ງານມະຫາກໍາ ຕະຫລາດນັດສິນຄ້າຫົວ ໜ່ວຍຈຸນລະວິສາຫະກິດ-ທຸລະກິດຂະໜາດນ້ອຍ ແລະ ກາງຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 12 ຫາ 22 ຕຸລານີ້. ທີ່ສູນການຄ້າຈອມມະນີເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຕາງໜ້າສູນກາງຊາວໜຸຸ່ມປະຊາຊົນປະຕິວັດລາວ, ສູນກາງແນວລາວສ້າງຊາດ, ກະຊວງ ຖະແຫຼງຂ່າວ ວັດ ທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍຫົວໜ້າ ຮອງຫົວໜ້າກົມ, ຫົວໜ້າ ຮອງຫົວໜ້າພະແນກ ການທີ່ກ່ຽວຂ້ອງ ແລະ ຫົວ ໜ່ວຍຈຸນລະວິສາຫະກິດ-ທຸລະກິດຂະໜາດນ້ອຍ ແລະ ກາງຕະຫລອດຮອດຊາວຄ້າຂາຍ.

ໃນພິທີໄຂງານຕະຫລາດນັດຄັ້ງນີ້ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າມີຄໍາເຫັນວ່າ: ຈຸດປະສົງການຈັດງານ ເພື່ອເປັນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງສູນກາງແນວລາວສ້າງຊາດກ່ຽວກັບການສົ່ງເສີມການຜະລິດ ແລະ ຊື້ສິນຄ້າລາວເຂົ້າສູ່ພາກຕົວຈິງ ແລະ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະກາດເອກະລາດ 12 ຕຸລາ ຄົບຮອບ 78 ປີ ທີ່ໝູນວຽນມາເຖິງອີກວາລະໜຶ່ງ ໃຫ້ມີບັນຍາກາດຟົດຟື້ນ ຕິດພັນການຊຸກຍູ້ສົ່ງເສີມຫົວໜ່ວຍຈຸນລະວິສະຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ, ເນື່ອງຈາກລາວຍັງມີກໍາລັງການຜະລິດທີ່ອ່ອນນ້ອຍ ແລະ ອີງໃສ່ການນຳເຂົ້າເປັນສ່ວນໃຫຍ່. ການຈັດກິດຈະ ກຳງານ ຕະຫຼາດນັດສິນຄ້າ MSME ດັ່ງກ່າວນີ້ ກໍເປັນກິດຈະກຳໜຶ່ງໃນມາດຕະການທີ 4 ແລະ ທີ 5 ກໍຄື: ມາດຕະການສົ່ງເສີມການຜະລິດເປັນສິນຄ້າ ແລະ ມາດຕະການສົ່ງເສີມການຊົມໃຊ້ຜະ ລິດຕະພັນພາຍໃນ. ເປັນການສ້າງເວທີໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍໄດ້ພົບກັນ, ສ້າງໂອກາດໃຫ້ກັບພາກທຸລະກິດໄດ້ມີການແຂ່ງຂັນດ້ານການຄ້າ – ການຂາຍ, ທັງເປັນການກະກຽມຕ້ອນຮັບການເປັນເຈົ້າພາບກອງປະຊຸມອາຊຽນຂອງລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກ້ວາງຂວາງ.

ສໍາລັບ ງານມະຫາກໍາຕະຫລາດນັດສິນຄ້າຄັ້ງນີ້ມີຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 90 ກວ່າຫົວໜ່ວຍ, ປະກອບມີບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ວິສາຫະກິດຂະໜາດກາງທີ່ໄດ້ຮັບແຫຼ່ງທຶນຈາກກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ວິສາຫະກິດຂະໜາດກາງ ທັງຜູ້ທີ່ໄດ້ຮັບທຶນດອກເບ້ຍຕໍ່າ ແລະ ຜູ້ທີ່ໄດ້ທຶນຊ່ວຍເຫລືອທາງດ້ານວິຊາການສິນເຊື່ອ, ລວມທັງຫົວໜ່ວຍຜູ້ຜະລິດຂອງສູນກາງແນວລາວສ້າງຊາດ, ຜູ້ຜະລິດໃນກຸ່ມຂອງສະມາຄົມນັກທຸລະກິດໜຸ່ມ. ນອກນີ້ ຍັງມີບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ເປັນຄູ່ຮ່ວມມືກັບກອງທຶນສົ່ງ ເສີມຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ, ຂະໜາດກາງ 8 ທະນາ ຄານ ແລະ 6 ສະຖາບັນການເງິນຈຸລະພາກ, ພາຍໃນງານຜູ້ເຂົ້າຮ່ວມ ນອກຈາກຈະໄດ້ຂາຍສິນຄ້າແລ້ວ ຍັງມີໂອກາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າກັບກອງທຶນສົ່ງເສີມຈຸນລະວິສາຫະກິດ, ຂະໜາດນ້ອຍ, ຂະໜາດກາງຕື່ມອີກ.

ຂຽນໂດຍ: ບຸນຍັງ ພຸດສະຫວັດ


