ອາທິດຜ່ານມານີ້ ທ່ານ ນາງ ເນດມະນີ ລັດຕະນະ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ຄອບຄົວ ທ່ານ ມະຫາບຸນລ້ວນ ພິມມະເສນ ແລະທ່ານ ນາງ ຄຳປຸ່ນ ພິມມະຈັນ ມອບເຄື່ອງອຸປະກອນການຜ່າຕັດປະສູດພະຍາດຍິງ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອນຳໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກ. ໂອກາດນີ້ ທ່ານ ນາງ ເນດມະນີ ລັດຕະນະ ໄດ້ມີຄຳເຫັນວ່າ: ຍ້ອນເຫັນໄດ້ເຖີງຄວາມຈຳເປັນຕໍ່ວຽກ ງານ ການປະຕິບັດວຽກງານຂອງແພດໃນໂຮງໝໍແຂວງ ໂດຍສະເພາະ ການການຜ່າຕັດ-ປະສູດພະຍາດຍິງ ທີ່ພົບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ທ່ານ ມະຫາບຸນລ້ວນ ພິມມະເສນ ແລະທ່ານ ນາງ ຄຳປຸ່ນ ພິມມະຈັນ ຈື່ງໄດ້ຕົກລົງຈັດຊື້ອຸປະ ກອນ ມູນຄ່າທັງໝົດ 55.000.000 ກີບ ເພື່ອຮັບໃຊ້ໃນຫອ້ງຜ່າຕັດປະສູດພະຍາດຍິງເວລາຄົນເຈັບມາເກີດລູກ ໃຫ້ແກ່ໂຮງໝໍແຂວງຫຼວງພະບາງ ແລະໃນຕໍ່ໜ້າຈະມີແຜນການປຸກລະດົມຫຼາຍພາກສ່ວນ ເພື່ອໃຫ້ການຊ່ວຍເຫຼືອຕື່ມ. ກ່າວຮັບໂດຍ ດຣ ນາງ ວັນເພັງ ພູນສະຫວັດ ຫົວໜ້າໜ່ວຍງານປະສູດພະຍາດຍິງ ໂດຍມີ ດຣ ທອງພຸດ ສຸກຂະເສີມ ພ້ອມດ້ວຍຄະນະອຳນວຍການ, ຫົວໜ້າໜ່ວຍງານພະບາບານ ແລະພະນັກງານແພດພາຍໃນໂຮງໝໍແຂວງ ເປັນສັກຂີພິຍານ.




