ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

6 ເນື້ອໃນສຳຄັນ ທີ່ເລຂາທິການໃຫຍ່ ເນັ້ນໜັກຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI

Nov 4, 2024

ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 28 ຕຸລາ-ວັນທີ 1 ພະຈິກ 2024, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໜັກ 6 ເນື້ອໃນສໍາຄັນ ດັ່ງນີ້:
1. ໃນສະພາບທີ່ມີຄວາມຫຍຸ້ງຍາກ ຍິ່ງຕ້ອງເອົາໃຈໃສ່ຊີ້ນຳ-ນໍາພາວຽກງານການເມືອງ-ແນວຄິດ ພາຍໃນຄະນະພັກ, ສະມາຊິກພັກ, ຖັນແຖວພະນັກງານ, ທະຫານ, ຕຳຫຼວດ ແລະ ທົ່ວປວງຊົນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຮັກສາໄດ້ຄວາມສາມັກຄີພາຍໃນຢ່າງໜັກແໜ້ນ.
2. ເດັດດ່ຽວສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາແຕ່ລະດ້ານ ແຕ່ນີ້ຫາທ້າຍປີ 2024 ໃຫ້ສໍາເລັດຜົນ ເພື່ອສ້າງທ່ວງທ່າໃໝ່ໃຫ້ແກ່ປີ 2025 ຊຶ່ງເປັນປີມ້ວນທ້າຍ ຂອງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ດ້ວຍຄວາມເຊື່ອໝັ້ນທີ່ໜັກແໜ້ນ
3. ວຽກບຸລິມະສິດ ຂອງລັດຖະບານ ແມ່ນເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະ ກິດ-ການເງິນ, ໂດຍສະເພາະ ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາ ຄາສິນຄ້າ ໃຫ້ຫຼຸດລົງ, ແກ້ໄຂຄ່າຄອງຊີບ, ພວກເຮົາ ຕ້ອງຕັດສິນໃຈບຸກເຂົ້າແກ້ໄຂບັນຫາຕົວຈິງ, ບໍ່ອາດປະປ່ອຍໃຫ້ແກ່ຍາວໄປກວ່ານີ້ອີກ.
4. ຂໍໃຫ້ບັນດາສະຫາຍກຳມະການສູນກາງພັກພວກເຮົາ ຍົກສູງຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈ ຊີ້ນໍາບັນຊາໂດຍກົງ ແລະ ເດັດຂາດ ໃນການແກ້ໄຂກົນໄກ-ຂອດຂັ້ນ ທີ່ຍັງຊັກຊ້າ, ຫຍຸ້ງເຫຍີງ, ຍັງມີຊ່ອງວ່າງ, ການປະສານງານ ທີ່ຍັງບໍ່ທັນໂລ່ງລ່ຽນ, ກົດໜ່ວງຖ່ວງດຶງການພັດທະນາ, ແກ້ໄຂບັນຫາຄົນ, ປັບປຸງແກ້ໄຂ ພື້ນ ຖານໂຄງລ່າງທີ່ເປ່ເພຊຸດໂຊມ, ຮັບປະກັນຄຸ້ມຄອງລາຍຮັບ-ລາຍຈ່າຍ ຕາມທິດຫັນເປັນທັນສະໄໝ, ໂປ່ງໃສ່, ບໍ່ຮົ່ວໄຫຼ;
5. ເອົາໃຈໃສ່ນໍາພາຢ່າງແຂງແຮງ ແລະ ແທດເຖິງ ຕໍ່ການແກ້ໄຂຜົນກະທົບຈາກນໍ້າຖ້ວມ, ໂດຍສະເພາະ ຟື້ນຟູ, ປົວແປງພື້ນຖານໂຄງລ່າງຖະໜົນຫົນທາງ ໃຫ້ສາມາດທຽວໄປມາໄດ້ສະດວກ; ສ້ອມແປງລະບົບຊົນລະປະທານ, ໃຫ້ການສະໜັບສະໜູນດ້ານປັດໄຈການຜະລິດ, ແນວພັນ, ເຕັກນິກ-ວິຊາການ ໃຫ້ປະຊາຊົນໃຫ້ທັນກັບການຜະລິດລະດູແລ້ງ.
6. ສຸມໃສ່ແກ້ໄຂບັນຫາສັງຄົມຈຳນວນໜຶ່ງ ທີ່ເປັນບັນຫາເຄັ່ງຮ້ອນ, ເປັນຕົ້ນແມ່ນການແກ້ໄຂຊີວິດວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານຕຳຫຼວດ, ແພດໝໍ, ຄູ-ອາຈານ, ພະນັກງານປະຕິວັດອາວຸໂສບໍານານ. ເອົາໃຈໃສ່ຄຸ້ມຄອງແຮງ ງານພາຍໃນ ແລະ ຕ່າງປະເທດ ຢ່າງລວມສູນ, ຂຶ້ນທະບຽນແຮງງານ, ເລັ່ງສ້າງວຽກເຮັດງານທໍາ ແລະ ສ້າງແຮງງານທີ່ມີສີມືຕາມຄວາມຕ້ອງການຂອງຕະຫຼາດ, ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາ ຢາເສບຕິດ.
ນອກຈາກນີ້, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ບັນ ດາສະຫາຍຄະນະບໍລິຫານງານສູນກາງພັກ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ສຸມກຳລັງແຮງເຂົ້າໃສ່ການຊີ້ນຳ-ນຳພາ ວຽກງານໃຫ້ແຂງແຮງກວ່າເກົ່າ, ພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າການປະດິດສ້າງ, ເພີ່ມຄວາມຕັດສິນໃຈເຮັດແທ້ທຳຈິງ ແລະ ຄວາມເປັນແບບຢ່າງນຳໜ້າ ໃຫ້ສູງຂຶ້ນຕື່ມ, ນຳເອົາບັນດາຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີໝາກມີຜົນຕົວຈິງ.
May be an image of 1 person, dais and text