ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

6 ປີ ລາວ-ລັດເຊຍ ສາມາດປົດປ່ອຍພື້ນທີ່ດິນ ອອກຈາກບັນຫາລະເບີດບໍ່ທັນແຕກ ໄດ້ 194,04 ເຮັກຕາ

Nov 11, 2024

ໃນໂອກາດມີຄໍາເຫັນຕໍ່ພິທີເປີດການກວດກູ້ ແລະ ທໍາລາຍເບີດບໍ່ທັນແຕກເພື່ອມະນຸດສະທໍາ ປະຈໍາປີ 2024-2025 ຈັດຂຶ້ນໃນວັນທີ 10 ພະຈິກ 2024 ທີ່ເມືອງວຽງໄຊ ແຂວງຫົວພັນ ທ່ານ ພົນຕີ ປະສິດ ທ່ຽງທໍາ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເປັນເຈົ້າການຮ່ວມມືກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະ 6 ປີ ທີ່ຜ່ານມາຄື: ຢູ່ເມືອງຄຳເກີດ, ແຂວງບໍລິຄໍາໄຊ ໃນສົກ 2018-2019, ຢູ່ເມືອງແປກ ແຂວງຊຽງຂວາງ ສົກ 2019-2020 ແລະ 2020-2021, ຢູ່ເມືອງນາກາຍແຂວງຄໍາມ່ວນ, ສົກ 2021-2022 ແລະ ສົກປີ 2022-2023, ຢູ່ເມືອງກາສີ ແຂວງວຽງຈັນ ສົກປີ 2023-2024, ເຊິ່ງ ສາມາດປົດປ່ອຍພື້ນທີ່ດິນ ອອກຈາກບັນຫາລະເບີດບໍ່ທັນແຕກໄດ້ 194,04 ເຮັກຕາ, ທໍາລາຍລະເບີດອອກຈາກຝືນແຜ່ນດິນລາວໄດ້ 3.548 ໜ່ວຍ.
ພ້ອມກັນນັ້ນ, ສູນກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ໄດ້ສົ່ງຄູມາຝຶກອົບຮົມດ້ານການແກ້ໄຂລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ໃຫ້ພະນັກງານ, ນັກຮົບ ກອງທັບປະຊາຊົນລາວ ໄດ້ 146 ທ່ານ. ຜ່ານການປະຕິບັດແຜນ ການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ເຫັນວ່າ ປະສົບຜົນສໍາເລັດດີ ແລະ ໄດ້ນໍາເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວ ຢ່າງໜ້າພາກພູມໃຈ.
ສະນັ້ນ, ໃນສົກ 2024-2025 ນີ້ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮັບອະນຸມັດຈາກ ລັດຖະບານຂອງສອງປະເທດ ສືບຕໍ່ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຕົກຄ້າງ ຢູ່ເມືອງວຽງໄຊ ແລະ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອປະກອບສ່ວນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ, ປົດປ່ອຍເນື້ອທີ່ທຳການຜະລິດໃຫ້ປະຊາຊົນບັນດາເຜົ່າ, ເພື່ອເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ປາສະຈາກຄວາມອັນຕະລາຍຈາກລູກລະເບີດບໍ່ທັນແຕກຕົກຄ້າງ, ຄຽງຄູ່ກັນນັ້ນ ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະວັດແຫ່ງການພັດທະນາຂອງລັດຖະບານ ແນ່ໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ໃນປີ 2030.