ເມື່ອບໍ່ດົນມານີ້, ທີ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປ້ອງກັັນຄວາມສະຫງົບ 06 ເດືອນທ້າຍປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມ 06 ເດືອນຕົ້ນປີ 2025 ຂອງກອງບັນຊາການ ປກສ 04 ແຂວງພາກເໜືອ ( ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ ແລະ ກອງບັນຊາການ ປກສ ເຂດພິເສດສາມຫຼ່ຽມຄຳ ), ໂດຍການເປັນປະທານ ຂອງທ່ານ ພົຈວ ຈັນພອນເພັດ ຄຳສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ.
ພັທ ບຸນຊູ ບຸນມີໄຊ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຂື້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ 04 ແຂວງ ພາກເໜືອ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະຈຳ 06 ເດືອນທ້າຍປິ 2024 ແລະ ວາງທິດທາງແຜນການ 06 ເດືອນຕົ້ນປີ 2025 ໃນໄລຍະ 06 ເດືອນທີ່ຜ່ານມາ ກອງບັນຊາການ ປກສ 04 ແຂວງພາກເໜືອ ແລະ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ສືກສາອົບຮົມ ການເມືອງນໍາພາແນວຄິດໃຫ້ອ້າຍນ້ອງຢ່າງເປັນປົກກະຕິ, ເຜີຍແຜ່ບັນດານິຕິກຳ, ມະຕິ, ຄຳສັ່ງ, ລະບຽບການຕ່າງໆ ຂອງຂັ້ນເທີງຢ່າງເຂັ້ມ ງວດ ສະແດງອອກໃນການປັບປຸງວຽກງານສືບຂ່າວ, ຕ້ານສືບຂ່າວ, ຄຸ້ມຄອງບັນດາເປົ້າໝາຍ, ສ້າງຕາໜ່າງປີດລັບ, ຕິດຕາມ, ເກັບກຳການເຂົ້າ-ອອກເມືອງຂອງຄົນລາວ ແລະ ຄົນຕ່າງປະເທດ ທັງຫມົດ 1,142,010 ຄົນ, ຍິງ 441,027 ຄົນ, ແກ້ໄຂຄະດີຕໍ່ຄົນຕ່າງປະເທດທີ່ລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ສົ່ງທາງການ ແລະ ພັກດັນກັບຄືນປະເທດ ຈໍານວນ 1,108 ຄົນ, ຍິງ 85 ຄົນ, ເຄື່ອນໄຫວຂຶ້ນສະຖິຕິ ແລະ ສໍາພາດການສະເໜີແຕ່ງ ດອງ ລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ ຈໍານວນ 342 ຄູ່.
ໃນ 6 ເດືອນຜ່ານມາມີຄະດີອາຍາເກີດຂຶ້ນທັງຫມົດ 729 ເລື່ອງ, ຜູ້ຖືກຫາ 784 ຄົນ, ຍິງ 77 ຄົນ, ຕ່າງປະເທດ 88 ຄົນ, ຍິງ 4 ຄົນ, ຄະດີຢາເສບຕິດເກີດຂຶ້ນທັງຫມົດ 439 ເລື່ອງ, ຜູ້ຖືກຫາ 576 ຄົນ, ຕ່າງປະເທດ 26 ຄົນ, ຍິງ 2 ຄົນ, ຍຶດຂອງກາງ ແລະ ວັດຖຸອື່ນໆໄດ້ຄື: ຢາບ້າ 11,482,495 ເມັດ; ຢາໄອສ໌ 1,125 ກິໂລກຣາມ; ເຄຕາມິນ 191 ກິໂລກຣາມ; ເຮໂລອິນ 210 ກິໂລກຣາມ; ຢາອີ 6,370 ເມັດ; ຢາເຄ 3,7 ກຣາມ; ຄໍລະເຈນ 315 ຊອງ; ຢາສູບໄຟຟ້າ 3078 ອັນ; ນໍ້າກະທ້ອມ 203 ຕຸກ; ໃບກະທ້ອມ 1,4 ກິໂລກຣາມ.
ນອກນີ້ໄດ້ ປັບປຸງປຶ້ມ,ຂຶ້ນທະບຽນສຳມະໂນຄົວ ມີ 5,900 ຫົວ, ຍັງບໍ່ຂຶ້ນທະບຽນສຳມະໂນຄົວ ມີ 200 ຄອບຄົວ, ໃນ 04 ແຂວງ ມີ 1,570ບ້ານ, ມີ 141,098 ຫຼັງຄາ ເຮືອນ, ມີ 205,350 ຄອບຄົວ, ມີຈຳນວນພົນ 981,486ຄົນ, ຍິງ 491,506 ຄົນ ແລະ ອື່ນໆ.
Cr: ນັກຂ່າວ ປກສ ແຂວງບໍ່ແກ້ວ






