ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ ລາຍງານໃຫ້ຮູ້ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ ເມື່ອບໍ່ດົນມານີ້ ວ່າ: ໃນໄລຍະ 8 ເດືອນ (ເດືອນ 1-8) ປີ 2024 ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 318,96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 106,88% (ແຜນ 298,42 ຕື້ກີບ).
ໃນນີ້, ລາຍຮັບພູດສູນກາງເກັບໄດ້ 72.27 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 93.77% ແລະ ລາຍຮັບພູດຂອງແຂວງເກັບໄດ້ 246,69 ຕື້ກີບ ທຽບໃສ່ແຜນປີເທົ່າ ກັບ 111,45%. ສ່ວນລາຍຈ່າຍປະຕິບັດໄດ້ 276,91 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 70,25%. ໂດຍລວມແລ້ວ, ພະແນກການເງິນແຂວງ ສາມາດຮັບປະກັນການເບີກຈ່າຍເງິນເດືອນ, ເງິນນະໂຍບາຍ-ເງິນອຸດໜູນຕ່າງໆ ໃຫ້ພະນັກງານ-ລັດຖະກອນທັນຕາມກໍານົດເວລາໃນແຕ່ລະເດືອນ ພ້ອມທັງຮັບປະກັນການອະນຸມັດລາຍຈ່າຍງົບປະ ມານໄດ້ມີການກວດກາຢ່າງເຂັ້ມງວດ ແລະ ນໍາໃຊ້ຖືກເປົ້າໝາຍ.
ໃນໂອກາດນີ້, ທ່ານ ສັນຕິພາບ ພມວິຫານ ໄດ້ຊີ້ນໍາໃຫ້ຂະແໜງດັ່ງກ່າວ ສືບຕໍ່ປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ຈັດເກັບລາຍຮັບຕາມຖານທີ່ມີໃຫ້ຄົບຖ້ວນ ແລະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເຂັ້ມງວດ-ຖືກຕາມລະລຽບກົດໝາຍ. ພ້ອມນີ້ ຕ້ອງເອົາໃຈໃສ່ປະຕິບັດມາດຕະການປະຢັດ-ຕ້ານການຟູມເຟືອຍ, ຖືເອົາການເບີກຈ່າຍເງິນເດືອນ-ເງິນອຸດໜູນໃຫ້ພະນັກງານ-ລັດຖະກອນ ແລະ ລາຍຈ່າຍຮັບໃຊ້ການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງພັກ-ລັດ ເປັນບູລິມະສິດສໍາຄັນ; ຕ້ານ ແລະ ແກ້ໄຂບັນດາຂໍ້ຄົງຄ້າງ ຕາມຄໍາເຫັນຂອງອົງການກວດສອບແຫ່ງລັດ ໃຫ້ສໍາເລັດຂາດຕົວ ແລະ ອື່ນໆ.



