ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

9 ເດືອນປີນີ້ ເມືອງສະໜາມໄຊ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 14 ຕື້ກວ່າກີບ.

Nov 7, 2024

ໄລຍະ 9 ເດືອນປີ 2024 ເມືອງສະໜາມໄຊ ແຂວງອັດຕະປື ກໍ່ຄືຫ້ອງການການເງີນເມືອງ ໄດ້ສຸມໃສ່ປະຕິບັດແຜນຈັດເກັບລາຍຮັບເຂົ້າງົບປະມາລັດ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ເຊິ່ງໄລຍະ 9 ເດືອນຜ່ານມາເກັບໄດ້ແລ້ວທັງໝົດ 14 ຕື້ກວ່າກີບ, ທຽບໃສແຜນການປີ ປະຕິບັດໄດ້ 64%. ໃນນີ້ ຮັບຈາກອາກອນ ປົກກະຕິ ມີ 5 ຕື້ກ່ວາກີບ, ທຽບໃສ່ແຜນການປະຕິບັດໄດ້ 90%, ຮັບຈາກອາກອນທີ່ດິນໄດ້ 286 ລ້ານກີບ, ທຽບໃສ່ແຜນການປະຕິບັດໄດ້ 39% ແລະ ຮັບຈາກການຄຸ້ມຄອງຊັບສິນແຫ່ງລັດໄດ້ 9 ຕື້ກ່ວາກີບ, ທຽບໃສ່ແຜນການປະຕິບັດໄດ້ 57%.
ທ່ານ ສົມຊາຍ ສີບຸນເຮືອງ ຫົວໜ້າຫ້ອງການ ການເງີນເມືອງສະໜາມໄຊ ໄດ້ໃຫ້ສຳພາດເມື່ອວັນທີ 7 ພະຈິກ 2024 ນີ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາຄະນະພັກ, ຄະນະນໍາ ຕະຫຼອດຮອດພະນັກງານວິຊາການຂອງຫ້ອງການການເງີນເມືອງສະໜາມໄຊ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານປະຈໍາປີ ເພື່ອໃຫ້ບັນລຸໄດ້ຕົວເລກແຜນຈັດເກັບລາຍຮັບປະຈໍາປີ 2024 ເຊິ່ງໃຫ້ໄດ້ທັງໝົດ 23 ຕື້ກວ່າກີບ,ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ທັງໝົດ 14 ຕື້ກວ່າກີບ, ເທົ່າກັບ 64%ຂອງແຜນການປີ ໂດຍລາຍຮັບຕົ້ນຕໍແມ່ນໄດ້ຈາກສວຍສາອາກອນ, ການຄຸ້ມຄອງຊັບສິນແຫ່ງລັດ ແລະຈາກອາກອນທີ່ດິນ.
ທ່ານ ສົມຊາຍ ສີບຸນເຮືອງ ຫົວໜ້າຫ້ອງການ ການເງີນເມືອງສະໜາມໄຊ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການຈັດເກັບລາຍຮັບງົບປະມານແລ້ວ ຍັງໄດ້ຖືສໍາຄັນດ້ານການຄຸ້ມຄອງລາຍຈ່າຍງົບປະມານ, ໃນນີ້ 9ເດືອນຜ່ານມາລວມລາຍຈ່າຍທັງໝົດປະຕິບັດໄດ້ເກືອບ 20 ຕື້ກ່ວາ, ຕົ້ນຕໍແມ່ນຈ່າຍເງິນເດືອນ,ເງິນນະໂຍບາຍອຸດໜູນຕ່າງໆ, ຮອງມາແມ່ນຈ່າຍເງິນບໍລິຫານ,ເງິນດັດສົມ ສົ່ງເສີມຕ່າງໆ.
ຂ່າວ: ພອນປະເສີດ ຂ.ອັດຕະປື
May be an image of 1 person, studying and text