ພິທີເປີດງານບຸນນະມັດສະການພະທາດມາຫລ້າ ແລະ ເປີດປີທ່ອງທ່ຽວເມືອງທຸລະຄົມ 2024 ຈັດຂຶ້ນຕອນແລງວັນທີ 23 ກຸມພາ 2024 ທີ່ວັດພະທາດມາຫລ້າ ເມືອງທຸລະຄົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ມີທ່ານ ຄໍາພັນ ສິດທິດໍາພາ , ເຈົ້າແຂວງວຽງຈັນ ພ້ອມດ້ວຍ ອົງການຈັດຕັ້ງທຸກຂັ້ນ, ນັກທຸລະກິດຊາວຄ້າຂາຍ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າບ້ານຕ່າງໆພາຍໃນເມືອງເຂົ້າຮ່ວມ.
ທ່ານນາງວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມກ່າວເປີດງານຄັ້ງນີ້ວ່າ: ເມືອງທຸລະຄົມ ມີວັດທະນະທໍາຮີດຄອງປະເພນີທີ່ເປັນເອກະລັກ ແລະ ມີຊື່ສຽງ ຄື: ບຸນຊ່ວງເຮືອບ້ານເກິນ, ບ້ານພະທາດມາຫລ້າ, ບຸນບັ້ງໄຟ, ບຸນກິນຈຽງປີໃໝ່ຊົນເຜົ່າມົ້ງ ແລະ ອ່ຽວມ່ຽນ. ສະຖານທີ່ທອງທ່ຽວທາງທໍາມະຊາດມີ 16 ແຫ່ງ ເຊັ່ນ: ແດນສະຫວັນນໍ້າງື່ມສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີ້ໄຊ້, ຮ້ານອາຫານໄປເບິ່ງເບາະ, ຮ້ານອາຫານສາລາແຄມງື່ມ, ສວນສັດບ້ານເກິນ, ບໍ່ເກືອບ້ານເກິນ, ທ່ອງທ່ຽວສາຍນໍ້າງື່ມ, ອ່າງນໍ້າງື່ມ, ອ່າງນໍ້າປອດ, ເຂື່ອນໄຟຟ້ານໍ້າມັງ 3, ຕາດຊ້າງເທວະດາ, ຕາດຫີນປາຝາ, ຕາດນໍ້າດັ້ນ, ທໍາມະຊາດປ່າແປກພູເຂົາຄວາຍ, ຜາງອຍວັງເຮືອ, ທໍາມະຊາດບ້ານພູເກົ້ານາງ, ຕາດຊາວວາ. ມີສະຖານທີ່ທ່ອງທ່ຽວວັດທະນະທໍາ 10 ແຫ່ງ ເຊັ່ນ: ວັດວຽງພະແກ້ວມົງຄຸນ-ຂຸມຄອງເຈົ້າຟ້າງຸ່ມ, ວັດທາດມາຫລ້າ, ວັດພະທອງສາມສີ, ປູ່ພະຍານາກ-ສິມເກົ່າວັດກາງຫຼິ່ງຊັນ, ສິມເກົ່າວັດກາງເມືອງ, ພະເຈົ້າໃຫຍ່ອົງແສນວັດນາລ້າ, ວັດພະບາດດານເພີຍ, ວັດປ່າພະບາດພູເຂົາຄວາຍບ້ານນາຍາງ, ພະພຸດທະຮູບຫີນເກົ່າແກ່ພູຜາໄດ-ຜາດ່າງ, ວັດຖໍ້າພູຂາດ-ພະຍາງູໃຫຍ່, ມີທ່າແຮງສະຖານທີ່ທ່ອງທ່ຽວກະສິກໍາ 3 ແຫ່ງ ເຊັ່ນ: ສວນປູກໝາກຖົ່ວລຽນ ແລະ ໝາກພ້າວນໍ້າຫອມພູຖໍ້າຄໍາ, ຟາມໝາກແຕງຫວານທ້າວຕົ້ນກ້າ, ຟາມນໍ້າເພັດຈະເລີນຊັບ. ງານບຸນທາດມາຫລ້າຈັດຂຶ້ນປີນີ້ໃນຮູບແບບເປີດກວ້າງ, ຍິ່ງໃຫຍ່ ເນື່ອງຈາກເປັນປີທ່ອງທ່ຽວລາວ ຕາມນະໂຍບາຍຂອງລັດຖະບານວາງອອກ ເພື່ອໂຄສະນາ, ກະຕຸ້ນ, ສົ່ງເສີມ, ດຶງດູດການທ່ອງທ່ຽວ ໃຫ້ມາທ່ອງທ່ຽວເມືອງທຸລະຄົມຫລາຍຂຶ້ນ,ເພື່ອກະຈາຍລາຍໄດ້ສູ່ຊຸມຊົນ, ກະຕຸ້ນເສດຖະກິດ ເພື່ອເປັນການປະກອບສ່ວນຢ່າງສໍາຄັນໃຫ້ແກ່ການສ້າງຂະບວນການຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເພື່ອຍູ້ແຮງຂະບວນການຮອບດ້ານຂອງເມືອງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.
