ແຂວງຊຽງຂວາງ ພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃນໂອກາດປີທ່ອງທ່ຽວ ລາວ 2024 ໂດຍມີຫລາຍກິດຈະກຳທັງໃນລະດັບແຂວງ ແລະເມືອງ ຜັດປ່ຽນກັນຈັດຕາມວາລະທີ່ໄດ້ກຳນົດໄວ້ໃນປະຕິທິນທ່ອງທ່ຽວຂອງແຂວງ.
ທ່ານ ຄອນສະໜຸດ ບຸນແພງພັນ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຊຽງຂວາງ ໃຫ້ສໍາພາດວ່າ: ປີທ່ອງທ່ຽວລາວ 2024 ຢູ່ແຂວງຊວງຂວາງໄດ້ກຳນົດເອົາ 11 ກິດ ຈະກຳ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າໄປທ່ຽວຊຽງຂວາງຫລາຍຂື້ນ ໃນນັ້ນລະດັບຊາດມີ 1 ກິດຈະ ກຳຄື: ງານເທດສະການບຸນເຂົ້າໄກ່ນອ້ຍ ຂັ້ນແຂວງ 3 ກິດຈະກຳຄື: ບຸນປີໃໝ່ລາວ, ບຸນກິນຈຽງຂອງເຜົ່າມົ້ງ ແລະງານໂສກນາກຕະກຳຖໍ້າປິວເມືອງຄໍາ, ສ່ວນຂັ້ນເມືອງມີ 7 ກິດຈະກຳ ເປັນຕົ້ນເທດສະ ການດອກຄາຍບານເມືອງໜອງແຮດ, ການປະກວດງົວງາມເມືອງໝອກ, ບຸນພະທາດແປດຫລ່ຽມມິ່ງຂວັນເມືອງພວນເມືອງຄູນ, ບຸນແຂ່ງມ້າເມືອງຜາໄຊ, ງານສະເຫລີມສະຫລອງໄຫຫີນເຂົ້າເປັນມໍລະດົກໂລກ ແລະອື່ນໆ ໂດຍຈະໄດ້ຜັດປ່ຽນກັນຈັດຢູ່ແຕ່ລະເມືອງ ຕາມວາລະທີ່ໄດ້ກຳນົດໄວ້ໃນປະຕິທິນທ່ອງທ່ຽວຂອງແຂວງ.
ທ່ານ ຄອນສະໜຸດ ບຸນແພງພັນ ໃຫ້ຮູ້ຕື່ມວ່າ: ສໍາລັບແຂວງຊຽງຂວາງໄດ້ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການໃນວັນທີ 26 ມັງກອນຜ່ານມາ ແລະ ມີຄວາມພ້ອມຮອບດ້ານເພື່ອຮອງຮັບນັກທ່ອງທ່ຽວ ເປັນຕົ້ນໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະສະຖານທີ່ທ່ອງທ່ຽວທີ່ເປີດໃຫ້ບໍລິ ການ ຈໍານວນ 42 ແຫ່ງ ໃນນີ້ມີສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ 10 ແຫ່ງ, ວັດທະນະທຳ 20 ແຫ່ງ ແລະສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ 12 ແຫ່ງ ນອກຈາກນີ້ຊຽງຂວາງຍັງມີອາກາດທີ່ຊຸ່ມເຢັນເໝາະແກ່ການທ່ອງທ່ຽວຕະຫລອດ. ສະເພາະປີ 2023 ຜ່ານມາ ແຂວງຊຽງຂວາງ ຕ້ອນຮັບນັກທ່ອງທ່ຽວທັງໝົດ 130.000 ຄົນ ທຽບໃສ່ປີ 2022 ມີປະມານ 80.000 ກວ່າຄົນ ເພີ່ມຂື້ນເກືອບຮ້ອຍສ່ວນຮ້ອຍ.



















