ຄະນະຈັດຕັ້ງເມືອງ ຕະໂອ້ຍ ໄດ້ຈັດພິທີ່ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ປະຈໍາປີ2023.ໃນວັນທີ 21 ພະຈິກ 2024. ຢູ່ຫ້ອງປະຊຸມຊັ້ນສອງຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ບຸນເນື້ອ ຫຼອງຄໍາໄຕ ເລຂາພັກເມືອງ-ເຈົ້າເມືອງໆຕະໂອ້ຍ; ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ່ມອບ-ຮັບສະຫາຍ ແສງວັນ ວົງໄສຈິດ ກໍາມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີ-ສັງຄົມເມືອງ ທັງເປັນເລຂາໜ່ວຍພັກຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງໄດ້ຕ່າງໜ້າ 60 ໜ່ວຍພັກ ຂື້ນຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ວ່າ: ທົ່ວຄະນະພັກຫ້ອງການແຮງາານ ແລະ ສະຫວັດດີການ-ສັງຄົມເມືອງຂອງພວກເຮົາ ໄດ້ປະຕິບັດຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ: ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ມີແຜນການສູ້ຊົນກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນປະຈໍາປີ 2023, ມີມະຕິຕົກລົງຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ທິດທາງແຜນການໃນຕໍ່ໜ້າ ປະຈໍາປີ 2024; ໂດຍຜ່ານການກວດກາ, ຕີລາຄາ ແລະ ປະເມີນຜົນ, ຄະນະປະຈໍາພັກໄດ້ຮັບຮອງເອົາ 60 ໜ່ວຍພັກອ້ອມຂ້າງສໍານັກນັກງານ ແລະ ຮາກຖານບ້ານ ທີ່ຄົບມາດຖານເງື່ອນໄຂເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023.
ສະຫາຍ ເພັດສະໄໝ ຄຸນອູແກ້ວ ຮອງຫົວໜ້າຄະນະຈັດຕັ້ງເມືອງໄດ້ຂຶ້ນຜ່ານມະຕີຕົກລົງ ຂອງຄະນະປະຈໍາພັກເມືອງ ເລກທີ317-357/ຄຈພມ, ລົງວັນທີ 25 ຕຸລາ 2024 ວ່າດ້ວຍ: ການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈຳປີ 2023 ຈໍານວນທັງໝົດ 60 ໜ່ວຍພັກຄື: ໜ່ວຍພັກຄະນະຈັດຕັ້ງເມືອງ, ໜ່ວຍພັກຫ້ອງວ່າການເມືອງ, ໜ່ວຍພັກຄະນະກວດກາພັກເມືອງ, ໜ່ວຍພັກຄະນະໂຄສະນາອົບຮົມເມືອງ, ໜ່ວຍພັກພະແນກການເມືອງ(ປກຊ), ໜ່ວຍພັກພະແນກພາລາ(ປກຊ), ໜ່ວຍພັກພະແນກເສນາ(ປກຊ), ໜ່ວຍພັກສະຫະພັນນັກຮົບເກົ່າເມືອງ, ໜ່ວຍພັກຫ້ອງການສາທາ, ໜ່ວຍພັກແນວລາວ, ໜ່ວຍພັກຫ້ອງການແຮງານສະຫວັດດີການ-ສັງຄົມ, ໜ່ວຍພັກຫ້ອງການພາຍໃນເມືອງ, ໜ່ວຍພັກຫ້ອງການຍຸຕິທໍາເມືອງ, ໜ່ວຍພັກຫ້ອງການໆຄ້າເມືອງ, ໜ່ວຍພັກກອງບັນຊາການ ປກສ ເມືອງ, ໜ່ວຍພັກຫ້ອງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໜ່ວຍພັກທະນາຄານນະໂຍບາຍ, ໜ່ວຍພັກ ຮຮ ມສຕະໂອ້ຍ, ໜ່ວຍພັກບໍລິຫານ ສຶກສາ, ໜ່ວຍພັກອົງການໄອຍະການປະຊາຊົນເຂດສາມເມືອງ ແລະ ໜ່ວຍພັກບ້ານຈໍານວນ: 40 ໜ່ວຍພັກ.
ໃນໂອກາດນີ້, ສະຫາຍ ບຸນເນື້ອ ຫຼອງຄໍາໄຕ ເລຂາພັກ-ເຈົ້າເມືອງ, ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈຳປີ 2023 ພ້ອມທັງ ໂອ້ລົມຕໍ່ພິທີດັ່ງກ່າວ, ຊຶ່ງມີບ່າງຄໍາເຫັນຊີ້ນຳ ແລະ ເໜ້ໜັກຕື່ມບາງບັນຫາທີ່ສຳຄັນເປັນຕົ້ນ: ເພີ່ມທະວີປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປັບປຸງຍົກລະດັບສະມາຊິກພັກ-ພະນັກງານ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຖືເອົາການຍົກສູງຄຸນນະພາບໃນການນໍາພາຢ່າງຮອບດ້ານ ເປັນໜ້າທີ່ຍຸດທະສາດທາງດ້ານການຈັດຕັ້ງ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ແລະ ພະນັກງານທຸກຄົນ, ຕ້ອງຍົກສູງການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ ແນ່ໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຍົກສູງລະດັບຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີມາກ-ເລນິນ, ດ້ານວິຊາສະເພາະໃນທຸກໆດ້ານ ໃຫ້ແກ່ສະມາຊິກພັກ-ພະນັກງານໃຫ້ສູງຂຶ້ນເລື້ອຍໆ ເພື່ອແນໃສ່ເຮັດສໍາເລັດໜ້າທີ່ການເມືອງຕາມພາລະບົດບາດທີ່ພັກໄດ້ມອບໝາຍໃຫ້.
ພາບ-ຂ່າວ:ສີສະຫວາດ






