍງຢ່າງແໜບແໜ້ນກັບສາຍພົວພັນທາງການເມືອງ ແລະ ການປ້ອງກັນຊາດ. ໃນຊ່ວງບໍ່ພໍເທົ່າໃດປີທີ່ຜ່ານມາ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງທັງສອງປະເທດໄດ້ພັດທະນາຢ່າງວ່ອງໄວ ແລະ ບັນລຸຜົນໄດ້ຮັບທີ່ໜ້າປະທັບໃຈ. ໃນປີ 2024, ມູນຄ່າການຄ້າສອງຝ່າຍບັນລຸປະມານ 2.25 ຕື້ໂດລາສະຫະລັດ, ເຊິ່ງເປັນລະດັບສູງສຸດ. ໂດຍສະເພາະໃນຊ່ວງ 10 ເດືອນທຳອິດຂອງປີ 2025, ມູນຄ່າການຄ້າສອງຝ່າຍ ບັນລຸເຖິງ 2.56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເຖິງ 50.4%ເມື່ອທຽບກັບໄລຍະດຽວກັນ, ສະແດງໃຫ້ເຫັນເຖິງແນວໂນ້ມການຟື້ນຕົວ ແລະ ການຂະຫຍາຍຕົວຢ່າງເຂັ້ມແຂງຂອງກະແສເສດຖະກິດລະຫວ່າງສອງປະເທດ ຖືວ່າເປັນສັນຍານສໍາຄັນທີ່ສະທ້ອນຄວາມມຸ່ງໝັ້ນຮ່ວມກັນໃນການຊຸກຍູ້ເປົ້າໝາຍການຍົກລະດັບມູນຄ່າການຄ້າສອງຝ່າຍໃຫ້ເຖິງ 5 ຕື້ໂດລາສະຫະລັດໃນໄລຍະໃກ້ ແລະ 10 ຕື້ໂດລາສະຫະລັດພາຍໃນປີ 2030.
ໃນດ້ານການລົງທຶນ, ປັດຈຸບັນຫວຽດນາມມີ ໂຄງການລົງທຶນໃນລາວທີ່ຍັງຈັດຕັ້ງປະຕິບັດຈຳນວນ 267 ໂຄງການດ້ວຍມູນຄ່າທຶນຈົດທະບຽນລວມກວ່າ 6.2 ຕື້ໂດລາສະຫະລັດ, ໂດຍສະເພາະແມ່ນຢູ່ໃນຂະແໜງສໍາຄັນຕ່າງໆ ເຊັ່ນ: ພະລັງງານ, ກະສິກຳ, ບໍ່ແຮ່, ໂຄງສ້າງພື້ນຖານ ແລະ ໂທລະຄົມມະນາຄົມ. ການດຳເນີນຢ່າງໝັ້ນຄົງ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງພາກທຸລະກິດຫວຽດນາມໃນລາວ ມີສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມຂອງລາວ, ພ້ອມທັງສົ່ງເສີມການເຊື່ອມໂຍງຍຸດທະສາດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໄລຍະຕໍ່ໄປ, ທັງສອງຝ່າຍໃຫ້ຄວາມສໍາຄັນກັບການຊຸກຍູ້ການເຊື່ອມໂຍງລະຫວ່າງສອງລະບົບເສດຖະກິດຢ່າງຮອບດ້ານ, ທັງໃນດ້ານສະຖາບັນການເງິນ, ໂຄງສ້າງພື້ນຖານດ້ານຄົມມະນາຄົມ – ຂົນສົ່ງ, ໂລຈິສຕິກ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດິຈິຕອນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ໂຄງສ້າງພື້ນຖານ, ຕະຫຼອດຈົນການສ້າງຕ່ອງໂສ້ການເຊື່ອມໂຍງການຜະລິດ – ການບໍລິໂພກ. ທິດທາງສໍາຄັນເຫຼົ່ານີ້ຈະເປັນຮາກຖານໃຫ້ການຮ່ວມມືທາງດ້ານເສດຖະກິດຫວຽດນາມ – ລາວ ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ, ກາຍເປັນແຮງຂັບເຄື່ອນສໍາຄັນທີ່ຜັກດັນສາຍພົວພັນຂອງທັງສອງປະເທດໃຫ້ເລິກເຊິ່ງຍິ່ງຂຶ້ນຢ່າງຕໍ່ເນື່ອງ.
ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຖືກຍົກລະດັບເປັນ ພາລະກິດຍຸດທະສາດ. ຫວຽດນາມໃຫ້ການສະໜັບສະໜູນລາວຜ່ານໂຄງການທຶນການສຶກສາ ແລະ ການຝຶກອົບຮົມ, ໂດຍໃນປີ 2025ໄດ້ມອບທຶນການສຶກສາກວ່າ 1.160 ທຶນໃຫ້ແກ່ນັກສຶກສາ ແລະ ສໍາມະນາກອນຂອງລາວ ນັບເປັນຈຳນວນສູງສຸດນັບແຕ່ເວລາເລີ່ມມີການຮ່ວມມືລະຫວ່າງສອງຝ່າຍ. ທັງສອງຝ່າຍເລັ່ງເສີມຂະຫຍາຍການແລກປ່ຽນນັກສຶກສາ ແລະ ສໍາມະນາກອນ, ດຳເນີນໂຄງການຝຶກອົບຮົມເລິກໃນຂະແໜງການບໍລິຫານລັດ, ເສດຖະກິດ ແລະ ວິທະຍາສາດ – ເຕັກໂນໂລຊີ. ຄວບຄູ່ກັບນັ້ນ, ກິດຈະກຳແລກປ່ຽນດ້ານວັດທະນະທຳ, ກິລາ ແລະ ເຍົາວະຊົນຍັງຄົງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນ “ຂົວມິດຕະພາບ” ອັນຍືນຍົງທີ່ເຊື່ອມໂຍງສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສາຍພົວພັນຫວຽດນາມ – ລາວ ບໍ່ໄດ້ພຽງເສີມຂະຫຍາຍຄວາມໝັ້ນຄົງໃນປັດຈຸບັນ ຍັງເປັນການກຳນົດທິດທາງສູ່ອະນາຄົດແຫ່ງການພັດທະນາຢ່າງຍືນຍົງ ແລະ ຮອບດ້ານ. ພັກ, ລັດ ແລະ ປະຊາຊົນຫວຽດນາມລ້ວນຈົດຈຳ, ຊາບຊຶ້ງ ແລະ ສໍານຶກໃນບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ມອບການສະໜັບສະໜູນດ້ວຍຄວາມຈິງໃຈ ແລະ ຄວາມເສຍສະຫຼະຢ່າງສູງສຸດຕໍ່ຫວຽດນາມ, ຕະຫຼອດຊ່ວງການຕໍ່ສູ້ເພື່ອປົດປ່ອຍຊາດໃນອະດີດ, ຕະຫຼອດຈົນໃນພາລະກິດການສ້າງ ແລະ ການປົກປ້ອງປະເທດຊາດໃນປັດຈຸບັນ. ຄວາມຊ່ວຍເຫຼືອດັ່ງກ່າວ ບໍ່ວ່າມີຄຸນຄ່າພຽງໃນດ້ານຈິດໃຈ, ວັດຖຸປັດໄຈ ແລະ ຄວາມເຊື່ອໝັ້ນເທົ່ານັ້ນ ຍັງເປັນ ແຫຼ່ງພະລັງອັນລໍ້າຄ່າ ທີ່ຊ່ວຍຫຼໍ່ລ້ຽງໃຫ້ທັງສອງຊາດຮ່ວມກັນສານສ້າງອະນາຄົດຮ່ວມຕໍ່ໄປ.
ຫຼັງຈາກ 50 ປີແຫ່ງການສ້າງ ແລະ ພັດທະນາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ປະເທດລາວອ້າຍນ້ອງໄດ້ບັນລຸຄວາມສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ເສດຖະກິດເຕີບໂຕຢ່າງໝັ້ນຄົງ, ໂຄງສ້າງພື້ນຖານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ວັດທະນະທຳ, ການສຶກສາ, ການສາທາລະນະສຸກ ແລະ ການທ່ອງທ່ຽວລ້ວນມີການພັດທະນາກ້າວໜ້າຢ່າງເຂັ້ມແຂງ, ພ້ອມກັນນັ້ນ ບົດບາດ ແລະ ສະຖານະຂອງປະເທດລາວເທິງເວທີສາກົນກໍໄດ້ຮັບການຢືນຢັນຫຼາຍຍິ່ງຂຶ້ນ. ປະຊາຊົນຫວຽດນາມຮູ້ສຶກຍິນ ແລະ ພາກພູມໃຈຢ່າງຍິ່ງຕໍ່ຄວາມສໍາເລັດຂອງອ້າຍນ້ອງລາວ ແລະຖືຄວາມສໍາເລັດຂອງລາວກໍຄື ຄວາມພາກພູມໃຈຮ່ວມກັນ ຂອງທັງສອງປະເທດ, ສອງຊາດຂອງພວກເຮົາ, ເຊິ່ງເຄີຍຮ່ວມແບ່ງປັນທັງທຸກ ແລະ ສຸກໃນໄລຍະເວລາສົງຄາມອັນດຸເດືອນຕະຫຼອດຮອດປັດຈຸບັນ ທີ່ຄຽງຂ້າງກັນຢ່າງແໜ້ນແຟ້ນໃນພາລະກິດການສ້າງ ແລະ ພັດທະນາປະເທດ.
