ທ່ານ ພອນສານ ວິໄລເມັ້ງ, ຮອງປະທານຄະນະບໍລິ ຫານງານ ສູນກາງສະຫະພັນກໍາມະບານລາວ ໄດ້ຖະແຫຼງຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956 – 1 ກຸມພາ 2025) ທ່ານໄດ້ຍົກໃຫ້ເຫັນວ່າ: ໃນວັນທີ 1 ກຸມພາ 1956 ສູນກາງພັກ ໄດ້ຕົກລົງສ້າງຕັ້ງສະຫະພັນກໍາມະບານລາວຂຶ້ນ ເຊິ່ງເປັນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນອັນໜຶ່ງຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ. ພວກເຮົາພ້ອມກັນທົບທວນຄືນຂະບວນການວິວັດແຫ່ງການຕໍ່ສູ້ອັນຍາວນານເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດ, ອິດສະລະພາບ ແລະ ຜືນແຜ່ນດິນລາວອັນຄົບຖ້ວນ ທີ່ເຕັມໄປດ້ວຍການເສຍສະລະຂອງພະນັກງານ, ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ.
ເພື່ອຫວນຄືນມູນເຊື້ອປະຫວັດສາດແຫ່ງການກໍາເນີດເຕີບ ໃຫຍ່ ຂອງອົງການຈັດຕັ້ງກໍາມະບານລາວ ຕະຫຼອດໄລຍະ 69 ປີ ທີ່ຜ່ານມາ ໂດຍພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ ທີ່ເປັນອົງການຕົວແທນແຫ່ງການປົກປ້ອງ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ບັນດາເຜົ່າ.
ຕະຫຼອດໄລຍະ 69 ປີ ແຫ່ງການຕໍ່ສູ້ຍາດເອົາເອກະລາດ, ອິດສະພາລະພາບ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ພາຍໃຕ້ການນນໍາພາໂດຍກົງ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ; ຊົນຊັ້ນກໍາມະ ກອນ ແລະ ຊາວ ຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດແຮງງານ ເປັນຂີ່ຂ້າມ້າຕ່າງຂອງຈັກ ກະພັດ ແລະ ລູກແຫລ່ງຕີນມືໃນເມື່ອກ່ອນ. ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໄດ້ຮັບການປົດປ່ອຍ ໄດ້ກາຍເປັນຜູ້ທີ່ມີອິດສະລະພາບ ແລະ ສາມາດປະກອບສ່ວນເຂົ້າ ໃນການສ້າງສາພັດທະນາລະບອບໃໝ່ຂອງພວກເຮົາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ແລະ ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ.
ອົງການຈັດຕັ້ງກໍາມະບານ ກໍ່ເປັນອົງການຈັດຕັ້ງມະຫາຊົນຂອງພັກ ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ລະບອບໃໝ່ຂອງພວກເຮົາ ໂດຍບໍ່ຫວັ່ນໄຫວ ຄອນແຄນຕໍ່ສະພາບການຂອງໂລກທີ່ຜັນແປຢ່າງສະລັບຊັບຊ້ອນ ແລະ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງກໍາມະກອນ. ແຕ່ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກ ແຮງງານລາວບັນດາເຜົ່າ; ໄດ້ເຮັດໜ້າທີ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາ ຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ປະຕິ ບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະບຽບວິໄນໃນການອອກແຮງງານ, ພ້ອມນັ້ນ ພວກເຮົາຍັງໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະ ມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ; ກໍ່ສ້າງ ບໍາລຸງສະມາຊິກກໍາມະບານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ສີມືແຮງງານທີ່ດີ ເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມ ແຂງທາງດ້ານປະລິມານ ແລະ ຄຸນນະພາບ ໂດຍມີເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າ ເພື່ອຝຶກຝົນຕົຮເອງ.
ມາຮອດໃນປັດຈຸບັນ ສະຫະພັນກໍາມະບານລາວ ປະກອບມີ 39 ສະຫະພັນກໍາມະບານກະຊວງ ແລະ ອົງການ, ມີ 18 ສະ ຫະພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ, ມີ 3 ສະຫະພັນກໍາມະບານນະຄອນ ແລະ ມີ 145 ສະຫະພັນກໍາມະບານເມືອງ; ໃນທົ່ວປະເທດມີສະມາຊິກກໍາມະບານທັງໝົດ 208.883 ຄົນ.
ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ ອົງການຈັດຕັ້ງກໍາມະບານຂອງພວກເຮົາ ຕ້ອງໄດ້ສູ້ຊົນບຸກບື້ນສ້າງການຫັນປ່ຽນໃໝ່ຢ່າງ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ກ່ອນອື່ນຕ້ອງຄົ້ນຄວ້າ ພັດທະນາເສດຖະກິດ-ສັງຄົມ ໂດຍສະ ເພາະແມ່ນການຜະລິດຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ເພີ່ມທະວີນໍ້າໃຈຮັກ ຊາດ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໃຫ້ສູງຂຶ້ນ, ເປັນເຈົ້າການປະຕິບັດຈິດໃຈບຸກທະລຸສູ້ຊົນບຸກບືນເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ ກໍ່ຄືປະເທດຊາດ. ເອົາໃຈໃສ່ເຄື່ອນໄຫວປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ບໍ່ໃຫ້ຖືກເອົາລັດເອົາປຽບດ້ານຄ່າແຮງງານ ແລະ ອື່ນໆ.
ທ່ານໃຫ້ຮູ້ຕື່ມວ່າ: ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະ ຫະພັນກໍາມະບານລາວ ຄົບຮອບ 69 ປີ ເຊີ່ງເປັນວັນທີ່ມີຄວາມໝາຍ ແລະ ສໍາຄັນຂອງກໍາມະບານລາວ ກໍ່ຄືສະມາຊິກກໍາມະບານ, ກໍາມະ ກອນ ແລະ ຜູ້ອອກແຮງງານ ເຮັດໃຫ້ລຸ້ນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການສະເຫຼີມ ສະຫຼອງ ສາມວັນປະຫັວດປະຫວັດສາຄື: ວັນສ້າງຕັ້ງພັກປະຊາ ຊົນປະຕິບັດລາວຄົບຮອບ 70 ປີ, ວັນສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ປີນີ້ ສູນກາງສະຫະພັນກໍາມະບານລາວ ຈຶ່ງໄດ້ອອກແຈ້ງການໃຫ້ສະຫະພັນກໍາມະບານແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງເຊື່ອມຊຶມ ເລົ່າປະຫວັດຫວນຄືນມູນເຊື້ອ ຂອງວັນສ້າງຕັ້ງກໍາມະບານລາວ ເພື່ອໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈເຖິງຜົນງານຂອງການປະກອບສ່ວນຂອງອົງການກໍາມະບານລາວໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແນໃສປູກຈິດສໍານຶກ ມູນເຊື້ອອັນອົງອາດກ້າຫານ ຂອງຊົນຊັ້ນກໍາມະກອນລາວ ເປັນຕົ້ນສ້າງຂະບວນການກິລາ, ສິນລະປະວັນນະດີ, ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ກິດຈະກໍາອື່ນໆຕາມເງື່ອນໄຂ ແລະ ຄວາມເໝາະສົມ.
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມສໍາຄັນນີ້ ທ່ານໄດ້ຮຽກຮ້ອງມາຍັງສະຫະ ພັນກໍາມະບານແຕ່ລະຂັ້ນ ຈົ່ງປຸມລຸມຄວາມສາມັກຄີ ອັນເປັນປຶກແຜ່ນພາຍໃຕ້ການນໍາພາຂອງພັກ ສູ້ຊົນບຸກບືນພັດທະນາຕົນເອງ, ພັດທະນາປະເທດຊາດ ໃຫ້ຈະເລີນຮັ່ງມີ,ຮັກສາມູນເຊື້ອທາດແທ້ ແລະ ອຸດົມການສັງຄົມ ນິຍົມກໍ່ຄືຊົນຊັ້ນກໍາມະກອນ.
ພິເສດໃນປີ 2025 ແມ່ນປີກ້າວເຂົ້າສູ້ການກະກຽມດໍາເນີນກງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົວປະເທດ ຄັ້ງທີ IX ພວກເຮົາຕ້ອງໄດ້ຕັ້ງໜ້າເຄື່ອນໄຫວຢ່າງຟົດຟື້ນ ຫ້າວຫັນ ເພື່ອປະຕິບັດໜ້າທີ່ໃຫ້ສໍາເລັດຕາມພັກ-ລັດມອບໝາຍໃຫ້ ເພື່ອສ້າງ: “ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ”.



