ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ, ທົ່ວເມືອງໄຊທານີ ມີປະກົດການຫຍໍ້ທໍ້ເກີດຂຶ້ນເຖິງ 425 ເລື່ອງ ໃນນັ້ນບໍ່ລວມຄະດີຢາເສບຕິດ ແລະ ພົ້ນເດັ່ນຫຼາຍກວ່າໝູ່ແມ່ນ ບັນຫາລັກຊັບພົນລະເມືອງ ເຊິ່ງໄດ້ຮັບແຈ້ງ ຄວາມຫຼາບກວ່າ 300 ເລື່ອງ, ຮອງລົງມາແມ່ນ ຄະດີສໍ້ໂກງຊັບພົນລະເມືອງ ເກີດຂຶ້ນ 89 ເລື່ອງ ເມື່ອທຽບໃສ່ 9 ເດືອນປີ 2023 ຄະດີເພີ່ມຂຶ້ນ 113 ເລື່ອງ.
ໃນນັ້ນ, ເດັ່ນກວ່າໝູ່ແມ່ນ: ແຈ້ງຄວາມລັກຊັບພົນລະເມືອງ 318 ເລື່ອງ (ລັກລົດຈັກ 201 ເລື່ອງ)
– ສໍ້ໂກງຊັບພົນລະເມືອງ 89 ເລື່ອງ
– ລັກພາຕົວຮຽກຄ່າໄຖ 10 ເລື່ອງ
– ຄາດຕະກຳ 5 ເລື່ອງ
– ປຸ້ນຊັບພົນລະເມືອງ 5 ເລື່ອງ
– ຊີງຊັບພົນລະເມືອງ 4 ເລື່ອງ ແລະ ອື່ນໆອີກຈຳນວນໜຶ່ງ
ຈາກບັນດາຄະດີດັ່ງກ່າວ ມີຜົນເສຍຫາຍເກີດຂຶ້ນ ຄື:
– ເງິນກີບ 1.421.000.000 ກີບ
– ເງິນບາດ 429.500 ບາດ
– ໂດລາ 37.500 ໂດລາ
– ລົດຈັກ 201 ຄັນ
– ລົດໃຫຍ່ 3 ຄັນ
– ຄຳຮູບປະພັນ 94 ບາດ
– ແຫວນເພັດຈຳນວນ 3 ວົງ
– ສາຍຄໍເພັດ 1 ເສັ້ນ
– ກີ້ສາຍຄໍເພັດ 1 ອັນ
– ຕຸ້ມຫູເພັດ 1 ຄູ່
– ຕູ້ເຊບ 2 ໜ່ວຍ
– ໂທລະສັບ 28 ໜ່ວຍ
– ໂນດບຸກ 3 ເຄື່ອງ ແລະ ອື່ນໆ ຈໍານວນໜຶ່ງ
ພ້ອມນັ້ນ, ຍັງສາມາດແກ້ໄຂໄດ້ທັງໝົດ 217 ເລື່ອງ ກັກຕົວຜູ້ຖືກຫາ ຈໍານວນ 308 ຄົນ ຍິງ 42 ຄົນ ແລະ ຢຶດ-ເກັບກູ້ເຄື່ອງ ຂອງກາງໄດ້:
– ເງິນກີບ 68.570.000 ກີບ
– ເງິນໂດລາ 301 ໂດລາ
– ເງິນບາດ 10.650 ບາດ
– ຄຳຮູບປະພັນນໍ້າໜັກ 12 ບາດ ກັບ 6 ສະຫຼຸຶງ
– ລົດໃຫ່ຍ 5 ຄັນ
– ລົດຈັກ 42 ຄັນ
– ປືນສັ້ນ 8 ກະບອກ
– ລູກປືນແວງ 41 ລູກ
– ລູກປືນ 9 ມໍໆ 71 ລູກ ເເລະ ອື່ນໆ
ຂ່າວ: ລັດດາວັນ







