ອີງຕາມຂໍ້ມູນຈາກບົດລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວ 10 ເດືອນ, ແຜນການ 2 ເດືອນທ້າຍປີ 2024 ແລະ ທິດທາງແຜນການກະກຽມຕ້ອນຮັບນັກທ່ອງ ທ່ຽວໃນປີ 2025 ທີ່ສະເໜີຕໍ່ກອງປະຊຸມປຶກສາຫາລືເພື່ອກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວໃນລະດູການທ່ອງທ່ຽວຢູ່ແຂວງຫລວງພະບາງ ເຊິ່ງຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ການພັດທະນາການທ່ອງທ່ຽວຢູ່ແຂວງຫລວງພະບາງ ໃນປັດຈຸບັນ ມີບາງບັນຫາທີ່ເປັນສິ່ງທ້າທາຍ ດັ່ງນີ້:
– ຈໍານວນນັກທ່ອງທ່ຽວເພີ່ມຂຶ້ນຢ່າງໄວວາກໍເປັນຜົນດີໃຫ້ແກ່ຜູ້ປະກອບການທຸລະກິດບໍລິການລົດນໍາທ່ຽວ, ສາມາດເພີ່ມການເກັບລາຍຮັບຈາກການຊື້ບັດເຂົ້າຊົມສະຖານທີ່ທ່ອງທ່ຽວໄດ້ຫຼາຍພໍສົມຄວນ. ແຕ່ໃນດ້ານ ກົງກັນຂ້າມອາດເຮັດໃຫ້ການຮອງ ຮັບບໍ່ທັນພຽງພໍ, ການຄຸ້ມຄອງ, ຄວາມເປັນ ລະບຽບຮຽບ ຮ້ອຍ, ການບໍລິການຍັງບໍ່ທັນໄດ້ດີເທົ່າທີ່ຄວນ.
– ເສັ້ນທາງຫຼວງ ແລະ ເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວຫຼາຍແຫ່ງເປ່ເພ ເຮັດໃຫ້ການເດີນທາງພົບຄວາມ ຫຍຸ້ງຍາກ ແລະ ໃຊ້ເວລາດົນໃນການເດີນທາງ ໄປຫາສະຖານທີ່ທ່ອງທ່ຽວ, ການສັນ ຈອນໃນຕົວເມືອງມີ ຄວາມແອອັດ; ນັກຂັບຂີ່ຈອດລົດຊະຊາຍບໍ່ເປັນລະບຽບຮຽບຮ້ອຍ.
– ບັນຫາດ້ານຄວາມສະອາດ, ການຖີ້ມຂີ້ເຫຍື້ອຊະຊາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນເທດສະບານນະຄອນ ຫຼວງ ພະບາງ ແລະ ແຫຼ່ງທ່ອງທ່ຽວບາງແຫ່ງຍັງບໍ່ທັນສະອາດງາມຕາ.
– ນັກທ່ອງທ່ຽວຈໍານວນໜຶ່ງ ບໍ່ເຄົາລົບຕໍ່ກັບວັດທະນະທໍາຮີດ ຄອງປະເພນີຂອງທ້ອງ ຖິ່ນ ແລະ ການກະຈາຍລາຍຮັບຈາກການທ່ອງທ່ຽວໃຫ້ແກ່ທ້ອງຖິ່ນແມ່ນຍັງຈໍາກັດ.
– ຄົນຂັບລົດຕູ້ຈໍານວນໜື່ງບໍ່ປະຕິບັດຕາມປ້າຍຫ້າມຂຶ້ນ, ຫ້າມຈອດທາງຮ່ອມ ແລະ ຈອດລົດແຊ່ໄວ້ດົນ.
– ການນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຈັດເກັບລາຍຮັບຢູ່ສະຖານທີ່ທ່ອງທ່ຽວ ແມ່ນມີຄວາມທ້າທາຍ ເຊັ່ນ: ບາໂຄດທີ່ຕິດຕັ້ງຢູ່ສະຖານທີ່ທ່ອງທ່ຽວບໍ່ມີຄຸນນະພາບ, ຊັກຊ້າ, ລະບົບບໍ່ຮັດກຸມ, ບັດໜື່ງສາມາດສະແກນໄດ້ຫຼາຍຄັ້ງ.
– ແຮງງານທີ່ປະກອບໃນຂະແໜງທ່ອງທ່ຽວຍັງບໍ່ພຽງພໍ ແລະ ແຮງງານທີ່ມີຄຸນນະ ພາບມີຈໍານວນຈໍາກັດ ເປັນຕົ້ນແມ່ນ: ພະ ນັກງານບໍລິການຢູ່ຕາມໂຮງແຮມ, ເຮືອນ ພັກ, ຮ້ານອາຫານ ແລະ ອື່ນໆ.
– ສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ຍັງບໍ່ໄດ້ຮັບການຈັດສັນ, ພັດ ທະນາໃຫ້ເປັນລະບົບຄົບຊຸດ ແລະ ສາມາດ ຮອງຮັບນັກທ່ອງ ທ່ຽວເປັນກຸ່ມໃຫຍ່ ຍັງບໍ່ທັນຫຼາຍ.
– ການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ, ພາກລັດ-ພາກທຸລະກິດ ແລະ ປະ ຊາຊົນທ້ອງຖິ່ນຕໍ່ວຽກງານການ ທ່ອງທ່ຽວຍັງບໍ່ທັນຫຼາຍ ແລະ ມີສ່ວນຮ່ວມຢ່າງຈິງຈັງ.
ສໍາລັບແຂວງຫລວງພະບາງ, ໃນໄລຍະ 10 ເດືອນຂອງປີ 2024 ສາມາດຮັບນັກທ່ອງທ່ຽວໄດ້ ທັງໝົດ 1,778,758 ເທື່ອຄົນ ເທົ່າກັບ 97% ຂອງແຜນການປີ, ໃນນີ້ ມີ ນັກທ່ອງທ່ຽວພາຍໃນ 567,983 ເທື່ອຄົນ ເທົ່າກັບ 152% ແລະ ນັກທ່ອງທ່ຽວສາກົນ 1,155,181 ເທື່ອຄົນເທົ່າ ກັບ 82%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ 897,494,497 ໂດລາສະຫະລັດ.





