ໃນໄລຍະ 6 ເດືອນຕົ້ນປີ 2024, ແຂວງຫົວພັນ ມີອຸບັດເຫດເກີດຂຶ້ນ 49 ເລື່ອງ, ພາຫະນະເປ່ເພ 87 ຄັນ, ເປ່ເພ່ເລັກໜ້ອຍ 40 ຄັນ, ເປ່ເພສົມຄວນ 38 ຄັນ, ໃຊ້ການບໍ່ໄດ້ 9 ຄັນ, ມີຄົນ ບາດເຈັບ 103 ຄົນ, ບາດເຈັບເລັກໜ້ອຍ 55 ຄົນ, ບາດເຈັບສົມຄວນ 26 ຄົນ, ບາດເຈັບສາຫັດ 12 ຄົນ ແລະ ເສຍຊີວິດ 10 ຄົນ. ສາເຫດການເກີດອຸບັດເຫດສ່ວນຫລາຍແມ່ນເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່, ປ່ຽນທິດທາງບໍ່ຮັບປະກັນຄວາມ ປອດໄພ ແລະ ອື່ນໆ.
ທ່ານ ພັນໂທ ຄໍາແອງ ໄຊທອງດາ ຮອງຫົວໜ້າພະແນກ ຈະລາຈອນ ແຂວງຫົວພັນ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສຳລັບວຽກງານຄຸ້ມຄອງພາຫະນະ ແລະ ຂັບຂີ່ ປກສ ແຂວງ ໄດ້ເອົາໃຈໃສ່ຄຸ້ມຄອງ, ອອກປ້າຍລົດໄດ້ 718 ຄັນ, ວຽກງານກອງທາງຫລວງ ໄດ້ລົງກວດກາລະບຽບການສັນຈອນຕາມສາຍທາງ 39 ຄັ້ງ ພ້ອມທັງສຶກສາອົບຮົມກ່າວເຕືອນຜູ້ລະເມີດໄດ້ 242 ຄົນ ຍິງ 16 ຄົນ. ນອກຈາກນີ້, ຍັງໄດ້ລົງໂຄສະນາ, ເຜີຍແຜ່ ກົດ ລະບຽບການສັນຈອນຕາມທ້ອງຖະໜົນ ໃຫ້ໂຮງຮຽນ ມສ ພັນລາ, ມສ ພັນຊໍາ, ມສ ຕົວແບບ, ໂຮງຮຽນ ເອັສໂອເອັສ ແລະ ໂຮງຮຽນອື່ນໆຕື່ມອີກ.
ຂ່າວ-ພາບ: ນິດຖະໜອມ