ການຈັດງານບຸນນະມັດສະການພະທາດມາຫລ້າເປັນຮີດຄອງປະເພນີຂອງຊາວເມືອງທຸລະຄົມ ກໍຄືຊາວແຂວງວຽງຈັນ ທີ່ເຄີຍຈັດຕັ້ງປະຕິບັດມາແຕ່ດຶກດໍາບັນ, ໂດຍຈັດຂຶ້ນໄລຍະເດືອນ 3 ເພັງຂອງທຸກໆປີ, ປີໃດສະພາບບ້ານເມືອງປົກກະຕິ ແມ່ນຈັດແບບຍິ່ງໃຫຍ່, ໂດຍມີການນໍາແຂວງ, ການນໍາເມືອງ ແລະ ອົງການຈັດຕັ້ງທຸກຂັ້ນຂອງເມືອງ, ພ້ອມດ້ວຍຄະນະ ອພສ ເມືອງ ໄດ້ພ້ອມກັນເປັນເຈົ້ານໍາໜ້າພາທາງ, ໄລຍະການກະກຽມນອກຈາກແຕ່ງຕັ້ງຄະນະກໍາມະການຈັດງານ, ແບ່ງວຽກແບ່ງງານກັນແລ້ວ ຍັງໄດ້ແຈ້ງຂ່າວໄປຍັງປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆໃນສັງຄົມ ເຂົ້າຮ່ວມເປັນເຈົ້າພາບເຈົ້າສັດທາ, ບັນດາບ້ານ, ເມືອງອ້ອມຂ້າງໃຫ້ຮັບຮູ້ ແລະ ເຂົ້າມາຮ່ວມງານບຸນຢ່າງກວ້າງຂວາງ ເພື່ອຮັກສາໄວ້ວັດທະນະທໍາຮີດຄອງປະເພນີອັນດີງາມ ແລະ ເປັນການເຕົ້າໂຮມຄວາມສາມັກຄີ, ເພື່ອໃຫ້ມີທຶນຮອນສໍາລັບບູລະນະອົງພະທາດມາຫລ້າ ທີ່ເປັນພຣະທາດເກົ່າແກ່ໃຫ້ສວຍສົດງົດງາມ ຮຸ່ງເຮືອງຢູ່ຄູ່ບ້ານ-ຄູ່ເມືອງ ເພື່ອໃຫ້ເປັນສູນລວມທາງດ້ານຈິດໃຈ, ຂອງຊາວເມືອງຕໍ່ໄປ.
ເຈົ້າເມືອງທຸລະຄົມກ່າວອີກວ່າ: ໃນພຶດຕິກໍາຜ່ານມາຢູ່ແຂວງວຽງຈັນ ກໍຄືເມືອງທຸລະຄົມເຮົາ ການທ່ອງທ່ຽວຍັງມີຄວາມສໍາຄັນຕໍ່ແຜນຍຸດທະສາດລຶບລ້າງຄວາມທຸກຍາກເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນ ເຮັດໃຫ້ຄຸນນະພາບຊີວິດ ໄດ້ຮັບການຍົກສູງຂຶ້ນ ກໍຍ້ອນວ່າ ການທ່ອງທ່ຽວໄດ້ນໍາເອົາເງິນຕາຕ່າງປະເທດເຂົ້າມາເມືອງທຸລະຄົມ, ມັນໄດ້ກາຍເປັນທ່າແຮງຊຸກຍູ້ການລົງທຶນທາງທຸລະກິດ ທີ່ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມ ເຊັ່ນ: ທຸລະກິດນໍາທ່ຽວ, ບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ, ການຂົນສົ່ງ, ການຂາຍສິນຄ້າຜະລິດຕະພັນທີ່ລະນຶກ ທັງໄດ້ຊຸກຍູ້ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ: ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂທລະຄົມສື່ສານ ແລະ ອື່ນໆ.
