ພົທ ຄຳກິ່ງ ຜຸຍຫຼ້າ ມະນີວົງ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ຖະແຫຼງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ວ່າ: ກໍາລັງປ້ອງກັນຄວາມສະຫງົບ ແມ່ນໜຶ່ງໃນກໍາລັງປະກອບອາວຸດປະຕິວັດ, ເປັນກໍາລັງທີ່ແຫຼມຄົມຂອງພັກ, ມີຄວາມຈົ່ງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ; ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 64 ປີ ເຊິ່ງທ່ານໃຫ້ຮູ້ວ່າ: ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ-ນໍາພາ, ເດັດຂາດ, ໂດຍກົງ ແລະ ຮອບດ້ານ.
ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ; ທັງເຄື່ອນໄຫວປ້ອງກັນ, ເຝິກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່, ທັງລົງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຈາກປະຊາຊົນ ຈຶ່ງເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ; ບັນດາກຳລັງວິຊາສະເພາະ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ຕ້ານ-ສະກັດກັ້ນອາຊະຍາກຳທຸກປະເພດ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ຢ່າງແຂງແຮງ; ອັນພົ້ນເດັ່ນ ແມ່ນໄດ້ເປີດບັ້ນດຳເນີນຊີວິດການເມືອງ, ຕີລາຄາຈັດແບ່ງປະເພດພະນັກງານ, ຈັດຕັ້ງເຜີຍແຜ່, ເຊື່ອມຊືມມະຕິ, ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປີ 2023-2025 ຕາມຫຼັກການ ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຄຽງຄູ່ກັບການແກ້ໄຂກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (call center), ສະກັດກັ້ນແກ້ໄຂບັນຫາການຄ້າມະນຸດ.
ເຮັດໜ້າທີ່ປ້ອງກັນກອງປະຊຸມຂັ້ນຕ່າງໆ ມີຄວາມສະຫງົບປອດໄພ 100%, ໄດ້ສໍາເລັດການດຳເນີນກອງປະຊຸມໃຫຍ່ອົງຄະນະພັກ ບັນດາກົມກອງອ້ອມຂ້າງກະຊວງ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດ ຄົບຮອບ 70 ປີ ແລະ ກຽມຄວາມພ້ອມໃຫ້ການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ; ພ້ອມນັ້ນ, ຍັງໄດ້ພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ແບບສອງຝ່າຍ ແລະ ຫຼາຍຝ່າຍ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ມີບົດບາດທີ່ພົ້ນເດັ່ນຄຽງຄູ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວຕື່ມວ່າ: ຕະຫຼອດໄລຍະ 64 ປີຜ່ານມາ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ, ມີກຽດສະຫງ່າ ເຊິ່ງເປັນພື້ນຖານອັນໜັກແໜ້ນ ໃນການປັບປຸງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝເທື່ອລະກ້າວ.
ເພື່ອເປັນການສະເຫຼີມສະຫຼອງຜົນງານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 64 ປີ; ພວກເຮົາ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳ ທີ່ຕິດພັນກັບຮູບການ ແລະ ເນື້ອໃນສະເຫຼີມສະຫຼອງ ເປັນຕົ້ນ: ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະບວນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂະບວນການກິລາ, ສິລະປະ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະຖາ ຢູ່ບັນດາກະຊວງ ແລະ ອົງການ; ການພົບປະໂອ້ລົມພະນັກງານອາວຸໂສບໍານານ, ລົງຢ້ຽມຢາມພະນັກງານທີ່ເຈັບປ່ວຍຢູ່ໂຮງໝໍ 5 ເມສາ,
ໃນແຕ່ລະປີ ກໍໄດ້ດຳເນີນການໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ; ຢ່າງເປັນຂະບວນທີ່ມີຄວາມໝາຍ, ຄວາມສຳຄັນອັນເລິກເຊິ່ງ ສະເເດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນຳກະຊວງ, ບັນດານາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບປະຊາຊົນ ລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງການນໍາພັກ-ລັດ, ອະດີດນັກຮົບປະຕິວັດ ທີ່ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ, ເພື່ອປະຊາຊົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ໃຫ້ບຸນຄຸນ-ຄຸນງາມຄວາມດີຂອງບັນດາທ່ານເຫຼົ່ານັ້ນ ຖືກຈາລຶກຢູ່ໃນປະຫວັດສາດ ແລະ ຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.
ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ຕາງໜ້າກໍາລັງປ້ອງກັນຄວາມສະຫງົບ ຂໍສະແດງຄວາມຮູ້ບຸນຄຸນຕໍ່ສູນກາງພັກ, ລັດຖະບານ ເຊິ່ງຍາມໃດກໍໃຫ້ການນໍາພາ-ຊີ້ນໍາຢ່າງຈົດຈໍ່ ແລະ ແທດເຖິງຕໍ່ກໍາລັງປ້ອງກັນຄວາມສະຫງົບ; ຂໍຖືໂອກາດນີ້, ອວຍພອນໄຊອັນປະເສີດ ແດ່ບັນດາທ່ານຜູ້ນໍາພັກ-ລັດ ຈົ່ງມີພະລານາໄມເຂັ້ມແຂງ, ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມວັດທະນາຖາວອນ ຕາມອຸດົມການຂອງພັກທີ່ກໍານົດໄວ້.
ໂອກາດນີ້, ຂໍສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນສະໜິດສະໜົມ ແລະ ຄໍາອວຍພອນໄຊເຖິງປະຊາຊົນບັນດາເຜົ່າ, ນາຍ ແລະ ພົນຕໍາຫຼວດທຸກທົ່ວໜ້າ ຈົ່ງມີແຕ່ຄວາມສຸກສົມຫວັງໃນການດໍາລົງຊີວິດ ກໍຄືການເຄື່ອນໄຫວປະຕິບັດໜ້າທີ່.
“ນໍ້າໃຈວັນທີ 5 ເມສາ ໝັ້ນຍືນ!”



