ບ້ານປົ່ງວາງ ເມືອງພຽງ ແຂວງໄຊຍະບູລີ ຈັດບຸນປະເພນີ ບຸນເກຼີຂອງເຜົ່າກຶມມຸຂື້ນໃນວັນທີ 26 ທັນວາ 2023 ຢູ່ທີ່ບ້ານດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຕ້ອງ ປັນຍາຄຳ ຮອງເຈົ້າເມືອງໆພຽງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມຂອງເມືອງ ມີບັນດາການນຳ ພະນັກງານຂອງເມືອງ, ອົງການປົກຄອງບ້ານ, ແຂກຖືເຊີນ, ນັກທ່ອງທ່ຽວ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານປົ່ງວາງ ແລະ ບ້ານອ້ອມຂ້າງເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງເຜົ່າກຶມມຸແມ່ນເຜົ່າໜຶ່ງແມ່ນເຜົ່າໜຶ່ງທີ່ນອນຢູໃນ 50 ເຜົ່າຂອງ ສປປ ລາວ ມີວັດທະນະທຳອັນດີງາມ ແລະ ເອກະລັກປະຈຳເຜົ່າຢູໃນຊາດລາວ ໂດຍຖືເອົາບຸນເກຼີເປັນບຸນປະຈຳເຜົາເຊິ່ງເປັນບຸນທີ່ສືບທອດກັນມາແຕ່ບູຮານທີ່ເປັນເອກະລັກສະເພາະຕາມຮິດ 12 ຄອງ 14 ເປັນການຕ້ອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເພຶ່ອເຕົ້າໂຮມຄວມສາມັກຄີພາຍໃນຍາດພີ່ນ້ອງຖານບ້ານໃກ້ເຮືອນຄຽງ, ເປັນການລະນຶກຕໍ່ບຸນຄຸນຂອງປູ່ຍ່າຕາຍາຍຜູ້ທີ່ລວງລັບໄປແລ້ວ ແລະ ເປັນການບອກເລົ່າຄອບລາໃນໂອ້ກາດທີ່ປີເກົ່າປີໃໝ່ມາເຖີງທັງເປັນການເອກອ້າງທະນົງໃຈກັບຜົນງານການຜະລິດປະຈຳປີຂອງຄອບຄົວເປັນຕົ້ນແມ່ນການປູກຝັງ, ລ້ຽງສັດ ແລະ ຫັດຖະກຳສີມື້ແຮງງານດ້ານວັດທະນະທຳ ສຳລັບກິດຈະກຳພາຍໃນກໍ່ມີຫຼາຍກິດຈະກຳເປັນຕົ້ນແມ່ນ ການບາສີສູຂວັນຕ້ອນຮັບປີໃໝ່ສົ່ງທ້າຍປີເກົ່າ, ການສະແດງສີລະປະວັນນະຄະດີຂອງເຜົ່າຄົບງັນຕາມປະເພນີ ເພຶ່ອເປັນການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2024 ຢ່າງເປັນຂະບວນການຟົດຟື້ນ.
ຂ່າວໂດຍ: ວົງສະຫັວນ ສຸທິໂວຫານ







