ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 5 ຕຸລາ 2023 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງອດຕະປື ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ອັດຕະປື ຜູ້ເກົ່າກັບຜູ້ໃໝ່ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 5 ເມືອງທົ່ວແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຄະນະພັກ, ຄະນະບັນຊາ ສອງກຳລັງ ປກຊ-ປກສ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ຕ່າງໜ້າຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 10/ກມສພ, ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 23/ກມສພ, ລົງວັນທີ 27/ກັນ ຍາ/2023 ແລະ ມະຕິຕົກລົງກ່ຽວຂ້ອງຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບການສັບປ່ຽນພະນັກງານຂັ້ນສູງຂອງພັກ ເຊິ່ງໃນນີ້ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ສູນກາງສະຫະພັນກຳມະບານລາວ, ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ ພົນຕີ ວັນທອງ ກອງມະນີ ກໍາມະການສູນ ກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມາ​ເປັນ​ເລຂາ​ຄະນະບໍລິຫານງານພັກ​ແຂວງ-ຮັກສາການເຈົ້າແຂວງ​ອັດຕະປື ຄົນໃໝ່.
ໃນພິທີ ທ່ານ ເລັດ ໄຊຍະພອນ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜູ້ເກົ່າ ໄດ້ລາຍງາຍໂດຍຫຍໍ້ ກ່ຽວກັບການນຳພາ-ຊີ້ນຳໃນອົງຄະນະພັກແຂວງໃນຕະຫຼອໄລຍະຜ່ານ ໄດ້ຮັບຄວາມເອົາໃຈໃສ່ຈາກການຈັດຕັ້ງທຸກຂັ້ນ ແລະ ໃຫ້ຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ, ຜ່ານການປະຕິບັດໜ້າທີ່ວຽກງານທີ່ສໍາຄັນຂອງພັກ-ລັດ ເຫັນໄດ້ວ່າ: ຂົງເຂດວຽກງານ ວັດທະນະທໍາ-ສັງຄົມ ແລະ ຂົງເຂດເສດຖະກິດ ແລະ ການຜະລິດ ຢູ່ແຂວງ ອັດຕະປື ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະ ຄຸນນະພາບທີ່ໜັກແໜ້ນ ເຊິ່ງບັນດາຜົນງານງານທີ່ຈະຕ້ອງສືບຕໍ່ເສີມຂະ ຫຍາຍ ແລະ ບັນຫາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສຶບຕໍ່ແກ້ໄຂນັ້ນ ແມ່ນຂໍມອບໜ້າທີ່ ໃຫ້ເຈົ້າແຂວງຄົນໃໝ່ ນຳເອົາເນື້ອໃນ ແລະ ບັນຫາສຳຄັນຕ່າງໆໄປຈັດຕັ້ງປະຕິບັດຮ່ວມກັບຄະນະພັກແຂວງສືບຕໍ່ແກ້ໄຂໃຫ້ດີຂຶ້ນ, ຈາກນັ້ນພິທີກໍ່ໄດ້ພ້ອມກັນລົງນາມເຊັນບົດບັນທືກມອບ-ຮັບຮ່ວມກັນລະຫ່ວາງທ່ານເຈົ້າແຂວງ ອັຕະປືຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.
​ໃນ​ໂອກາດດຽວກັນ ​ທ່ານ ບຸນທອງ ຈິດມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໃຫ້ທິດຊີ້​ນໍາໃນ​ຄັ້ງ​ນີ້​ວ່າ: ນີ້ແມ່ນ​ເປັນ​ເລື່ອງ​ປົກກະຕິ, ​ເປັນ​ກົດ​ເກນ, ທັງ​ແມ່ນ​ຫລັກການ​ຂອງ​ພັກ​ເຮົາທີ່​ເຄີຍ​ປະຕິບັດ​ກັນ​ມາ. ໄປ​ພ້ອມໆ​ກັນ​ນີ້ ໄດ້ຮຽກຮ້ອງໃຫ້ທ່ານເຈົ້າແຂວງຄົນໃໝ່ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຢ່າງໜັກແໜ້ນ, ເອົາໃຈໃສ່ຄົ້ນຄວ້າໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ໄດ້ຮັບຮອງຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ກໍຄື ຜົນງານທີ່ເຈົ້າແຂວງຜູ້ເກົ່າໄດ້ມອບໝາຍນັ້ນ ໃຫ້ປະກົດຜົນເປັນຈີງ.
ພິທີອັນມີຄວາມໝາຍດັ່ງກ່າວ ທ່ານ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາ​ຄະນະບໍລິຫານງານພັກ​ແຂວງ-ຮັກສາການເຈົ້າແຂວງ​ອັດຕະປື ຄົນໃໝ່ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ແລະ ໃຫ້ຄຳຄຳໝັ້ນສັນຍາວ່າ ຈະສືບຕໍ່ເຈດຕະລົມຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ອັດຕາຈະເລີນເຕີບໂຕທາງດ້ານເສດຖະກີດ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ສືບຕໍ່ປົກປັກຮັກສາ ແລະ ນຳພາການພັດທະນາ ຢູ່ແຂວງອັດຕະປື ໃຫ້ກ້າວຂຶ້ນໄປຕາມທິດທີ່ສູນກາງພັກ ກໍຄືແຂວງອັດຕະປື ວາງໄວ້.
ຂ່າວ: ສິດຕິພອນ ຂ.ອັດຕະປື

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/a528169fd5ee96690d33a536f6127fba.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5420): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1270): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130