ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ຈັດຂຶ້ນໃນວັນທີ 25 ມັງກອນ 2024 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າ ໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ໂດຍສະເພາະແມ່ນຜົນຂອງການຈັດຕັ້ງແຜນຍຸດ ທະສາດການທ່ອງທ່ຽວອາຊຽນ 2016-2025 ລວມທັງການລາຍງານຈາກບັນດາອົງການຈັດຕັ້ງສາກົນ, ບັນດາອົງການທີ່ກ່ຽວຂ້ອງກັບອາຊຽນ ແລະ ພາກສ່ວນພາຍນອກອື່ນໆ ໃນການຈັດຕັ້ງກິດຈະກຳທີ່ສະໜັບສະໜູນໃຫ້ແກ່ການທ່ອງທ່ຽວອາຊຽນໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ, ການທ່ອງທ່ຽວເປັນພາຫະນະຫຼັກທີ່ສຳຄັນໃນການຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ, ການພັດທະນາແບບຍືນຍົງ ແລະ ຊຸກຍູ້ການພົວພັນຮ່ວມມືທີ່ແໜ້ນແຟ້ນກໍເພື່ອເຊື່ອມໂຍງເສດຖະກິດໃຫ້ມີຄວາມກົມກຽວ, ນໍາໃຊ້ນະວັດຕະກໍາໃຫ້ມີຄວາມຫຼາກຫຼາຍ, ການຊຸກຍູ້ສົ່ງເສີມການເຊື່ອມຈອດ ແລະ ການໄປມາຫາສູ່ຂອງປະຊາຊົນ ຊຶ່ງບໍ່ໄດ້ມີການຮ່ວມມືສະເພາະແຕ່ບັນດາປະເທດສະມາຊິກອາຊຽນເທົ່ານັ້ນ, ແຕ່ຍັງມີການຮ່ວມມືກັບຫຼາຍປະເທດໃນພາກພື້ນຕື່ມອີກ ແລະເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດທ່ອງທ່ຽວອາຊຽນ 2016-2025, ແຜນແມ່ບົດເສດຖະກິດອາຊຽນ 2025 ແລະ ວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງຕາມເປົ້າໝາຍລວມຂອງອາຊຽນ.