ທ່າມກາງສະພາບການຂອງພາກພື້ນ ແລະ ໂລກໃນປັດຈຸບັນທີ່ຜັນຜວນ ແລະ ຄາດຄະເນໄດ້ຍາກ, ຄວາມສາມັກຄີລະຫວ່າງຫວຽດນາມ – ລາວ ເປັນ ຫຼັກຍຶດທີ່ເດັດດຽວ ເປັນພາບສະທ້ອນອັນມີຊີວິດຊີວາຂອງລັດທິສາກົນນິຍົມອັນບໍລິສຸດ ແລະ ຈິດໃຈແຫ່ງຄວາມເປັນເອກະລາດ ເພິ່ງພາຕົນເອງຂອງສອງຊາດ. ທັງສອງປະເທດໄດ້ຂະຫຍາຍການຮ່ວມມືຍຸດທະສາດ, ຊຸກຍູ້ການພັດທະນາໂຄງສ້າງພື້ນຖານຂ້າມຊາຍແດນ, ການຮ່ວມມືດ້ານພະລັງງານ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດດິຈິຕອນ, ການທ່ອງທ່ຽວຢ່າງຍືນຍົງ, ພ້ອມທັງປະສານງານກັນຢ່າງໃກ້ຊິດໃນເວທີລະດັບພາກພື້ນ ແລະ ລະດັບໂລກ, ໂດຍສະເພາະໃນຂອບເຂດອາຊຽນ, ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ກົນໄກການຮ່ວມມືຫຼາຍຝ່າຍອື່ນໆ, ມຸ່ງສູ່ເປົ້າໝາຍຮ່ວມກັນຄື: ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.
ຫຼາຍກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ແຕ່ສາຍພົວພັນຫວຽດນາມ – ລາວ ຍັງຄົງເປັນ ແບບຢ່າງອັນໂດດເດັ່ນຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດເພື່ອນບ້ານ. ພາບແຫ່ງ “ເຂົ້າເມັດຫັກ ຜັກເສັ້ນດຽວ” ບໍ່ແມ່ນພຽງຄວາມຊົງຈຳຂອງຊ່ວງເວລາສົງຄາມເທົ່ານັ້ນ ຍັງກາຍເປັນສັນຍະລັກອັນເປັນອໍາມະຕະແຫ່ງ ນໍ້າໃຈທັງ 4 ຄື: ນໍ້າໃຈສະຫາຍຮ່ວມອຸດົມການ, ນໍ້າໃຈມິດຕະພາບ, ນໍ້າໃຈແຫ່ງຄວາມສາມັກຄີ ແລະ ນໍ້າໃຈພີ່ນ້ອງ ລະຫວ່າງສອງຊາດ. ນໍ້າໃຈເຫຼົ່ານີ້ໄດ້ຫຼໍ່ຫຼອມຈາກເລືອດເນື້ອຂອງບັນດາວີລະຊົນ ແລະ ປະຊາຊົນຂອງທັງສອງປະເທດ, ຈາກຄວາມເຊື່ອໝັ້ນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມຍາກລຳບາກ, ບໍ່ແມ່ນພຽງມໍລະດົກທາງປະຫວັດສາດເທົ່ານັ້ນ ຍັງເປັນພະລັງພາຍໃນອັນລໍ້າຄ່າ ທີ່ຊ່ວຍໃຫ້ສອງປະເທດບັນລຸພາລະກິດການປົດປ່ອຍຊາດໃນອະດີດ ແລະ ເປັນແຮງຊຸກຍູ້ສໍາຄັນຕໍ່ການພັດທະນາປະເທດໃນປັດຈຸບັນ ແລະ ອະນາຄົດ.
ເມື່ອຫວຽດນາມ ແລະ ລາວຮ່ວມກັນກ້າວສູ່ໄລຍະໃໝ່ແຫ່ງການພັດທະນາ, ທຸກຜົນງານການຮ່ວມມື, ທຸກການແລກປ່ຽນ ແລະ ທຸກເລື່ອງລາວແຫ່ງນໍ້າໃຈລະຫວ່າງປະຊາຊົນຂອງທັງສອງປະເທດ ຈະຮ່ວມກັນຂຽນຕໍ່ໜ້າປະຫວັດສາດອັນງົດງາມຂອງ “ສາຍພົວພັນອັນແໜ້ນແຟ້ນຫວຽດນາມ – ລາວ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່”./.


