ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

9 ເດືອນປີນີ້ຢູ່ລາວມີຜູ້ຕິດເຊື້ອເຮສໄອວີ 1,523 ຄົນ ໃນນີ້ 53% ແມ່ນກຸ່ມໄວໜຸ່ມ

Nov 30, 2024

ວັນທີ 29 ພະຈິກ 2024, ທີ່ນະຄອນຫລວງວຽງຈັນ, ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນໃນໂອກາດວັນສາກົນຕ້ານເອດ ວັນທີ 1 ທັນວາ ໂດຍຍົກໃຫ້ເຫັນວ່າ: ເພື່ອໃຫ້ບັນລຸເປົ້າໝາຍເລັ່ງລັດຂອງອົງການສະຫະປະຊາຊາດຕ້ານເອດ (95-95-95) ຄື: 1) 95% ຂອງຜູ້ຕິດເຊື້ອຕ້ອງ ຮູ້ສະພາບການຕິດເຊື້ອເຮສໄອວີຂອງຕົນເອງ, 2) 95% ຂອງຜູ້ທີ່ຮູ້ວ່າຕິດເຊື້ອແລ້ວ ໄດ້ເຂົ້າເຖີງການປີ່ນປົວ ແລະ 3) 95% ຂອງຜູ້ທີ່ໄດ້ເຂົ້າເຖິງການປີ່ນປົວແລ້ວ ສາມາດກົດປະ ລິມານເຊື້ອເຮສໄອວີ ໃນກະແສເລືອດໄດ້ ຕໍ່າກວ່າ 1000 copies/ml.
ໃນການຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ ພາຍໃນປີ 2030 ຍັງມີສິ່ງທ້າທາຍຫຼາຍດ້ານ ຕໍ່ ສປປ ລາວ ກໍ່ຄືທົ່ວໂລກທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງການບໍລິການ ໂດຍເລັ່ງໃສ່ການນຳໃຊ້ຍຸດທະສາດ ແລະ ນະວັດຕະກຳອັນໃໝ່ ເພື່ອຕອບໂຕ້ຕໍ່ການແຜ່ລະບາດເຊື້ອເຮສໄອວີ ພ້ອມທັງເສີມຂະຫຍາຍວຽກງານໂຄສະນາປ້ອງກັນໃຫ້ກວ້າງຂວາງທົ່ວເຖິງ ເຊັ່ນ: ການນຳໃຊ້ຖົງຢາງອະນາ ໄມໃນເວລາມີເພດສຳ ພັນ, ການກິນຢາປ້ອງກັນກ່ອນການສຳພັດເຊື້ອເຮສໄອວີ (PrEP) ໃນກຸ່ມປະຊາກອນສ່ຽງ, ລວມທັງເຂົ້າເຖິງການກວດກັ່ນຕອງດ້ວຍຕົນເອງ ແລະ ກວດເລືອດເພື່ອບົ່ງມະຕິໃຫ້ຮູ້ສະພາບການຕິດເຊື້ອເຮສໄອວີ ແລະ ເຂົ້າເຖິງການປິ່ນປົວໂດຍໄວຈຶ່ງຈະຫຼຸດຜ່ອນອັດຕາການຕິດເຊື້ອ, ການເຈັບປ່ວຍ ແລະ ການເສຍຊີວິດຈາກພະຍາດດັ່ງກ່າວ.
ດຣ. ໄພວັນ ແກ້ວປະເສີດ ໃຫ້ຮູ້ຕື່ມວ່າ: ອີງໃສ່ການຄາດຄະ ເນທາງດ້ານລະບາດວິທະຍາຂອງອົງການສະຫະປະຊາຊາດຕ້ານເອດ (UNAIDS) ໃນປີ 2024 ເຫັນວ່າ ສປປ ລາວ ຍັງມີອັດຕາການຕິດເຊຶ້ອເຮສໄອວີໃນກຸ່ມປະຊາກອນທົ່ວໄປ ແມ່ນ 0.42% ເພີ່ມຂຶ້ນຈາກປີ 2023 ທີ່ມີ 0.39%; ຄາດຄະເນຈຳນວນສະສົມຜູ້ຕິດເຊຶ້ອ ເຮສໄອວີປະມານ 20,000 ຄົນ, ສ່ວນຫລາຍແມ່ນກຸ່ມອາຍຸລະຫວ່າງ 15-49 ປີ; ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການຕິດເຊື້ອເຮສໄອວີໃນ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນ.
