ໃນຕອນເຊົ້າວັນທີ 25 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພົມມະທັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ທ່ານ ວິໄລວັນ ບຸດດາຄຳ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະ 5 ປີ 2021-2025 ກໍ່ຄືໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຈັດຕັ້ງຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ ສະບັບເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019, ເຊິ່ງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ສຸມໃສ່ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ 47 ຕົວຊີ້ບອກ, ການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 5 ປີດັ່ງກ່າວ ສາມາດສະຫຼຸບສັງລວມ ແລະ ປະເມີນຜົນໄດ້ຄື: ມີ 08 ຫົວໜ່ວຍການປົກຄອງຂັ້ນແຂວງ ບັນລຸເງື່ອນໄຂແຂວງເປັນຫົວໜ່ວຍຍຸດທະສາດ ເຊິ່ງປະກອບມີ ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄຳໄຊ, ເຊກອງ ແລະ ຈຳປາສັກ; ມີ 55 ຫົວໜ່ວຍການປົກຄອງຂັ້ນເມືອງ ບັນລຸເງື່ອນໄຂເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ 5,200 ບ້ານ ບັນລຸເງື່ອນໄຂເປັນຫົວໜ່ວຍພັດທະນາ. ຫຼັງຈາກນັ້ນ, ຜູ້ຕາງໜ້າການນຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໄດ້ຜ່ານລາຍງານ ແລະ ຢັ້ງຢືນຜົນການຈັດຕັ້ງປະຕິບັດການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດຂອງຕົນ ຕື່ມອີກ.

ໃນໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະພັກ, ຄະນະນຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ກວດກາທົບທວນຄືນຜົນການປະເມີນວຽກງານ 3 ສ້າງຂອງທ້ອງຖິ່ນຕົນ ໂດຍຕ້ອງມີການນຳພາ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນ ຂອງຂໍ້ມູນ; ກວດກາຄືນທັງ 7 ດ້ານ (ການກໍ່ສ້າງພັກ-ພະນັກງານ; ການປົກຄອງ ແລະ ບໍລິຫານລັດ; ການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ; ການເງິນ; ການຄຸ້ມຄອງ-ຂຸດຄົ້ນ-ນຳໃຊ້ຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງ ແລະ ການປົກປັກຮັກສາສິ່ງແວດລ້ອມ; ການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ) ໂດຍຖືສໍາຄັນເກນມາດຕະການ, ຂໍ້ມູນຕົວຈິງ ແລະ ຫຼັກຖານ ທີ່ສາມາດກວດສອບຢືນຢັນໄດ້; ການປະເມີນ ຕ້ອງຊີ້ໃຫ້ເຫັນຜົນງານ ແລະ ຜົນປະໂຫຍດຕົວຈິງ ທີ່ປະຊາຊົນໄດ້ຮັບ ເປັນຕົ້ນ ການຈັດສັນນຳໃຊ້ຊັບພະຍາກອນຂອງທ້ອງຖິ່ນ, ຄວາມຄືບໜ້າໃນການພັດທະນາ-ການຜະລິດ, ການສ້າງລາຍຮັບ, ການກຸ້ມຕົນເອງ, ຜົນການແກ້ໄຂຄວາມທຸກຍາກ, ການພັດທະນາໂຄງລ່າງພື້ນຖານຮັບໃຊ້ການຜະລິດ; ຫຼີກລ່ຽງການຢັ້ງຢືນເພື່ອເອົາຜົນງານ ກໍ່ຄືຕົວເລກຜ່ານເກນ, ແຕ່ໃຫ້ຖືເອົາຄຸນນະພາບ ແລະ ມາດຕະຖານຕ່າງໆ ຕາມທີ່ກຳນົດໄວ້ ເປັນຕົວຊີ້ວັດຕັດສີນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.


