ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

71 ຫຼຽນຄຳ ຄືເປົ້າໝາຍຂອງກະຊວງປ້ອງກັນປະເທດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII.

Sep 19, 2025

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈະຈັດຂື້ນລະຫວ່າງວັນທີ 15 – 25 ພະຈິກ 2025, ກະຊວງປ້ອງກັນປະເທດ ໄດ້ສົ່ງ 21 ປະເພດກິລາເຂົ້າຮ່ວມຄື: ບານເຕະຊາຍ, ແລ່ນ-ລານ, ບານສົ່ງໃນຮົ່ມ, ບານສົ່ງຫາດຊາຍ, ມວຍສາກົນ, ມວຍຢູໂດ, ເທຄວັນໂດ, ມວຍປໍ້າ, ວູຊູ, ປັນຈັກຊິລັດ, ຄາຣາເຕໂດ, ມວຍລາວ, ຍິງປືນ, ກະຕໍ້-ຊິນລອນ, ເປຕັງ, ກັອຟ, ສະນຸກເກີ, ໜ້າເກັກ, ຍິງທະນູ, ດຶງເຊືອກ, ໝາກຂ່າງ, ໝາກແລ້ ແລະ ເຮືອຊ່ວງ, ມີ 26 ລາຍການແຂ່ງຂັນ, ມີຈຳນວນຄູຝຶກ ແລະ ນັກກິລາທັງໝົດ 422 ຄົນ ໂດຍຕັ້ງເປົ້າໝາຍສູ້ຊົນຈະຍາດໃຫ້ໄດ້ 71 ຫຼຽນຄໍາ.
May be an image of text May be an image of 9 people, people playing voleyball and people playing tennis
ສຳລັບຜົນງານໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໃນປີ 2022 ຜ່ານມາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ນັກກິລາກະຊວງປ້ອງກັນປະເທດ ສາມາດຍາດໄດ້ 51 ຫຼຽນຄຳ, 49 ຫຼຽນເງິນ ແລະ 36 ຫຼຽນທອງ ລວມ 136 ຫຼຽນ ເປັນອັນດັບທີ 3 ຂອງທົ່ວປະເທດ.
ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບຊີ້ນໍາວິຊາການ, ເຕັກນິກການຫັດແອບກິລາທຸກປະເພດ ໃຫ້ສຳພາດຕໍ່ນັກຂ່າວກອງທັບ ໃນວັນທີ 18 ກັນຍາ 2025 ວ່າ: ການກະກຽມຄວາມພ້ອມຂອງນັກກິລາກອງທັບ ເຂົ້າຮ່ວມກິລາແຫ່ງຊາດຄັ້ງຍີ້, ໄດ້ຄົ້ນຄວ້າເປິກສາຫາລືເປັນໝູ່ຄະນະ ແລະ ກຳນົດແຜນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ, ພ້ອມທັງເອົານັກກິລາເຂົ້າສູນເຝິກຊ້ອມ ເພື່ອຍາດໃຫ້ໄດ້ຫຼຽນຄຳຕາມເປົ້າໝາຍທີ່ຕັ້ງໄວ້.
ພັນໂທ ຄຳເສື່ອງ ກວາງວັນ ຄູຝຶກກິລາມວຍ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ການຝຶກຊ້ອມເບື້ອງຕົ້ນແມ່ນເນັ້ນໃສ່ເລື່ອງພາລະກຳລັງ, ຄວາມທົນ, ຄວາມແຂງແກ່ງ ແລະ ຄວາມໄວຂອງນັກກິລາ. ພາຍຫຼັງເຂົ້າສູນຝືກຊ້ອມມາໄດ້ໄລຍະໜຶ່ງ ເຫັນວ່ານັກກິລາມີຄວາມພ້ອມລະດັບ 70%. ສຳລັບງານກິລາແຫ່ງຊາດຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ນັກກິລາມວຍກະຊວງປ້ອງກັນປະເທດ ຍາດໄດ້ອັນດັບທີ 2 ຖືເປັນຜົນງານໂດດເດັ່ນພໍສົມຄວນ. ສ່ວນເປົ້າໝາຍການເຂົ້າຮ່ວມງານມະຫາກຳແຂ່ງຂັນກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຈະພະຍາຍາມສູ້ຊົນສ້າງຜົນງານໃຫ້ດີກວ່າຄັ້ງຜ່ານມາ.
