ປະທານາທິບໍດີ ຕີມໍ-ເລສເຕ ຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ
ຕອນບ່າຍວັນທີ 1 ມີນາ 2024 ນີ້, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໃນໂອກາດ ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນລະຫວ່າງວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024. ຕິດຕາມຄະນະ ນຳໂດຍທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການ ສຳນັກງານປະທານປະເທດ ລັດຖະມົນຕີກຽດຕິຍົດພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບ ໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກຳມະການບໍລິຫານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈຳກັດ, ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານ.

ປັດຈຸບັນທ່າບົກທ່ານາແລ້ງ ກາຍເປັນດ່ານສາກົນ ທາງດ້ານສິນຄ້າຂອງລາວ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ເຊິ່ງຢູ່ໃນໂຄງການນີ້ ໄດ້ແບ່ງອອກເປັນຫລາຍເຂດເປັນຕົ້ນ, ທ່າບົກທ່ານາແລ້ງ, ເຂດໂລຈິສຕິກພາກ, ເຂດສິນຄ້າສົ່ງອອກ, ສາງນໍ້າມັນ ແລະ ລະບົບສາງຕ່າງໆ ທີ່ຈະໄດ້ພັດທະນາຕໍ່ໄປ. ສຳລັບ ທ່າບົກທ່ານາແລ້ງມາຮອດປັດຈຸບັນ ກໍ່ສ້າງສຳເລັດ 100%, ສ່ວນໂລຈິສຕິກພາກ ແມ່ນຢູ່ໃນຂັ້ນຕອນກຳລັງກໍ່ສ້າງ ພື້ນຖານໂຄງລ່າງ ໂດຍລວມແລ້ວທ່າບົກທ່ານາແລ້ງ ແລະ ໂລຈິສຕິກພາກຄຽງຄູ່ກັບເສັ້ນທາງລົດໄຟ ລາວ-ຈີນ.
ທ່າບົກທ່ານາແລ້ງ ແມ່ນທ່າເຮືອຢູ່ເທິງບົກ, ໄດ້ຮັບສະຖານະຈາກອົງການສະຫະປະຊາຊາດ ໃນປີ 2012 ປະກອບມີ ສະຖານີຂົນສົ່ງທາງລົດໄຟທາງບົກ ເປັນສະຖານີຄັດແຍກສາກົນ ເປັນທ່າເຮືອທາງບົກ ແລະ ເປັນສະຖານີຂົນສົ່ງຫລາຍຮູບແບບ ແລະ ຈະເຊື່ອມຈອດທາງບົກໄປຍັງທ່າເຮືອປະເທດໄທ, ທ່າເຮືອຫວຽດນາມ, ເສັ້ນທາງລົດໄຟ ຈີນ-ອາຊຽນ, ເສັ້ນທາງລົດໄຟ ລາວ-ໄທ, ເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ເສັ້ນທາງອື່ນໆທີ່ເປັນການຂົນສົ່ງສິນຄ້າທາງບົກ ລະຫວ່າງອາຊຽນ ໄປຍັງຈີນ ແລະ ເອີຣົບ. ທ່າບົກທ່ານາແລ້ງ ມີເນື້ອທີ່ທັງໝົດ 55 ເຮັກຕາ, ເປັນການລົງທຶນຂອງນັກທຸລະກິດລາວ 100%, ເປົ້າໝາຍຂອງທ່າບົກແມ່ນ ເພື່ອອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງສິນຄ້າ ລະຫວ່າງອາຊຽນ-ຈີນ.
ໂອກາດນີ້, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຍັງໄດ້ໄປຢ້ຽມຊົມ ຈຸດເຊື່ອມຕໍ່ລົດໄຟ ລາວ-ໄທ ແລະ ລາວ-ຈີນ ຕື່ມອີກ .
ຂ່າວ: ຈັນທະສອນ
ພາບ: ຄໍາກອງ