ໃນແຕ່ລະປີ ຄົ້ນພົບຜູ້ຕິດເຊື້ອເຮສໄອວີ ເພີ້ມຂຶ້ນ ແລະ ຈຳນວນສະສົມຜູ້ຕິດເຊື້ອ ທີ່ມີໜ້າປິ່ນປົວດ້ວຍຢາຕ້ານເຊື້ອເຮສໄອວີ ຈຳນວນ 12,803 ຄົນ ໃນທົ່ວປະເທດ. ຕົວເລກລາຍງານໃນປີ 2024 ນັບແຕ່ເດືອນ ມັງກອນ ເຖິງ ເດືອນກັນຍາ ພົບຜູ້ຕິດເຊື້ອເຮສໄອວີ ຈຳນວນ 1,523 ຄົນ, ໃນນີ້ 53% ແມ່ນກຸ່ມໄວໜຸ່ມ ອາຍຸລະຫວ່າງ 15-29 ປີ.
ການສະເຫລີມສະຫລອງວັນສາກົນຕ້ານເອດ ແມ່ນເລີ່ມຕົ້ນແຕ່ປີ 1988 ເປັນຕົ້ນມາ ຊຶ່ງເປັນການສ້າງຂະບວນການໂຄສະນາ ປ້ອງກັນ ແລະ ເພື່ອຢຸດຕິການແຜ່ລະບາດຂອງເຊື້ອເຮສໄອວີ. ສໍາລັບຄໍາຂວັນຂອງວັນສາກົນຕ້ານເອດປີ 2024 ແມ່ນ “ພ້ອມກັນເປັນເຈົ້າການຮັກສາສຸຂະພາບ – ມີສິດເຂົ້າເຖິງບໍລິການກວດເລືອດ ແລະ ປິ່ນປົວ” Take the rights path” my health, my rights” ເພື່ອໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈວ່າການຮັກສາສຸຂະພາບແມ່ນເລີ່ມຈາກຕົນເອງ ແລະ ທຸກຄົນແມ່ນມີສິດເຂົ້າເຖິງການບໍລິການຢ່າງເທົ່າທຽມ.
ໃນນາມກະຊວງສາທາລະນະສຸກ ທ່ານໄດ້ຮຽກຮ້ອງມາຍັງອຳນາດການປົກຄອງທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ຮ່ວມກັນເປັນເຈົ້າການໃນການປຸກລະດົມ ໃນການຮັກສາສຸຂະພາບ ແລະ ປ້ອງກັນພະຍາດໂດຍການນຳພາ-ວາງແຜນ, ຈັດຕັ້ງປະຕິບັດ, ການຕິດຕາມ ແລະ ປະ ເມີນຜົນ ແບບເຊື່ອມສານໃນວຽກງານຕອບໂຕ້ ຕໍ່ການແຜ່ລະ ບາດຂອງເຊື້ອເຮສໄອວີ/ພະຍາດເອດ ໃນທ້ອງຖິ່ນຂອງຕົນ ໂດຍການໂຄສະນາໃຫ້ຄວາມຮູ້ ເພື່ອປ່ຽນແປງພຶດ ຕິກຳຢ່າງເປັນເຈົ້າ ການ ແລະ ຫຼຸດຜ່ອນການຈຳແນກລັງກຽດພ້ອມທັງສະໜັບສະ ໜຸນ ໃຫ້ເກີດການມີສ່ວນຮ່ວມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອນຳໄປສູ່ການເຂົ້າເຖິງການປ້ອງກັນ ແລະ ປິ່ນປົວ ດ້ວຍຄວາມສະ ເໜີພາບ ແລະ ທົ່ວເຖີງ.
May be an image of 1 person and text