ກອງປະຊຸມສະຫຼຸບວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຈັດຂຶ້ນລະຫວ່າງວັນທີ 16-17 ມັງກອນ 2024 ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາທ່ານຮອງລັດຖະມົນຕີ ຮອງເຈົ້າຄອງ ຮອງເຈົ້າແຂວງ ຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງຫົວໜ້າພະ ແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ບຸນຄຳ ວໍລະຈິດ ກ່າວວ່າ: ໃນປີ 2023 ຜ່ານມາໄດ້ດຳເນີນວຽກງານໄປຕາມເງື່ອນໄຂທີ່ສະພາບການຂອງພາຍໃນ ແລະ ພາຍນອກໄດ້ມີການຜັນແປໄປຢ່າງສັບສົນ ແລະ ສິ່ງທ້າທາຍຫຼາຍດ້ານໂດຍສະເພາະຄວາມຄັດແຍ່ງທາງດ້ານການເມືອງ ແລະ ສະພາບເສດຖະກິດຂອງບາງປະເທດໃນໂລກ ໄພພິບັດທາງທຳມະຊາດ ແລະ ອື່ນໆ ຄວາມຫຍຸ້ງຍາກບາງດ້ານຢູ່ພາຍໃນປະເທດ ແຕ່ເຖີງຢ່າງໃດກໍຕາມ ຂະແໜງ ຊສ ກໍໄດ້ສູ້ຊົນ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້ໃນການຄຸ້ມຄອງ ປົກປັກຮັກສາ ກວດກາການນຳໃຊ້ ແລະ ຟື້ນຟູພັດທະນາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ລວມທັງວຽກງານການຄຸ້ມຄອງອຸຕຸນິຍົມ ແລະ ອຸທົກກະສາດ ການປ່ຽນແປງດິນຟ້າອາກາດ ໂດຍໄດ້ປະຕິບັດແຜນການປະຈຳປີຕິດພັນກັບຂໍ້ແຂ່ງຂັນຮັກຊາດ-ພັດທະນາ ແລະ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດໂດຍໄດ້ມີຜົນສໍາເລັດໃນຫຼາຍດ້ານສົມຄວນເຊັ່ນ ໃນແຜນປີ 2023 ກຊສ ໄດ້ກໍານົດໜ້າວຽກຈຸດສຸມທັງໝົດ 19 ໜ້າວຽກຈຸດສຸມ ໃນນີ້ໄດ້ສໍາເລັດ 100% ມີ 4 ໜ້າວຽກ ປະຕິບັດໄດ້ 70%-90% ມີ 11 ໜ້າວຽກ ແລະ ປະຕິບັດໄດ້ຕໍ່າກ່ວາ 50% ມີ 4 ໜ້າວຽກຄື ວຽກງານຂຶ້ນທະບຽນອອກໃບຕາດິນທີ່ດິນໃນຂອບເຂດທົ່ວປະເທດ ວຽກງານສ້າງແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຕາມກົດໝາຍວ່າດ້ວຍທີ່ດິນ ວຽກງານກວດກາໂຄງການເຊົ່າ-ສໍາປະທານທີ່ດິນຂອງລັດທຸກໂຄງການ ວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ.
ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະຈໍາປີ 2023 ໂດຍສະເພາະດ້ານການຈັດຕັ້ງ-ພະນັກງານ ດ້ານວຽກງານວິຊາສະເພາະເປັນຕົ້ນວຽກງານທີ່ດິນ ນໍ້າ ສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດ ແລະ ວຽກງານອຸຕຸນິຍົມ ແລະ ອຸທົກກະສາດເພື່ອຍົກໃຫ້ເຫັນດ້ານດີ ດ້ານອ່ອນຂໍ້ຄົງຄ້າງເພື່ອເປັນກົນໄກການຈັດຕັ້ງປະຕິບັດວຽກງານໃນຊຸມປີຕໍ່ໜ້າ.





