ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

70 ປີ ພາຍໃຕ້ການນໍາພາຂອງພັກ ຂົງເຂດ​ວຽກ​ງານ​ການ​ສຶກສານນັບມື້​ເຕີບ​ໃຫ່​ຍ​ຂະຫຍາຍຕົວ

Mar 24, 2025

ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕີວັດລາວ ວັນທີ 22 ມີນາ ຄົບຮອບ 70 ປີ, ທ່ານ ປອ ສໍາລານ ພັນຄະວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງ ສຶກ ສາທິການ ແລະ ກິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຕະຫລອດໄລຍະຜ່ານມາ ພັກ ແລະ ລັດ ຢາມໃດກໍ່ຖືເອົາການພັດທະນາຊັບພະຍາ ກອນມະນຸດ ເປັນວຽກງານບຸລິມະ ສິດໃນການພັດທະນາ, ເປັນຍຸດທະສາດໜຶ່ງທີ່ມີລັກ ສະນະຕັດສິນຄວາມຈະເລີນຮຸ່ງເຮືອງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນກອງປະຊຸມໃຫຍ່ຂອງຄະນະພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ ໄດ້ເນັ້ນໃຫ້ວຽກງານການສຶກສາໃຫ້ໄດ້ມີການພັດທະ ນາເພື່ອສ້າງທັກສະຄວາມຮູ້ໃຫ້ຜູ້ຮຽນມີຄວາມຮູ້ອັນໃໝ່ໆ ເພື່ອສາມາດທຽບເທົ່າກັບພາກພື້ນ ແລະ ສາກົນໄດ້ ໂດຍສະເພາະກອງປະຊຸມໃຫຍ່ ​ຄັ້ງ​ທີ XI ຂອງ​ພັກ​ໃນ​ເດືອນ ມັງກອນ 2021 ໄດ້​ກໍາ​ນົດ​ໃຫ້​ພັດທະນາ​ຊັບພະຍາກອນ​ມະນຸດ​ຢ່າງ​ແຂງແຮງ, ພັດທະນາ​ຄົນ​ລາວ ໃຫ້​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ ປະເທດ​ຊາດ ໃນ​ໄລຍະ​ໃໝ່ ເພຶ່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ ແມ່ນ​ສືບຕໍ່​ປັບປຸງ​ເນື້ອ​ໃນ​ຫຼັກສູດ ແລະ ວິທີ​ສິດສອນ​ໃນ​ລະບົບ​ການ​ສຶກສາ​ສາມັນ​ສຶກສາ​ແຕ່​ລະ​ຂັ້ນ, ການ​ສຶກສາ​ດ້ານ​ວິຊາ​ຊີບ ແລະ ການ​ສຶກສາ​ຊັ້ນ​ສູງ​ນັບ​ທັງ​ເນື້ອ​ໃນ​ຫຼັກສູດ ແລະ ວິທີ​ສິດສອນ ໃນ​ລະບົບ​ກໍ່ສ້າງ ແລະ ຝຶກ​ອົບຮົມ​ຂົງເຂດ​ການ​ເມືອງ​-​ການ​ປົກ​ຄອງ.
ພັກ​ເຮົາ​ ຍາມ​ໃດ​ກໍ​ຮັບ​ຮູ້​ວ່າ ຄົນ​ເປັນ​ປັດ​ໄຈ​ຕັດສິນ​ການ​ພັັດ​ທະ​ນາ ແລະ ຖື​ຄົນ​ເປັນ​ເປົ້າ​ໝາຍ​ບູ​ລິ​ມະ​ສິດ​ຂອງ​ການ​ພັດທະນາ, ວຽກ​ງານ​ການ​ສຶກສາ​ເປັນ​ວຽກ​ຈຸດ​ສຸມ​ໃຈກາງ​ຂອງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ພັດທະນາ​ການ​ສຶກສາ​ແບບ​ຮອບດ້ານ ຕາມ 3 ລັກສະນະ 5 ຫຼັກ​ມູນ​ຂອງ​ການ​ສຶກສາ ສົມທົບ​ລະຫວ່າງ​ການ​ສຶກສາ​ໃນ​ໂຮງຮຽນ ກັບ​ການ​ສຶກສາ​ໃນ​ຄອບຄົວ ແລະ ສັງຄົມ, ສ້າງ​ຄົນ​ໃຫ້​ພຽງພໍ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ ຖືກຕ້ອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ປະເທດ​ຊາດ​ແຕ່​ລະ​ໄລຍະ, ຍາມ​ໃດ​ກໍ​ຖື​ການ​ສຶກສາ​ເປັນ​ພາລະກິດ​ຂອງ​ປວງ​ຊົນ ແລະ ເນັ້ນ​ໃຫ້​ເພີ່ມ​ການ​ລົງທຶນ​ຂອງ​ລັດ​ໃສ່​ການ​ສຶກສາ.
