ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

9 ເດືອນປີນີ້ ປກສ ເມືອງສາມັກຄີໄຊ ທັບມ້າງຄະດີຢາເສບຕິດໄດ້ 20 ເລື່ອງ ພ້ອມກັກຕົວຜູ້ຖືກຫາໄດ້ 34 ຄົນ

Nov 15, 2024

ໃນໄລຍະ 9 ເດືອນປີ 2024 ນີ້ ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ເມືອງສາມັກຄີໄຊ ແຂວງອັດຕະປື ສາມາດທັບມ້າງຄະດີຢາເສບຕິດໄດ້ທັງໝົດ 20 ເລື່ອງ, ກັກຕົວຜູ້ຖືກຫາໄດ້ທັງໝົດ 34 ຄົນ, ຍິງ 4 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ຫຼາຍກວ່າ 1 ໝື່ນເມັດ, ຢາໄອ 6 ຖົງນ້ອຍ, ໂທລະຊັບ 23 ໜ່ວຍ, ລົດຈັກ 5 ຄັນ ແລະ ເງິນກີບ 4 ລ້ານກີບ.
ທ່ານ ພັນຕີ ຄໍາໃບ ແກ້ວພາວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ສາມັກຄີໄຊ ໄດ້ໃຫ້ສໍາພາດຫວ່າງບໍ່ດົນນີ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາທາງຄະນະພັກ-ຄະນະກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ສຸມໃສ່ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດຮັບປະກັນໄດ້ 3 ຄາດໝາຍ ຄື: ການເມືອງ, ກົດໝາຍ ແລະ ວິຊາສະເພາະ ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມໂດຍພື້ນຖານ, ທີ່ພົ້ນເດັ່ນໃນໄລຍະ 9 ເດືອນປີ 2024 ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັຫາຢາເສບຕິດ ເຊິ່ງສາມາດແກ້ໄຂໄດ້ທັງໝົດ 20 ເລື່ອງ, ກັກຕົວຜູ້ຖືກຫາໄດ້ທັງໝົດ 34 ຄົນ, ຍິງ 4 ຄົນ, ຢຶດຂອງກາງປະເພດຢາໄດ້ຫຼາຍກວ່າ 1 ໝື່ນເມັດ, ຢາໄອ 6 ຖົງນ້ອຍ, ເງິນກີບ 4 ລ້ານກີບ, ໂທລະຊັບ 23 ໜ່ວຍ, ລົດຈັກ 5 ຄັນ, ແກ້ໄຂກຸ່ມມົ້ວສຸມສິ່ງເສບຕິດ ພ້ອມທັງສຶກສາອົບຮົມມອບໃຫ້ອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງສືບຕໍ່ສຶກສາອົບຮົມມີທັງໝົດ 8 ຄັ້ງ, ຜູ້ຖືກເຄາະຮ້າຍ 26 ຄົນ, ຍິງ 5 ຄົນ, ນອກນີ້ຍັງໄດ້ແກ້ໄຂຄະດີອາຍາທົ່ວໄປໄດ້ທັງໝົດ 21 ເລື່ອງ, ໃນນັ້ນ ເດັ່ນກວ່າໝູ່ແມ່ນຄະດີລັກຊັບ ກັກຕົວຜູ້ຖືກຫາໄດ້ 27 ຄົນ, ຍິງ 3 ຄົນ, ມີມູນຄ່າເສຍຫາຍຈາກ ລາຍຄະດີທັງໝົດ 670 ລ້ານກີບ, ສາມາດເກັບກູ້ ແລະມອບຄືນເຈົ້າຂອງເດີມລວມມູນຄ່າ 190 ລ້ານກີບ, ພ້ອມນັ້ນ ຍັງສໍາເລັດການລົງເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ແລະ ກົດໝາຍຈະລາຈອນໃນ 12 ໝວດໂຮງຮຽນ ມີຜູ້ເຂົ້າຮ່ວມຫຼາຍກວ່າ 1 ພັນຄົນ.
ທ່ານ ພັນຕີ ຄໍາໃບ ແກ້ວພາວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ສາມັກຄີໄຊ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ທຸກຊັ້ນຄົນໃຫ້ມີຄວາມຕົ້ນຕົວ ແລະ ຕັ້ງໜ້າປະກອບສ່ວນຢ່າງຈິງຈັງ, ສະໜອງຂໍ້ມູນຕ່າງໆໃຫ້ທາງເຈົ້າໜ້າທີ່ວິຊາສະເພາະໃນກໍລະນິພົບເຫັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຮີບຮ້ອນລາຍງານຕໍເຈົ້າໜ້າທີ່ວ່ອງໄວທັນການ, ພ້ອມທັງໃຫ້ເອົາໃຈໃສ່ໃນການສຶກສາອົບຮົມລູກຫຼານ ຫຼື ບຸກຄົນທີ່ຢູ່ໃນຄວາມຮັບຜິດຊອບໃຫ້ຕື່ນຕົວໃນການເຄົາລົບລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດ.
ຂ່າວ: ພອນປະເສີດ