ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ສາທາລະນຸປະໂພກ ແຫ່ງ ສະຫະພັນ ຣັດເຊຍ

Dec 1, 2023

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ສາທາລະນຸປະໂພກ ແຫ່ງ ສະຫະພັນ ຣັດເຊຍ, ປະ ທານຄະນະກຳມາທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາ ສາດ-ເຕັກນິກ ຣັດເຊຍ-ລາວ
ໃນວັນທີ 30 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີເຣັກ ໄຟຊູລິນ (Irek Faizullin), ລັດຖະມົນຕີກະຊວງກໍ່ສ້າງ, ເຄຫາສະຖານ ແລະ ສາທາລະນຸປະໂພກ ແຫ່ງ ສະຫະພັນ ຣັດເຊຍ, ປະທານຄະນະກຳມາທິການຮ່ວມມື ຣັດເຊຍ-ລາວ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 17 ຂອງຄະນະກຳມາທິການຮ່ວມມື ດ້ານເສດ ຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຮອງນາຍົກລັດ ຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຂອງ ທ່ານ ລັດຖະມົນຕີ ອີເຣັກ ໄຟຊູລິນ ແລະ ຄະນະ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ. ໃນຂະນະດຽວກັນ, ທ່ານ ລັດຖະມົນຕີ ອີເຣັກ ໄຟຊູລິນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດ, ເຊິ່ງການພົວພັນຮ່ວມມືຂອງສອງປະເທດໃນຖານະເພື່ອນມິດຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ ໄດ້ສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ລົງເລິກ ໃນຫຼາຍຂົງເຂດວຽກງານ. ພ້ອມກັນນັ້ນ, ສອງຝ່າຍ ກໍໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆທີ່ມີທ່າແຮງຮ່ວມກັນ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ການທ່ອງທ່ຽວ ຮວມທັງການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ນອກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຝ່າຍຣັດເຊຍຊາບເຖິງການກະກຽມຄວາມພ້ອມໃນການເປັນປະທານອາຊຽນ ຂອງ ສປປ ລາວ ແລະ ເຊື້ອເຊີນນັກທ່ອງທ່ຽວຈາກຣັດເຊຍ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃນໂອກາດເປີດປີທ່ອງທ່ຽວລາວ ໃນປີ 2024 ນີ້. ທ່ານລັດຖະມົນຕີ ອີເຣັກ ໄຟຊູລິນ ພ້ອມດ້ວຍຄະນະ ກໍ່ໄດ້ຖືໂອກາດນີ້ ນຳເອົາກະຕ່າດອກໄມ້ມາອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, 2 ທັນວາ ຄົບຮອບ 48 ປີ, ທັງມີຄໍາເຫັນວ່າ ສອງຝ່າຍຈະພ້ອມກັນສືບຕໍ່ຊຸກຍູ້ວຽກງານການທ່ອງທ່ຽວສອງຝ່າຍໃຫ້ມີໝາກຜົນດີ ແລະ ຝ່າຍຣັດເຊຍກໍ່ກຽມຄວາມພ້ອມເຮັດວຽກການຮ່ວມມືດ້ານການກໍ່ສ້າງກັບ ສປປ ລາວ ໃນຕໍ່ໜ້າໃຫ້ດີຂຶ້ນຕື່ມ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