ທ່ານ ໄດ້ຍົກໃຫ້ເຫັນຕື່ມວ່າ: ການພັດທະນາການສຶກສາຂອງລາວ ໃນ​ໄລຍະ 70 ປີຜ່ານມາ ເຖິງມີທ່າກ້າວ ແລະ ມີຫຼາຍຜົນສໍາເລັດກໍ່ຕາມ ແຕ່ການຈັດຕັ້ງປະຕິບັດຕົວຈິງກໍ່ປາດສະຈາກບັນ ຫາ ແລະ ​ສິ່ງ​ທ້າ​ທາຍ ​ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ເຊັ່ນ: ການ​ເຂົ້າ​ເຖິງ​ການ​ສຶກສາ ໂດຍ​ສະເພາະ​ໃນ​ເຂດ​ຊົນນະບົດ, ຄວາມ​ຕ້ອງການ​ດ້ານງົບປະມານໃນການປັບປຸງຄຸນນະພາບການສຶກສາ,​ ​ການ​ລົງ ທຶນ​ເພີ່ມ​ຂຶ້ນ​ສຳລັບວຽກງານ​ຄົ້ນຄວ້າ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ, ການ​ເສີມ​ຂະຫຍາຍ​ພື້ນຖານ​ໂຄງ​ລ່າງ ແລະ ຊຸກຍູ້​ຄວາມ​ສະ ເໝີພາບ​ຍິງ​-​ຊາຍ. ດັ່ງນັ້ນ ການ​ລົງທຶນ​ໃສ່​ໂຄງ​ລ່າງ​ພື້ນຖານ​ຢ່າງ​ມີ​ຈຸດ​ສຸມ, ການ​ຝຶກ​ອົບຮົມ​ຄູ, ການ​ປັບປຸງ​ຫຼັກສູດ, ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ການ​ພັດທະນາ​ກິ​ລາ​-​ກາ​ຍະ​ກຳ, ການ​ຫັນ​ເປັນ​ທັນ​ສະໄໝ​ທີ່​ສອດຄ່ອງ​ກັບ​ຍຸກ​ດີ​ຈີ​ຕ໊ອນ ແລະ AI ແມ່ນ​ມີ​ຄວາມ​ສໍາ​ຄັນ​ຫຼາຍ ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ໄດ້​ກ່າວ​ມາ ແລະ ເພື່ອ​ຮັບປະກັນ​ການພັດທະນາການສຶກສາ.
ພ້ອມນີ້, ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ
ຍັງໄດ້ຍົກໃຫ້ເຫັນບົດຮຽນ​ທີ່​ຖອດ​ຖອນ​ໄດ້ ເພື່ອ​ນຳໄປ​ໝູນ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນຕໍ່ໜ້າ​, ໃນນັ້ນ ລວມມີ:
– ສືບຕໍ່ໃນການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ ຂອງ​ບັນດາ​ມະຕິ, ຄຳ​ສັ່ງ ຂອງ​ພັກ, ກົດໝາຍ ແລະ ລະບຽບ​ການ​ຂອງ​ລັດ ກ່ຽວ​ກັບ​ວຽກ​ງານ​ການ​ສຶກສາ, ວິທະຍາສາດ ແລະ ກິລາ ໃຫ້​ເປັນ​ແຜນ ການ, ແຜນ​ງານ, ໂຄງການ ແລະ ການ ຈັດ​ຕັ້ງ​ປະຕິບັດ​ກິດຈະກຳ​ຕ່າງໆ ໃຫ້​ເປັນ​ລະບົບ, ຕໍ່​ເນື່ອງ ແລະ ເປັນ​ປົກກະຕິ;
– ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງ ການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ປະກອບສ່ວນ ໃນການພັດທະນາການສຶກສາ ຕາມພາລະບົດບາດຂອງໃຜລາວ ຖື ເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ;
– ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ສິດ ໃຫ້ໄດ້ເຄື່ອນໄຫວວຽກງານເປັນປົກກະຕິ, ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດ ລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນ ໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ;
– ການ​ຈັດ​ສັນ​ງົບປະມານ​ສະເພາະ ຮັບ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງ​ປປະຕິ ບັດວຽກ​ງານ​ການ​ສຶກສາ, ວິທະຍາສາດ ແລະ ກິລາ ໃຫ້​ສອດຄ່ອງ​ກັບ​ທິດ​ທາງ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຂອງ​ຊາດ ໃນ​ແຕ່​ລະ​ໄລ​ຍະ.