ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມໃນວາລະອະພິປາຍລະດັບສູງ ກອງປະຊຸມສະພາສິດທິມະນຸດ, ທີ່ ເຊີແນວ.
ໃນວັນທີ 27 ກຸມພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 55ຂອງສະພາສິດທິມະນຸດອົງການສະຫະປະຊາຊາດ(55th Session of the Human Rights Council), ທີ່ ເຊີແນວ, ປະເທດ ສະວິດ, ພາຍໃຕ້ການເປັນປະທານຂອງທ່ານໂອມາ ຊະນີເບີ (Omar Zniber), ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນມາຣົກ ປະຈໍາ ຫ້ອງການ ສປຊ ທີ່ ເຊີແນວ. ໃນພິທີເປີດກອງປະຊຸມສະພາສິດທິມະນຸດ ມີການເຂົ້າຮ່ວມ ແລະ ກ່າວຄໍາເຫັນຂອງປະທານສະມັດຊາໃຫຍ່ ສປຊ, ເລຂາທິການໃຫຍ່ ສປຊ, ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ, ແລະ ລັດຖະມົນຕີກະຊວງການຕ່າງປະເທດສະວິດ.ໃນກອງປະຊຸມດັ່ງກ່າວ, ການນໍາຂັ້ນສູງຈາກຫຼາຍກວ່າ 100 ປະເທດສະມາຊິກສະພາສິດທິມະນຸດ ແລະ ປະເທດສັງເກດການເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ກ່າວຄໍາເຫັນໃນວາລະອະພິປາຍລະດັບສູງ ໂດຍໄດ້ເນັ້ນເຖິງຄວາມກ່ຽວພັນ ແລະ ຜົນກະທົບເຊິ່ງກັນ ແລະ ກັນ ລະຫວ່າງສັນຕິພາບ,ການພັດທະນາ ແລະ ສິດທິມະນຸດ. ສັນຕິພາບ ແລະ ການພັດທະນາ ເປັນເງື່ອນໄຂທີ່ຈໍາເປັນໃນການຄໍ້າປະກັນສິດທິມະນຸດ,ຄວາມໝາຍສໍາຄັນຂອງການພັດທະນາຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດໂດຍສະເພາະ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະວັດທະນະທຳ,ການຈັດຕັ້ງປະຕິບັດສິດທິມະນຸດ ຈະຕ້ອງຄໍານຶງເຖິງເງື່ອນໄຂ ແລະ ຄວາມເປັນຈິງຂອງແຕ່ລະປະເທດ ແລະ ພາກພື້ນ.ການສົນທະນາ, ການຮ່ວມມື ແລະ ການແລກປ່ຽນເຊິ່ງກັນ ແລະ ກັນ ຈະຊ່ວຍເພີ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ເຊິ່ງເປັນພາລະກິດຮ່ວມກັນຂອງວົງຄະນະຍາດສາກົນ. ທ່ານຮອງນາຍົກລັດຖະມົນຕີຍັງເນັ້ນເຖິງຄວາມຈໍາເປັນໃນການຍຶດຖືຕໍ່ຫຼັກການບໍ່ລໍາອຽງ,ພາວະວິໄສ, ບໍ່ເລືອກປະຕິບັດ, ບໍ່ຈຳແນກ, ຫຼີກລ່ຽງມາດຕະຖານສອງໜ້າແລະບໍ່ມີການເມືອງແຊກຄຸມໃນການພິຈາລະນາ, ການຮ່ວມມື ແລະການປະຕິບັດສິດທິມະນຸດ.
ໃນອະດີດ, ສປປ ລາວ ໄດ້ຮັບຜົນກະທົບຈາກສົງຄາມຮຸກຮານ, ປະຊາຊົນລາວບໍ່ມີໂອກາດໃນການພັດທະນາ, ຂາດສິດທິມະນຸດຂັ້ນພື້ນຖານທີ່ເຂົາເຈົ້າຄວນໄດ້ຮັບ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ຮັບເອກະລາດຢ່າງສົມບູນ ໃນປີ 1975,ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ,ໄດ້ຊົມໃຊ້ສິດໃນການຕັດສິນຊະຕາກຳຂອງຕົນໂດຍຕົນເອງ. ສິ່ງເສດເຫຼືອຈາກສົງຄາມໂດຍສະເພາະລະເບີດບໍ່ທັນແຕກ ໄດ້ສືບຕໍ່ເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາປະເທດຊາດ ກໍຄືຕໍ່ສິດທິມະນຸດຂອງປະຊາຊົນລາວ. ລັດຖະບານລາວໄດ້ສືບຕໍ່ຄວາມພະຍາຍາມໃນການປະຕິບັດເປົ້າໝາຍພັດທະນາແຫ່ງຊາດ ແລະເປົ້າໝາຍການພັດທະນາແບບຍືນຍົງ(SDGs)ເພື່ອນໍາເອົາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ເຮັດໃຫ້ເຂົາເຈົ້າໄດ້ຊົມໃຊ້ຢ່າງເຕັມສ່ວນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງລາວຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສອດຄ່ອງກັບພັນທະ ແລະ ຄໍາໝັ້ນສັນຍາສາກົນດ້ານສິດທິມະນຸດຂອງ ສປປ ລາວ.
ໃນປີ 2024 ສປປ ລາວ ເຮັດໜ້າທີ່ເປັນປະທານອາຊຽນ, ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດຮ່ວມກັບອົງກອນສິດທິມະນຸດອື່ນໆຂອງອາຊຽນ ພວມສຸມໃສ່ການເຊື່ອມສານສິດທິມະນຸດພາຍໃຕ້ຖະແຫຼງການສິດທິມະນຸດອາຊຽນລວມທັງສິດທິໃນສັນຕິພາບ ແລະສິດທິໃນການພັດທະນາເຂົ້າໃນການສ້າງປະຊາຄົມອາຊຽນ.
ທ່ານຮອງນາຍົກລັດຖະມົນຕີສະເຫຼີມໄຊ ກົມມະສິດ ຍັງຍົກໃຫ້ເຫັນການມີສ່ວນຮ່ວມຂອງ ສປປ ລາວ ຢ່າງຕັ້ງໜ້າ ໃນຄວາມພະຍາຍາມຂອງສາກົນໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ລວມທັງ ການຮ່ວມມືກັບຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ, ສະພາສິດທິມະນຸດ ສປຊ, ບັນດາກົນໄກ ສປຊ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດແລະ ບັນດາຄູ່ຮ່ວມພັດທະນາຈໍານວນໜຶ່ງ.
ໃນໂອກາດເຂົ້າຮ່ວມກອງປະຊຸມສະພາສິດທິມະນຸດຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ວອນເກີ ຕູກ(Volker Türk), ຂ້າຫຼວງໃຫຍ່ ສະຫະປະຊາຊາດ ເພື່ອສິດທິມະນຸດ. ສອງຝ່າຍໄດ້ສົນທະນາ ກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈນໍາກັນ. ທ່ານຮອງນາຍົກລັດຖະມົນຕີໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອດ້ານວິຊາການຂອງຫ້ອງການຂ້າຫຼວງໃຫຍ່ ສປຊ ໃຫ້ແກ່ ສປປ ລາວ ໂດຍສະເພາະການກະກຽມຂອງ ສປປ ລາວ ສໍາລັບການເຂົ້າຮ່ວມການທົບທວນປະຈໍາໄລຍະ ຮອບວຽນທີ 4 (UPR) ຂອງສະພາສິດທິມະນຸດ ສປຊ ເຊິ່ງຈະມີຂຶ້ນໃນຕົ້ນປີ 2025.






