ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

7 ຂໍ້ຫ້າມ ສໍາລັບການຫຼີ້ນບຸນປີໃໝ່ລາວຢູ່ນະຄອນຫຼວງວຽງຈັນ

Apr 1, 2024

1. ຫ້າມຫົດສາດນໍ້າເປື້ອນ-ນໍ້າສີ-ນໍ້າຄັນຄາຍ, ຮ່າຍນໍ້າ ຫຼື ນໍ້າກ້ອນໃສ່ຖົງຢາງ ຫຼື ພາສະນະອື່ນໆ ດຶກ ແກ່ວງໃສ່ກັນ ຫຼື ນໍາໃຊ້ພາຫານະ ເລາະຫົດສາດນໍ້າໃສ່ຄົນທີ່ສັນຈອນຕາມເສັ້ນທາງ ແລະ ຫ້າມລັດທາງ ຫຼື ກວມເອົາເສັ້ນທາງເປັນບ່ອນຫຼິ້ນຕັ້ງຈຸດສີດ ຫຼື ຫົດນໍ້າກັນ.
2. ຫ້າມນຸ່ງເຄື່ອງໂປ້ເປືອຍຢູ່ບໍລິເວນວັດວາອາຮາມ, ສະຖານທີ່ສັກ ກະລະບູຊາ ແລະ ຢູ່ສະຖານທີ່ສາທາລະນະຕ່າງໆ.
3. ຫ້າມຈັດງານສະແດງຄອນເສີດຕ່າງໆທີ່ທາງການບໍ່ໄດ້ອະນຸຍາດ ແລະ ເປີດສຽງເນື່ອງນັນ ຢູ່ໃກ້ໂຮງໝໍ ຫຼື ຊຸມຊົນໜາແໜ້ນ, ຂອບ ເຂດເສັ້ນທາງຄົນຍ່າງ (ຟຸດບາດ) ຫຼື ໜ້າບ້ານ, ເຮືອນຂອງຕົນເອງ ທີ່ສົ່ງສຽງ ລົບກວນຜູ້ເຈັບປ່ວຍ, ຜູ້ອາຍຸສູງ ແລະ ເດັກນ້ອຍ, ໂດຍສະເພາະໃຫ້ປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າຄອງ ນະຄອນຫຼວງ ວຽງຈັນ ເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນື່ອງນັ້ນ.
4. ຫ້າມຈຸດໝາກກະໂພກ ແລະ ກໍ່ສຽງແຕກຢ່າງເດັດຂາດ ຕາມຄໍາສັ່ງ ຂອງເຈົ້າຄອງນະຄອນຫຼວງ ວຽງຈັນ ສະບັບເລກທີ 01/ຈນວ, ລົງວັນທີ 16 ມັງກອນ 2023.
5. ຫ້າມຜູ້ຂັບລົດ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມືນເມົາແລ້ວຂັບລົດ ແລະ ຫ້າມຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງມືນເມົາ ຢູ່ຕາມວັດວາອາຮາມ ແລະ ສະຖານທີ່ສັກກາລະບູຊາ.
6. ຫ້າມບຸກຄົນ, ນິຕິບຸກຄົນ ກໍ່ຄື ຮ້ານຄ້າ, ຕະຫຼາດ ກັກຕຸນສິນຄ້າ, ສວຍໂອກາດຂຶ້ນລາຄາສິນຄ້າ, ຈໍາ ໜ່າຍສິນຄ້າ ບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ ຫຼື ໝົດອາຍຸ ເປັນການເອົາປຽບ ຫຼື ເປັນອັນຕະລາຍຕໍ່ຜູ້ ບໍລິໂພກ.
7. ຫ້າມບຸກຄົນ ນໍາເອົາຍານພາຫະນະທຸກຊະນິດລົງໄປເຄື່ອນ ໄຫວ ຢູ່ຕາມຫາດຊາຍຕາມລຳແມ່ ນໍ້າຂອງ ຢ່າງເດັດຂາດ (ຍົກເວັ້ນພາຫະນະກູ້ໄພ, ພາຫະນະຮັບໃຊ້ວຽກງານ ປກຊ-ປກສ).