ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາທາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຈ້ງ! ໃຫ້ພົນລະເມືອງ 48 ບ້ານຂອບ ເຂດ ມ.ໄຊເສດຖາ, ນວ ຜູ້ທີ່ປະສົງຢາກກວດພະຍາດຊຳເຮື້ອ 05 ອາການ ຫຼື ອື່ນໆ ຊາບວ່າ:

Aug 29, 2023

ໂຮງໝໍຊຸມຊົນເມືອງ ໄຊເສດຖາ ຮ່ວມກັບຊ່ຽວຊານມະຫາວິທະຍາໄລ ສຸຂະພາບ ຈະໄດ້ກວດ-ປິ່ນປົວ ພະຍາດປະດົງຂໍ້, ໄຂ່ຫຼັງ, ຫົວໃຈ, ເສັ້ນເລືອດ, ເບົາຫວານ ແລະ ອື່ນໆທຸກວັນພະຫັດ ເວລາ 08:00-12:00 ໂມງ; ນອກຈາກ 05 ພະຍາດຊຳເຮື້ອນີ້ແລ້ວ, ໂຮງ ໝໍແຫ່ງນີ້ຍັງບໍລິການກວດເຊັກສຸຂະພາບຕື່ມອີກເດີ ແຕ່ວັນຈັນ-ວັນສຸກ.
– ກະລຸນາ ຢ່າລືມ ແລະ ຢ່າພາດ ຖ້າພາດ ກໍ່ອາດເຮັດໃຫ້ສຸຂະພາບ ເຂົ້າສູ່ອຳມະພຶກ – ອຳມະພາດໄດ້, ຄວນດູແລ ຮັກສາໃຫ້ດີ; “ສຸຂະພາບດີ ເປັນໂຊກລາບອັນປະເສີດ” ແລະ ອາດຫຼາຍກ່ວາຮັບກອງມະຫາກັນຖິນ.
– ລະອຽດຕິດຕາມ ຫຼື ຕິດຕໍ່ກັບພາກສ່ວນກ່ຽວຂ້ອງໄດ້.
May be an image of text