ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງແຂວງຢູນໜານ ສປ ຈີນ

Feb 28, 2024

ນາຍົກລັດຖະມົນຕີ ຕ້ອນຮັບເຈົ້າແຂວງແຂວງຢູນໜານ ສປ ຈີນ
ໃນວັນທີ 27 ກຸມພາ 2024 ທີ່ສຳນັກງານນາຍົກລັດຖະມົນ ຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫວັງ ຢຸ ໂປ່ ຮອງເລຂາຄະນະ ພັກແຂວງ, ເຈົ້າແຂວງແຂວງຢູນໜານ, ສປ ຈີນ ພ້ອມຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫວັງ ຢຸ ໂປ່ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຍຸດທະສາດຮອບດ້ານ ໝັ້ນຄົງຍາວ ນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເກີດດອກອອກຜົນຂຶ້ນໄປເລື້ອຍໆ ໂດຍສະເພາະ ແມ່ນການການພົວພັນຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ກັບ ແຂວງຢູນໜານ ໃຫ້ໄດ້ຮັບການພັດນາຍິ່ງໆຂຶ້ນ ເຊັ່ນ: ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ.
ໃນໂອກາດດຽວກັນ, ທ່ານ ຫວັງ ຢຸ ໂປ່ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນ ຕີ, ພ້ອມທັງຖືໂອກາດນີ້, ແຈ້ງໃຫ້ຊາບສະພາບສະໂດຍຫຍໍ້ ແລະ ຈຸດປະສົງ ຂອງການເດີນທາງມາຢ້ຽງຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ຂ່າວ: ກິດຕາ
ພາບ: ອ່າຍຄຳ