May be an image of 4 people, people playing voleyball and text May be an image of 8 people and people playing basketball
ຮ້ອຍໂທ ທະນົງລິດ ໄຊຊະນະ ນັກກິລາບານສົ່ງໃນຮົ່ມຊາຍ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໄດ້ເລິ່ມຕົ້ນຝຶກຊ້ອມມາແຕ່ເດືອນກໍລະກົດປີນີ້. ໃນແຕ່ລະມື້ ໄດ້ຝຶກຊ້ອມທັງຕອນເຊົ້າ ແລະ ຕອນແລງ, ໂດຍເລັ່ງໃສ່ຝຶກຊ້ອມດ້ານພາລະກຳລັງ, ເຕັກນິກການຫຼີ້ນຕ່າງໆ, ປັດຈຸບັນມີຄວາມພ້ອມແລ້ວ 50%, ສ່ວນຜົນງານຢູ່ຊຽງຂວາງເກມໃນປີ 2022 ກິລາບານສົ່ງໃນຮົ່ມຊາຍ ກະຊວງປ້ອງກັນປະເທດ ຍາດໄດ້ຫຼຽນເງິນ, ສຳລັບການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງນີ້ ຈະເຮັດໃຫ້ດີທີ່ສຸດ ເພື່ອຍາດເອົາຫຼຽນຄຳ.
ຮ້ອຍໂທ ຈັນສະບັບ ຈັນທອງແດງ ຕາງໜ້າທີມບານສົ່ງຫາດຊາຍ ກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຮູ້ສືກພາກພູມໃຈທີ່ຈະໄດ້ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດຄັ້ງນີ້ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ຖືເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມແຂ່ງຂັນກິລາລະດັບຊາດ. ປັດຈຸບັນ ທີມບານສົ່ງຫາດຊາຍກອງທັບ ໄດ້ເຂົ້າສູນຝຶກຊ້ອມຢູ່ກອງກິລາກອງທັບ ແຕ່ລະມື້ແມ່ນສຸມໃສ່ຝຶກຊ້ອມດ້ານພາລະກຳລັງ, ເຕັກນິກການຫຼິ້ນ ແລະອື່ນໆ. ສຳລັບຜົນງານການໃນງານກິລາແຫ່ງຊາດຄັ້ງຜ່ານມາ ຢູ່ແຂວງຊຽງຂວາງ ສາມາດຍາດໄດ້ຫຼຽນຄຳ.
May be an image of 11 people, people playing soccer and people playing football
ຮ້ອຍໂທ ນາງ ກ້ອຍ ໄຊຍະວົງ ຫົວໜ້າທີມກະຕໍ້ຍິງກອງທັບ ກ່າວວ່າ: ພາຍຫຼັງເຂົ້າສູນຝືກຊ້ອມຢູ່ກອງກິລາກອງທັບ ມາຮອດປັດຈຸບັນ ມີຄວາມພ້ອມແລ້ວ 80%, ພ້ອມທັງເລັ່ງໃສ່ຝຶກຊ້ອມໃຫ້ໄດ້ຕາມຄາດໝາຍ, ສຳລັບຄວາມຫວັງການເຂົ້າຮ່ວມງານມະຫາກຳກິລາແຫທງຊາດຄັ້ງນີ້ ຈະເຮັດສຸດຄວາມສາມາດ ເພື່ອສູ້ຊົນຍາດໃຫ້ໄດ້ຫຼາຍຫຼຽນກວ່າຄັ້ງທີ່ຜ່ານມາ.
ໂດຍ: ຄຳໄຕ ຈັນນະຄອນ