ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

63 ຫົວໜ່ວຍທຸລະກິດ ທີ່ນອນໃນຂະແໜງທ່ອງທ່ຽວ ໄດ້ຮັບໃບຢັ້ງຢືນລາວຍືນຍາວ

Jun 19, 2024

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການແພລນສາກົນ ແລະ ທຣາເວລໄລຟ໌ ໄດ້ຈັດ ພິທີມອບ-ຮັບໃບຢັ້ງຢືນລາວຍືນຍາວ ແລະ ທຣາເວລໄລຟ໌ ສຳລັບທຸລະກິດທີ່ນອນໃນຂະແໜງການທ່ອງທ່ຽວ.
ມີ​ 45 ຫົວຫນ່ວຍ ທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານລາວຍືນຍາວ ແລະ 18 ຫົວໜ່ວຍທຸລະກິດທີ່ໄດ້ຮັບການຢັ້ງຢືນຈາກແຜນງານ ທຣາເວລໄລຟ໌ ເຊິ່ງຈຳນວນທັງໝົດທີ່ກ່າວມານີ້ແມ່ນນອນຢູ່ໃນ 3 ແຂວງເປົ້າໝາຍຂອງໂຄງການໄດ້ແກ່: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
ພິທີມອບໃບຢັ້ງຢືນຈັດຂຶ້ນໃນວັນທີ 18 ມິຖຸນາ 2024 ທີ່ ສຄອຊ ເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ຫັດຖະກໍາ.
ທີ່ມາ: ເສດຖະກິດ-ການຄ້າ