ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

6 ເດືອນ ເສດຖະກິດ ແຂວງຫຼວງນໍ້າທາ ຂະຫຍາຍຕົວສະເລ່ຍ 5,7%

Jul 31, 2024

ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 6 ເດືອນຕົ້ນປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2024 ຜ່ານມາແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ຊຸກຍູ້ເສດຖະກິດໃຫ້ມີການຂະຫຍາຍຕົວ ສະເລ່ຍໃນ 6 ເດືອນຕົ້ນປີຂະຫຍາຍຕົວໃນລະດັບ 5,7%, ພ້ອມນີ້ໄດ້ອະນຸຍາດລົງທຶນພາກເອກະຊົນຕ່າງປະເທດໄດ້ 2 ໂຄງການ, ມູນຄ່າ 11.494.000 ໂດລາ; ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ປະຕິບັດໄດ້ 59,58 ຕື້ກີບ, ມູນຄ່າການຜະລິດ ຫັດຖະກຳ 3,75 ຕື້ກີບ, ມູນຄ່າຕົວເລກຈໍລະຈອນສິນຄ້າ 661,53 ຕື້ກີບ, ມູນຄ່າສິນຄ້ານຳເຂົ້າທັງໝົດ 2,21 ຕື້ໂດລາ, ສິນຄ້ານຳເຂົ້າພາຍໃນ 199,38 ລ້ານໂດລາ.
ຂ່າວ: ເສດຖະກິດການຄ້າ
May be an image of 4 people, collard greens and chard