ທາງລົດໄຟຈີນ-ລາວເຮັດໃຫ້ປະເທດລາວມີຄວາມໝັ້ນໃຈຫຼາຍກວ່າເກົ່າ
ອີງຕາມສື່ມວນຊົນລາວລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໃນກອງປະຊຸມໂຕະມົນປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ໄດ້ເນັ້ນໃຫ້ ສປປ ລາວ ສູ້ຊົນຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026. ກອງປະຊຸມຄັ້ງນີ້ຍັງໄດ້ກ່າວເນັ້ນໜັກວ່າ: ການກໍ່ສ້າງ ແລະ ການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງຂອງພື້ນຖານໂຄງລ່າງຕ່າງໆ ທີ່ລວມທັງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການຄາດຄະເນການພັດທະນາເສດຖະກິດ-ສັງຄົມຂອງລາວມີທ່ວງທ່າທີ່ດີ.

ນັບແຕ່ເດືອນທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ເປີດນໍາໃຊ້ມາເປັນເວລາຫຼາຍກວ່າ 2 ປີແລ້ວ ແລະ ໄດ້ເສີມຂະຫຍາຍບົດບາດທີ່ນັບມື້ນັບສໍາຄັນກວ່າເກົ່າໃນດ້ານການພັດທະນາເສດຖະກິດ-ສັງຄົມຂອງລາວ.
ໃນດ້ານການຂົນສົ່ງສິນຄ້າ, ໃນປີ 2023, ການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຂອງທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 4.217.700 ໂຕນ, ເພີ່ມຂຶ້ນ 94,91% ເມື່ອທຽບໃສ່ປີ 2022 ແລະ ຫຼາຍກວ່າການຄາດຄະເນໄວ້ເປັນຈໍານວນຫຼວງຫຼາຍ. “ການຂົນສົ່ງຜ່ານທາງລົດໄຟ+ການຄ້າເອເລັກໂຕຣນິກຂ້າມຊາດ” ແລະ ຮູບແບບທຸລະກິດໃໝ່ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດ, ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບ ພ້ອມດ້ວຍຊ່ອງທາງໃໝ່ທີ່ເຊື່ອມຕໍ່ທາງບົກ ແລະ ທະເລຢູ່ພາກຕາເວັນຕົກຂອງຈີນ, ການນໍາເຂົ້າຜະລິດຕະພັນທີ່ມີເອກະລັກພິເສດຈາກປະເທດອາຊີຕາເວັນອອກສຽງໃຕ້ຂອງຈີນໄດ້ເພີ່ມຂຶ້ນ, ລົດພະລັງງານໃໝ່, ໝໍ້ໄຟລີທຽມ, ຜະລິດຕະພັນທີ່ນໍາໃຊ້ພະລັງງານແສງຕາເວັນ ແລະ ຜະລິດຕະພັນອື່ນໆຂອງຈີນ ກໍໄດ້ສົ່ງອອກໄປຕ່າງປະເທດໂດຍຜ່ານທາງລົດໄຟຈີນ-ລາວເຊັ່ນກັນ. ທັງໝົດເຫຼົ່ານີ້ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ລາວ ແລະ ຈີນ.
ນອກຈາກການຂົນສົ່ງສິນຄ້າແລ້ວ, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວກໍມີຄວາມຟົດຟື້ນຫຼາຍເປັນພິເສດ. ນັບແຕ່ເດືອນທັນວາປີ 2021 ຫາເດືອນມັງກອນປີ 2024, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 280 ລ້ານເທື່ອຄົນ.ສ່ວນການເປິດນຳໃຊ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການເດີນທາງຂ້າມຊາດນັບມື້ນັບຫຼາຍຂຶ້ນ. ນັບແຕ່ຂະບວນລົດໄຟດັ່ງກ່າວເປີດບໍລິການເປັນຕົ້ນມາ, ລວມໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 1 ແສນ 3 ໝື່ນຄົນທີ່ມາຈາກ 83 ປະເທດ ແລະເຂດແຄວ້ນ. ນອກນີ້, ບໍລິສັດທາງລົດໄຟຈີນສາຂາຄຸນມິງຍັງໄດ້ຮ່ວມມືກັບບໍລິສັດການທ່ອງທ່ຽວ ເພື່ອນຳສະເໜີເສັ້ນທາງແລະຜະລິດຕະພັນທ່ອງທ່ຽວຂ້າມຊາດລາວ-ຈີນ.
ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໃນໄລຍະບຸນກຸດຈີນປີນີ້, ການຂີ່ຂະບວນລົດໄຟຈີນ-ລາວໄປທ່ຽວແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະນະຄອນຫຼວງພະບາງ ໄດ້ກາຍເປັນທາງເລືອກຂອງແຜນການທ່ອງທ່ຽວຂອງຊາວຈີນ ເຊິ່ງໄດ້ເຮັດໃຫ້ປີ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວຫາຊື້ໄດ້ຍາກ. ໃນໄລຍະບຸນກຸດຈີນປີນີ້, ຜູ້ໂດຍສານທີ່ເຂົ້າ-ອອກເມືອງຜ່ານດ່ານກວດຄົນເຂົ້າ-ອອກເມືອງຂອງບໍ່ຫານມີຫຼາຍກວ່າ 67.200 ເທື່ອຄົນ, ເພີ່ມຂຶ້ນ 256,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການທ່ອງທ່ຽວຂ້າມຊາດທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນໄລຍະບຸນກຸດຈີນ ໄດ້ຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວຂອງລາວ.
ນອກນີ້, ຕໍ່ທາງລົດໄຟຈີນ-ລາວ, ທ່າທີຂອງຫວຽດນາມ, ໄທ ແລະປະເທດອື່ນໆໄດ້ມີການປ່ຽນແປງຢ່າງຫຼວງຫຼາຍເຊິ່ງໃນເມື່ອກ່ອນແມ່ນມີຄວາມເມີນເສີຍຈົນຫົວຂວັນ, ແຕ່ປັດຈຸບັນປະເທດເຫຼົ່ານີ້ໄດ້ພາກັນຮ່ວມມືກັບປະເທດລາວຢ່າງຫ້າວຫັນ. ລາວແລະ ຫວຽດນາມໄດ້ເລີ່ມການກໍ່ສ້າງທາງລົດໄຟວຽງຈັນ-ຄຳມ່ວນ-ທ່າເຮືອຫວຸງອ່າງ, ລາວແລະໄທໄດ້ສຳເລັດການເຊື່ອມຕໍ່ຂອງທາງລົດໄຟສອງປະເທດ, ລາວ ແລະກຳປູເຈຍກໍໄດ້ເລີ່ມສຳຫຼວດຄວາມເປັນໄປໄດ້ຂອງທາງລົດໄຟລາວ-ກຳປູເຈຍ….ທັງໝົດເຫຼົ່ານີ້ໄດ້ນຳເອົາໂອກາດໃໝ່ຈຳນວນຫຼວງຫຼາຍມາໃຫ້ແກ່ປະເທດລາວ.
ຈາກນີ້ສາມາດສັງເກດເຫັນວ່າ: ຜົນປະໂຫຍດທີ່ມາຈາກທາງລົດໄຟຈີນ-ລາວທີ່ເປັນເສັ້ນທາງຄຳດ້ານການຂົນສົ່ງນັ້ນ ນັບມື້ນັບພົ້ນເດັ່ນຂຶ້ນ ເຊິ່ງໄດ້ສ້າງພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວມີຄວາມໝັ້ນໃຈຫຼາຍກວ່າເກົ່າ.






