ກົມຮ່ວມມືສາກົນ, ກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຮ່ວມມືສາກົນ ທົ່ວປະເທດ ຂອງກະຊວງຍຸຕິທຳ ຄັ້ງທີ VI ຂຶ້ນໃນວັນທີ 22 ພະຈິກ 2023 ທີ່ ເມືອງວັງວຽງ, ແຂວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີຕາງໜ້າຈາກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ບັນດາສາຂາ, ສະພາທະນາຍ ຄວາມແຫ່ງ ສປປ ລາວ, ພະແນກຍຸຕິທຳທົ່ວປະເທດ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ຕາງໜ້າອົງການຈັດຕັ້ງສາກົນ ທີ່ໃຫ້ທຶນການຊ່ວຍເຫຼືອ ຂະແໜງຍຸຕິທຳ ພ້ອມທັງຄະນະຮັບຜິດຊອບເຂົ້າຮ່ວມ ທັງໝົດ 175 ທ່ານ ຍິງ 44 ທ່ານ.
ຈຸດປະສົງ ເພື່ອເປັນການສະຫຼຸບລາຍງານວຽກງານຮ່ວມກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນປີ 2023 ແລະ ທິດທາງປີ 2024; ຮັບຟັງການລາຍງານຈາກບັນດາກົມ, ຫ້ອງການ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ບັນດາພະແນກຍຸຕິທໍາແຂວງ ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະທດ ແລະ ອົງການຈັດຕັ້ງສາກົນ; ຮັບຟັງການແນະນຳກຽວກັບ ລະບຽບການ ແລະ ຂັ້ນຕອນ ການຮັບຮອງເອົາບົດບັນທຶກຄວາມເຂົ້າໃຈ (MoU) ຂອງ CSO ແລະ INGOs; ພາບລວມກ່ຽວກັບລະບົບ ODA-MIS; ລະບຽບການຄຸ່ມຄອງ (CSOs) ຂໍ້ຕົກລົງການຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕໍ່ຂະແໜງຍຸຕິທຳ; ການຮ່ວມມືຂອງອົງການຈັດຕັ້ງສາກົນ ໃຫ້ແກ່ຂະແໜງຍຸຕິທຳ. ພ້ອມກັນນັ້ນ ຍັງຈະໄດ້ແລກປ່ຽນຄຳຄິດເຫັັນ ລະຫວ່າງ ຂະແໜງການຍຸຕິທໍາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອເປັນການສືບຕໍ່ຮ່ວມມືໃຫ້ການຊ່ວຍເຫຼືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເຂົ້າໃນແຜນພັດທະນາ ຂອງຂະແໜງການຍຸຕິທໍາ (2020-2025) ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກໍາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ແລະ ຍືນຍົງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
ກອງປະຊຸມຄັ້ງນີ້ ຈະດຳເນີນເປັນເວລາ ສາມວັນ ຈຶ່ງຈະສຳເລັດ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ລາວ/037, ມູນນິທິເອເຊຍ, ອົງການ AFD, ອົງການ ໄຈກາ, ແຜນງານເຊກາ ແລະ ອົງການແບັບຊີໂຄ.
ຂ່າວ-ພາບ: ຊາຍພິມພອນ ສີຣິວົງໄຊ







