ແຂວງບໍ່ແກ້ວ ຈັດພິທີເປີດງານເທດສະການດອກງິ້ວບານ ຄັ້ງທີ XXI ປະຈໍາປີ 2024 ຂຶ້ນໃນວັນທີ 26 ມັງກອນນີ້, ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກ ລັດຖະມົນຕີ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ມີບັນດາການນໍາພັກ-ລັດ, ອະດີດການນໍາຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ມວນຊົນຊາວແຂວງບໍ່ແກ້ວເຂົ້າຮ່ວມ.
ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ກ່າວວ່າ: ເທດສະການງານບຸນດັ່ງກ່າວເປັນເຫດການທີ່ມີຄວາໝາຍ-ຄວາມສໍາຄັນ ທັງເປັນປາງບຸນໃຫຍ່ໜຶ່ງທີ່ຊາວແຂວງບໍ່ແກ້ວເຄີຍຈັດຕັ້ງປະຕິບັດມານັບແຕ່ປີ 2000. ມາຮອດປີ 2024 ເປັນຄັ້ງທີ XXI; ການຈັດງານເທດສະການດອກງິ້ວບານຂຶ້ນໂດຍມີຈຸດປະສົງເພື່ອເປັນການສົ່ງເສີມ ແລະ ປົກປັກຮັກສາຄວາມເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດ, ທັງເປັນການເປີດກິດຈະກໍາການທ່ອງທ່ຽວລະດັບຊາດ ຕາມທີ່ລັດຖະບານໄດ້ກໍານົດເອົາງານເທດສະການບຸນດອກງິ້ວບານເປັນກິດຈະກໍາການທ່ອງທ່ຽວລະດັບຊາດຢູ່ແຂວງບໍ່ແກ້ວ ແນໃສ່ສົ່ງເສີມການທ່ອງທ່ຽວທໍາມະຊາດຂອງດອນຊາວຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ຄົບວົງຈອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເຊີນມວນຊົນຢູ່ທຸກແຫ່ງຫົນເຂົ້າມາທ່ຽວຊົມ ທັງເປັນການຊຸກຍູ້ສົ່ງເສີມການລົງທຶນ, ການສົ່ງເສີມງານຕະຫຼາດນັດ, ການແລກປ່ຽນສິນຄ້າ, ການເສີມຂະຫຍາຍຄວາມສາມັກຄີຮັກແພງຂອງປະຊາຊົນບັນດາເຜົ່າ, ງານເທດສະການໃນຄັ້ງນີ້, ປະກອບມີກິດຈະກໍາຕ່າງໆທີ່ສໍາຄັນເປັນຕົ້ນ ການປະກວດນາງສາວດອກງິ້ວບານປະຈໍາປີ 2024; ການປະກວດນາງສາວທ່ອງທ່ຽວລາວ ປະຈໍາປີ 2024; ການສະແດງສີລະປະວັນນະຄະດີຈາກ 4 ປະເທດຄື: ລາວ, ສປ ຈີນ, ໄທ ແລະ ມຽນມາ; ໄດ້ມີການແຂ່ງຂັນກິລາຕີກັອຟ ຊິງຖ້ວຍລາງວັນດອກງິ້ວຄໍາຄັ້ງທີ 1; ການວາງສະແດງ ແລະ ຈໍາໜ່າຍສິນຄ້າ; ການແຂ່ງກິລາຕີມວຍ, ຮີດຄອງປະເພນີ, ວິຖີດໍາລົງຊີວິດ 13 ເຜົ່າພາຍໃນແຂວງບໍ່ແກ້ວ, ການສະແດງຈູດບັ້ງໄຟດອກ ແລະ ປ່ອຍໂຄມໄຟ ແລະ ອື່ນໆ. ເທດສະການດອກງິ້ວບານໃນປີນີ້ແມ່ນໄດ້ເປີດໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຈົນເຖິງວັນທີ 28 ມັງກອນ 2024 ນີ້.
ຂ່າວ ດວງສະຫັວນ ຂັນທະວົງສາ
ພາບ ວັນເພັງ










