ໃນວັນທີ 21 ພະຈິກ 2023, ຢູ່ທີ່ບ້ານໝ້ຽງນາລາມ ກຸ່ມຄັງວຽງ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດພິທີເປີດວັນສັກຢາກັນພະຍາດສັດແຫ່ງຊາດຄື ວັນທີ 11 ພະຈິກ ຂອງທຸກໆປີ ຂຶ້ນຢ່າງເປັນທາງການ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເດັດສະໝອນ ແກ້ວວົງສັກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງແປກ, ມີທ່ານ ບຸນເລີດ ກົມມະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີຫົວໜ້າ-ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງແປກ ພ້ອມດ້ວຍຄະນະບ້ານອ້ອມຂ້າງຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ. ໃນພິທີທີ່ມີຄວາມໝາຍສໍາຄັນນີ້, ທ່ານ ເດັດສະໝອນ ແກ້ວວົງສັກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງແປກ ມີຄໍາເຫັນກ່າວເປີດພິທີ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງສັດລ້ຽງ ເປັນຕົ້ນ: ງົວ,ຄວາຍ, ໝູ, ແບ້ ແລະ ສັດປະເພດອື່ນໆ ຕ້ອງໄດເອົາໃຈໃສ່ດູແລຮັກສາສຸຂະພາບສັດໂດຍສະເພາະ ແມ່ນການສັກຢາກັນພະຍາດສັດໃຫ້ຖຶກຕ້ອງຕາມລະດູການເປັນປົກກະຕິ ເພື່ອພັດທະນາວຽກງານການລ້ຽງສັດໃຫ້ມີການຂະຫຍາຍຕົວຢ່າງແຂງແຮງແບບຍືນຍົງ ແລະ ໄດ້ຮັບຜົນຜະລິດມີຄຸນນະພາບ ແລະ ປະລິມານທີ່ຫຼາຍຂຶ້ນ ຈົນກາຍເປັນສິນຄ້າມາດຕະຖານເທື່ອລະກ້າວ. ຈາກນັ້ນ,ໄດ້ໃຫ້ກຽດ ຄະນະປະທານ ແລະ ຜູ້ເຂົ້າຮ່ວມສັກຢາປ້ອງກັນພະຍາດສັດ ຕື່ມອີກ.









