ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້້າຮ່ວມ ກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນ ອາຊຽນ.

Sep 5, 2023

ໃນຕອນບ່າຍຂອງວັນທີ 04 ກັນຍາ 2023, ທີ່ ນະຄອນຫຼວງຈາກາກຕາ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນອາຊຽນ ຫຼື (ASEAN Business & Investment Summit-ABIS) ປະຈໍາປີ 2023 ຈັດໂດຍສະພາທີ່ປຶກສາທຸລະກິດອາຊຽນ ຫຼື ASEAN-BAC, ເຊິ່ງເປັນການດໍາເນີນກອງປະຊຸມ ພາຍໃຕ້ຄໍາຂວັນ “ຄວາມເປັນແກນກາງຂອງອາຊຽນ: ການສ້າງນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ”. ກອງປະຊຸມດັ່ງກ່າວ ແມ່ນກິດຈະກຳຂອງພາກທຸລະກິດ ຈັດຂຶ້ນໃນທຸກໆປີໝູນວຽນຕາມການເປັນປະທານອາຊຽນ. ໃນຄັ້ງນີ້, ມີບັນດາຜູ້ນຳອາຊຽນ ແລະ ປະເທດຄູ່ຮ່ວມມືພາຍນອກ, ຜູ້ຕາງໜ້າພາກລັດ ແລະ ຄະນະຜູ້ບໍລິຫານທີ່ປຶກສາທຸລະກິດອາຊຽນ, ຕົວແທນພາກທຸລະກິດຂອງແຕ່ລະປະເທດສະມາຊິກ ແລະ ບັນດາຄູ່ຮ່ວມທຸລະກິດຕ່າງໆໃນພາກພື້ນເຂົ້າຮ່ວມ.
ໂອກາດດັ່ງກາ່ວ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນໃນຫົວຂໍ້: “ສ້າງເສັ້ນທາງໃຫ້ກ້າວໄປຂ້າງໜ້າ, ສະທ້ອນຄວາມເປັນຈິງຂອງການເປັນປະທານອາຊຽນ”, ທ່ານນາຍົກໄດ້ເນັ້ນເຖິງກາລະໂອກາດ ແລະ ສິ່ງທ້າທາຍ, ໂດຍສະເພາະການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ, ເຊິ່ງຮຽກຮ້ອງໃຫ້ ອາຊຽນ ຕ້ອງໄດ້ຮ່ວມມືກັນສ້າງຄວາມກົມກຽວ ແລະ ຍຶດໝັ້ນຄວາມເປັນແກນກາງຂອງອາຊຽນ ທັງນີ້ ກໍເພື່ອເປັນການສົ່ງເສີມບົດບາດອາຊຽນທີ່ເປັນຜູ້ນຳພາໃຫ້ເຂັ້ມແຂງ ໃນການຮ່ວມມືດ້ານການເມືອງ, ເສດຖະກິດ, ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງກັບບັນດາຄູ່ຮ່ວມມືຕ່າງໆ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການຜັນຂະຫຍາຍບັນດາແຜນວຽກບູລິມະສິດ ຂອງສະພາທີ່ປຶກສາທຸລະກິດອາຊຽນໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານການຄ້າ ແລະ ການລົງທຶນ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້້າໃນການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ ທີ່ໃນທົ່ວໂລກກໍາລັງປະເຊີນໃນປັດຈຸບັນ.
ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ເຂົ້າຮ່ວມພິທີປິດກອງປະຊຸມ ແລະ ຮ່ວມເປັນສັກຂີພິຍານ ໃນພີທີມອບ-ຮັບການເປັນປະທານກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນອາຊຽນ, ໂດຍຜູ້ຕາງໜ້າ ສປປ ລາວ ແມ່ນ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຂຶ້ນຮັບການເປັນປະທານຕໍ່ຈາກອິນໂດເນເຊຍ ແລະ ຈະເປັນເຈົ້້າພາບຈັດກອງປະຊຸມ ABIS ໃນປີ 2024.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ
See insights and ads
Boost post
All reactions:

1