ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ເມສາ 1961ເຊິ່ງເປັນການໄຂສັງກາດໃໝ່ແຫ່ງການໄປ-ມາຫາສູ່ກັນບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.ຕະຫຼອດໄລຍະ 64 ປີ ຜ່ານມາ, ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ສຸມທຸກຄວາມພະຍາຍາມຮ່ວມກັນຢ່າງສູງເພື່ອຊຸກຍູ້ສົ່ງເສີມ ແລະ ຍົກລະດັບການພົວພັນຂອງສອງປະ ເທດຂຶ້ນສູ່ລະດັບໃໝ່ທີ່ເໝາະໃນແຕ່ລະໄລຍະ, ຈາກການກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ມາເປັນ “ຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ” ຕາມທິດ 4 ດີ (ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊາຕາກໍາລາວ-ຈີນ” ໂດຍການຮ່ວມລົງ ນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ສຸພາສິດລາວບູຮານກ່າວໄວ້ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ”ເຊິ່ງບໍ່ຕ່າງຈາກການພົວພັນຮ່ວມມື ລາວ-ຈີນ ຕະຫຼອດໄລຍະ 64 ປີຜ່ານມາ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງຜົນສໍາເລັດທີ່ພົນເດັ່ນ ແລະ ຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດຂອງສອງປະເທດທີ່ສາມາດຜ່ານຜ່າຄວາມ ຫຍຸ້ງຍາກໃນຂະບວນການທົດສອບແຫ່ງການປ່ຽນແປງຢ່າງສັບ ສົນຂອງສະຖານະການໃນພາກພື້ນ ແລະ ສາກົນ ແລະ ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງມີຜົນປະໂຫຍດໃໝ່ໃຫຍ່ຫຼວງກວ່າເກົ່າ.
ໝາກຜົນໃນການຮ່ວມມືດັ່ງກ່າວໄດ້ສະແດງອອກໃນຫຼາຍດ້ານທີ່ພົນເດັ່ນ. ໃນນີ້ ດ້ານການເມືອງ:ການນໍາຂອງສອງປະເທດນັບແຕ່ຂັ້ນສູງສຸດຈົນຮອດລະດັບທ້ອງຖິ່ນໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບປະກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະ ໜູນຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນ.
ດ້ານການຄ້າ:ມາຮອດປັດຈຸບັນ, ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວ, ສະເພາະປີ 2024,ມູນຄ່າການຄ້າສອງຝ່າຍບັນລຸເຖິງ8.23ຕື້ໂດລາສະຫລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15.91%.ມູນຄ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ ເນື່ອງໂດຍສະເພາະພາຍຫຼັງເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນ ຄ້າລາວ-ຈີນ ລະຫວ່າງປະເທດເປັນຕົ້ນມາ, ຄາດວ່າອີກບໍ່ດົນ ຈີນຈະກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງລາວເພາະຍັງມີທ່າແຮງບົ່ມ ຊ້ອນຢ່າງຫຼວງຫຼາຍ.
ດ້ານການລົງທຶນ: ນັບແຕ່ລັດຖະບານລາວໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ເຫັນວ່າມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຈໍານວນ ແລະ ມູນຄ່າໂຄງການທີ່ໄດ້ອະນຸມັດນັບແຕ່ປີ 1989 ມາຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ໂດລາສະຫະລັດ, ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ລາວ. ຂະນະທີ່ ລົດໄຟລາວ- ຈີນ ຖືເປັນແຮງຂັບເຄື່ອນທີ່ເດັ່ນທີ່ສຸດໃນການດຶງດູດການລົງທຶນຈາກຕ່າງປະເທດ.
ດ້ານການຄົມມະນາຄົມຂົນສົ່ງ:ສອງປະເທດໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ໂດຍສະເພາະການເປີດນໍາໃຊ້ເສັ້ນທາງດ່ວນນະຄອນ ຫຼວງວຽງວຽງຈັນ-ວັງວຽງ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຄົມມະນາຄົມຂົນສົ່ງຂອງລາວກ້າວຂຶ້ນສູ່ອຸດສາຫະກໍາການຂົນສົ່ງທີ່ທັນສະໄໝແບບກ້າວກະໂດດ, ທັງປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຂອງຈີນແລະ ສອດຄ່ອງກັບແຜນຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ການໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ, ລວມທັງການຂົນສົ່ງສິນຄ້າມີຄວາມສະດວກສະບາຍ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ. ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຕົວແບບສໍາຄັນພາຍ ໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ແລະ ກາຍເປັນເສັ້ນທາງຄໍາທີ່ບໍ່ພຽງແຕ່ສະເພາະ ລາວ ແລະ ຈີນ ເທົ່ານັ້ນ, ຫາກຍັງລວມເຖິງປະເທດໃກ້ຄຽງ ແລະ ພາກພື້ນຕື່ມອີກ.
ນອກຈາກນີ້, ການຮ່ວມມືໃນຂົງເຂດການສຶກສາ-ວັດທະນະ ທໍາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ເຕັກໂນໂລຊີ ແລະ ຂົງເຂດອື່ນໆ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ແລະ ນັບມື້ກ້າວຂຶ້ນສູ່ບາດກ້າວໃໝ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ແລະ ປະ ກອບສ່ວນເພີ່ມເນື້ອໃນດ້ານວັດທະນະທໍາຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.
ປັດຈຸບັນ ສອງປະເທດພວມຮ່ວມກັນຈັດຕັ້ງຜັນຂະຫຍາຍຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ທີ່ໄດ້ກຳນົດທິດທາງລວມ ແລະ ຫຼັກການໃນການເສີມຂະຫຍາຍສາຍພົວພັນ ລະ ຫວ່າງ 2 ພັກ, 2 ລັດ ໃນໄລຍະຕໍ່ໜ້າ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ, ບົນພື້ນຖານຍຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງ ການເມືອງ, ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ຊ່ວຍ ເຫຼືອ ແລະ ປົກປ້ອງກັນທາງດ້ານຄວາມໝັ້ນຄົງ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນທາງດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ.
ດັ່ງນັ້ນ, ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດທີ່ໄດ້ຈາກການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຕະ ຫຼອດໄລຍະ 6 ທົດສະວັດຜ່ານມາຈະກາຍເປັນກໍາລັງແຮງທີ່ບໍ່ ເຫືອດແຫ້ງ ແລະ ນັບມື້ເຂັ້ມແຂງໃນຂັບເຄື່ອນເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວໃຫ້ນັບມື້ກ້າວສູ່ລວງເລິກຢ່າງບໍ່ຢຸດ ຢັ້ງເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງສີວິໄລ ກໍຄື ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ ແລະ ເປັນການຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນສອງປະເທດໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນາຖາວອນຢູ່ໃນພາກພື້ນ ແລະ ໃນໂລກ.