ຍ້ອນເຫັນໄດ້ຄວາມສໍາຄັນດັ່ງກ່າວ ອົງການປົກຄອງເມືອງທຸລະຄົມ ຈຶ່ງໄດ້ມີນະໂຍບາຍຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ຕາມນະໂຍບາຍຂອງລັດຖະບານທີ່ໄດ້ກໍານົດເອົາປີ 2024 ເປັນປີທ່ອງທ່ຽວລາວເພື່ອສົ່ງເສີມການທ່ອງທ່ຽວ ເປັນການສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນດ້ານທໍາມະຊາດທີ່ສວຍສົດງົດງາມ ແລະ ວັດທະນະທໍາອັນເປັນເອກະລັກໂດດເດັ່ນຂອງຊາດ.
ປະຫວັດອັນຍາວນານຂອງທາດມາຫລ້າ ອີງຕາມການບອກເລົ່າຂອງປູ່ຍ່າຕາຍາຍ ແລະ ຜູ້ເຖົ້າຜູ້ແກ່ເລົ່າຕໍ່ກັນມາວ່າ ພະທາດມາຫລ້າ ສ້າງຂຶ້ນ ລຸນຫລັງການກໍ່ສ້າງພະທາດຫລວງສໍາເລັດ 1ປີ ຍ້ອນຂະບວນຂອງປະຊາຊົນເມືອງພວນຊຽງຂວາງຮູ້ຂ່າວວ່າມີການສ້າງພະທາດຫລວງ ຊາວພວນຈຶ່ງເຊີນຊວນກັນກະກຽມຕ່າງເຄື່ອງຂອງ, ວັດຖຸກໍ່ສ້າງ, ຊັບສິນເງິນ ຄໍາ ແລະ ສະບຽງ ອາຫານ ເພື່ອມາສົມທົບກໍ່ສ້າງພະທາດຫລວງ, ແຕ່ພໍມາເຖິງເຂດບ້ານນາຄອງ ແລະ ຫລິ່ງຊັນ ຈຶ່ງຮູ້ຂ່າວວ່າພະທາດຫລວງໄດ້ກໍ່ສ້າງສໍາເລັດແລ້ວ, ຈຶ່ງໄດ້ນໍາພາໄພ່ພົນຂະບວນທີ່ມານໍາກັນພັກຢູ່ບໍລິເວນເນີນຂອງເດີ່ນທາດມາຫລ້າແຫ່ງນີ້ ແລະ ໄດ້ພ້ອມກັນກໍ່ທາດລູກໜຶ່ງຂຶ້ນ ເພື່ອເປັນອະນຸສອນ, ເປັນສັນຍາລັກຄວາມເຫຼື້ອມໃສໃນພຸດທະສາສະໜາ ແລະ ໃສ່ຊື່ວ່າ ທາດມາຫລ້າ ໝາຍເຖິງຜູ້ມາຊ້າລຸນຫລັງໝູ່ນັ້ນເອງ, ຂະນະດຽວກັນຍັງມີຂະບວນຂອງປະຊາຊົນຈໍານວນໜຶ່ງໄດ້ແຍກຍ້າຍໄປສ້າງພະເຈົ້າໃຫຍ່ອົງແສນນາລ້າ ຊຶ່ງມີປະຫວັດກ້ຽວພັນກັບພະທາດມາຫລ້າເຊັ່ນດຽວກັນ, ງານບຸນນະມັດສະການພະທາດມາຫລ້າ ແລະ ເປີດປີທ່ອງທ່ຽວເມືອງທຸລະຄົມ 2024 ດໍາເນີນ ແຕ່ວັນທີ 22 ຫາ 24 ກຸມພາ 2024






