ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ.

Jan 8, 2024

ວັນທີ 5 ມັງກອນ 2024, ທ່ານ ຈິນດາສັກ ຍົດໝັ້ນຄົງ ຫົວໜ້າອຳນວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ ພ້ອມດ້ວຍຄະນະ, ໄດ້ອຸປະຖຳນໍ້າມັນຫຼໍ່ລື່ນ ຈໍານວນ 2.280 ລິດ, ລວມມູນຄ່າ 350.400.000 ກີບ ແລະ ພ້ອມທັງມອບເງິນສົດ ຈໍານວນ 150.000.000 ກີບ, ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນ ແລະ ຊຸກຍູ້ເຂົ້າໃນວຽກງານການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ກ່າວຮັບ ໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂດຍ: ຄໍາປະສົງ ລາດຊະວົງ.