70 ປີພາຍໃຕ້ການນໍາພາຂອງ ກຳລັງ ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ

ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ສະແດງທັດສະນະຄວາມຮູ້ສຶກເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 70 ປີ, ໃນວັນທີ 17 ມີນາ ນີ້ ວ່າ: ການກຳເນີດເກີດຂຶ້ນຂອງພັກ ປປ ລາວ ແມ່ນເລີ່ມຈາກຄວາມຈຳເປັນພາວະວິໃສ ເນື່ອງຈາກວ່າໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດ 20 ເປັນໄລຍະທີ່ລັດທິທຶນນິຍົມໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຢຶດເອົາບັນດາປະເທດທີ່ອ່ອນນ້ອຍເປັນຫົວເມືອງຂຶ້ນ ແລະ ເຄິ່ງຫົວເມືອງຂຶ້ນຂອງພວກເຂົາ. ບັນດາປະຊາຊາດຢູ່ແຫຼມອິນດູຈີນ (ລາວ, ຫວຽດນາມ ແລະ ກໍາປູເຈຍ) ກໍຖືກຈັກກະພັດຝຣັ່ງຮຸກຮານ ແລະ ຢຶດຄອງເອົາເປັນຫົວເມືອງຂຶ້ນ.
ນັບແຕ່ປີ 1893 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຢຶດຄອງລາວ ເປັນຫົວເມືອງຂຶ້ນພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າຢ່າງແສນສາຫັດ ແລະ ໂຫດຮ້າຍປ່າເຖື່ອນ. ຍ້ອນປະຊາຊົນລາວບັນດາເຜົ່າທົນຕໍ່ການກົດຂີ່ຂົ່ມເຫັງບໍ່ໄດ້ ຈຶ່ງພາໃຫ້ເກີດມີຂະບວນການຕໍ່ສູ້ຕ້ານກັບຈັກກະພັດຝຣັ່ງ ເປັນແຕ່ລະໄລຍະ. ມາຮອດວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ສ້າງຕັ້ງພັກ ປປ ລາວ ຈຶ່ງໄດ້ເປີດຂຶ້ນໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ” ປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາ ຄະນະຊີ້ນໍາສູນກາງ ພ້ອມທັງໄດ້ວາງແຜນດໍາເນີນງານຂອງພັກ 12 ຂໍ້ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ I ຂອງພັກໃນວັນທີ 22 ມີນາ 1955 ເປັນໂຄງການການເມືອງສະບັບທໍາອິດ ເພື່ອແນໃສ່ເຮັດຫຼ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຊັກຈູງປະຊາຊົນເຮົາດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ ສາມາດເຕົ້າໂຮມຄວາມສາມັກຄີທົ່ວປວງຊົນສູ້ຊົນ ເຮັດສໍາເລັດພາລະກິດປົດປ່ອຍຊາດ ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.
70 ປີຜ່ານມາ, ພັກເຮົາ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ-ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ອຸດົມການສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະ ລະບອບປະຊາທິປະໄຕ ປະຊາຊົນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.
ພົທ ກົງທອງ ພົງວິຈິດ ກ່າວໃຫ້ຮູ້ອີກວ່າ: ຕໍ່ກໍາລັງ ປກສ ພັກເຮົາຖືວ່າ ແມ່ນພາກສ່ວນໜຶ່ງ ຂອງອໍານາດແຫ່ງລັດ ການປົກຄອງປະຊາທິປະໄຕ ປະຊາຊົນ ທີ່ຢູ່ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ; ກໍາລັງ ປກສ ແມ່ນຜູ້ນໍາພາ-ບັນຊາຈັດຕັ້ງປະຕິບັດວຽກງານ ປກສ ຮອບດ້ານ ແລະ ຮັບໃຊ້ປະຊາຊົນຢ່າງບໍລິສຸດຜຸດຜ່ອງ ທັງເປັນເຄື່ອງມືຜະເດັດການກໍາມະຊີບຂອງພັກ-ລັດ ແລະ ປະຊາຊົນ, ມີພາລະບົດບາດເປັນຫຼັກແຫຼ່ງນໍາພາ-ແກ່ນສານນໍາໜ້າໃນພາລະກິດປົກປັກຮັກສາ ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ສະນັ້ນ, ບໍ່ວ່າເວລາໃດ ກໍຕ້ອງປະຕິບັດໜ້າທີ່ປ້ອງກັນປະຊາທິປະໄຕຂອງປະຊາຊົນ ແລະ ປະຕິບັດຜະເດັດການກໍາມະຊີບຕໍ່ບັນດາອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ເຄື່ອນໄຫວຕ້ານ, ມ້າງເພທໍາລາຍລະບອບປະຊາທິປະໄຕ ປະຊາຊົນໃຫ້ປະລາໄຊລົງ ເພື່ອປ້ອງກັນພັກ-ລັດ, ປ້ອງກັນສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄືລະບອບໃໝ່ຂອງພວກເຮົາໄວ້ໃຫ້ໝັ້ນຄົງ. ໂດຍພາຍໃຕ້ການນຳພາຂອງພັກ ກຳລັງ ປກສ ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ມີແບບແຜນທັນສະໄໝຄື:
1) ການກໍ່ສ້າງກໍາລັງ ປກສ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ. ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານສໍາຄັນແຖວໜ້າ, ເປັນວຽກງານກົກ, ເປັນວຽກທີ່ຕ້ອງໄດ້ເຮັດເປັນປົກກະຕິຕໍ່ເນື່ອງ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ທັງເປັນປັດໄຈຮັບປະກັນເຮັດສໍາເລັດໜ້າທີ່ຂອງກໍາລັງ ປກສ; ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກຢ່າງຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ແລະ ຫຼາຍວິທີການ;
2) ການກໍ່ສ້າງກໍາລັງ ປກສ ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ, ໄດ້ສ້າງຕັ້ງ ແລະ ປັບປຸງກົງຈັກການຈັດຕັ້ງຂອງກົມກອງ-ທ້ອງຖິ່ນ ກໍຄືເຫຼົ່າວິຊາສະເພາະຕາມສາຍຕັ້ງ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແລະ ບັນດາວຽກງານທີ່ມີຄວາມຈໍາເປັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນເງື່ອນໄຂໃໝ່ ໄປຄຽງຄູ່ກັບການປັບປຸງພາລະບົດ ບາດ, ສິດ ແລະ ໜ້າທີ່ໃຫ້ມີຄວາມຄ່ອງຕົວ ເໝາະສົມກັບສະພາບຄວາມເປັນຈິງ;
3) ການກໍ່ສ້າງກໍາລັງ ປກສ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ. ໃນໄລຍະຜ່ານມາ, ພັກ-ລັດເຮົາ ກໍຄືກະຊວງ ປກສ ໄດ້ເອົາໃຈໃສ່ບໍາລຸງ-ກໍ່ສ້າງກໍາລັງ ປກສ ຢູ່ພາຍໃນ ແລະ ຕ່າງປະເທດ ໂດຍຢຶດໝັ້ນການກໍ່ສ້າງກໍາລັງ ປກສ ຢ່າງຮອບດ້ານ ຕາມຄໍາສັ່ງສອນຂອງປະທານ ໄກສອນ ພົມວິຫານ ກໍຄືຕາມ 6 ເນື້ອໃນມາດຕະຖານລວມ ແລະ 4 ມາດຕະຖານສະເພາະພະນັກງານບັນຊາ ຕິດພັນກັບການກໍ່ສ້າງກັບທີ່ເປັນຕົ້ນຕໍ ແລະ ກໍ່ສ້າງຜ່ານຂະບວນການຕົວຈິງຢູ່ທ້ອງຖິ່ນຮາກຖານເປັນສໍາຄັນ;
4) ການກໍ່ສ້າງກໍາລັງ ປກສ ໃຫ້ມີແບບແຜນການນໍາພາ ແລະ ວິທີການເຮັດວຽກທີ່ທັນສະໄໝ ເພີ່ມທະວີການນໍາພາຂອງພັກເດັດຂາດໂດຍກົງ ແລະ ຮອບດ້ານຕໍ່ວຽກງານ ແລະ ກໍາລັງ ປກສ ແນໃສ່ເຮັດໃຫ້ກໍາລັງ ປກສ ມີຄວາມເຕີບໃຫຍ່ເຂັ້ມແຂງດ້ວຍບາດກ້າວທີ່ໜັກແໜ້ນ; ຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ ນໍາພາເປັນໝູ່ຄະນະ, ມີການແບ່ງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ;
5) ການກໍ່ສ້າງກໍາລັງ ປກສ ໃຫ້ຮັບປະກັນພະລາທິການກັບທີ່ເພື່ອຮັບໃຊ້ວຽກງານ ປກສ;
6) ການກໍ່ສ້າງກໍາລັງ ປກສ ໃຫ້ຮັບປະກັນການພົວພັນຮ່ວມມືກັບຕ່າງປະເທດ ຕັ້ງໜ້າຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກໃນຂົງເຂດ ປກສ ຢ່າງຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ ຫຼາຍລະດັບ ແລະ ຫຼາຍຮູບແບບ ບົນພື້ນຖານຫຼັກການເຄົາລົບຊຶ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 70 ປີຜ່ານມາ, ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ-ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນ ສະເໝີປາຍຕໍ່ອຸດົມການສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະ ລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຜົນສໍາເລັດເປັນກ້າວໆ. ເຮັດໃຫ້ປະເທດເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືກທິດດ້ວຍການຍູ້ແຮງ ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ.
ເນື່ອງໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ປກສ ກໍຄືຕາງໜ້າໃຫ້ກຳລັງ ປກສ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດ ຈົ່ງມີພະລານາໄມສົມບູນ ຊີ້ນໍາໆພາປະເທດຊາດໃຫ້ຈະເລີນສີວິໄລເປັນກ້າວໆ.



